ພິທີວາງສິລາລືກໂຄງການກໍ່ສ້າງອາຄານຮຽນ ໂຮງຮຽນສາທິດຂອງວິທະຍາໄລຄູ ພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໃນ ລາວ ໂດຍໄດ້ຮັບທຶນຊ່ວຍເຫຼືອຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ ນີ້ ທີ່ວິທະຍາໄລຄູ ດົງຄໍາຊ້າງ ນະຄອນຫຼວງ ວຽງຈັນ. ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິ ລາ,
ບ້ານເມືອງ
ກໍ່ເຫດລັກເຫຼັກສານເສົາໄຟຟ້າ ຖືກສານຕັດສິນຈໍາຄຸກ 3 ປີ ພ້ອມໃຊ້ແທນຄ່າເສຍຫາຍ 666 ລ້ານກວ່າກີບ
ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ລັດວິສາຫະກິດ ໄຟຟ້າລາວ ສາຂາແຂວງ ບໍລິຄຳໄຊ ວ່າມີກຸ່ມຄົນບໍ່ຫວັງດີຈໍານວນໜຶ່ງ ໄດ້ເຄື່ອນໄຫວລັກເຫຼັກສານເສົາໄຟຟ້າແຮງສູງ ແລະ ນ໋ອດຈັບເສົາໄຟ ຢູ່ເຂດທາງເຂົ້າເຂື່ອນນໍ້າເທີນ 1 ເມືອງ ປາກກະດິງ, ແຂວງ ບໍລິຄໍາໄຊ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງສົມທົບກັບເຈົ້າໜ້າທີ່ ປກສ ເມືອງ ປາກກະດິງ
ມາເບິ່ງ! ວິທີປຸງແຕ່ງ ປົ່ນກົບ ແຊບໆ
ເມື່ອເວົ້າເຖິງ ອາຫານພື້ນເມືອງລາວ ປົ່ນກົບ ເປັນອີກເມນູໜຶ່ງ ທີ່ຄົນ ລາວ ເຮົາ ມັກແຕ່ງກິນເປັນປະຈໍາ! ແລະ ມີຫຼາກຫຼາຍວິທີປຸງແຕ່ງທີ່ແຕກຕ່າງກັນ, ມື້ນີ້ ອັບເດດລາວ ໄດ້ນໍາເອົາວິທີປຸງແຕ່ງ ປົ່ນກົບ ອີກໜຶ່ງວິທີ ຈາກເພຈ Jipnoii Cooking – ຄົວຈິບນ້ອຍ ມາແບ່ງປັນໃຫ້ທຸກໄດ້ຮູ້ ແລະ ສາມາດນໍາເອົາໄປເຮັດຕາມ! ວິທີປຸງແຕ່ງ:
ວັນທີ 10 ມີຖຸນາ 2022 ຢູ່ນະຄອນຫຼວງ ວຽງຈັນ ເປີດ ບໍລິການຂາຍນໍ້າມັນເຊື້ອໄຟ 70 ປໍ້າ
ຕາມແຈ້ງການພະແນກອຸດສາຫະກຳ ແລະ ການຄ້າ ນວ ໃຫ້ຮູ້ວ່າ, ວັນທີ 10 ມີຖຸນາ 2022 ຢູ່ນະຄອນຫຼວງ ວຽງຈັນ ເປີດ ບໍລິການຂາຍນໍ້າມັນເຊື້ອໄຟ 70 ປໍ້າ.
ສະຫາຍ ທອງລຸນ ສີສຸລິດ ເນັ້ນຫຼາຍບັນຫາໃຫ້ ສມປຊ ເອົາໃຈໃສ່
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ເອົາໃຈໃສ່ຄົ້ນຄວ້າທິດສະດີ, ແນວທາງປະຕິບັດແຕ່ລະໄລຍະ ທີ່ເປັນການຄົ້ນຄວ້າທິດສະດີ ແລະ ພຶດຕິກຳໃຫ້ແກ່ພັກ; ການບໍາລຸງສ້າງພະນັກງານ, ສະມາຊິກພັກ ໃຫ້ແກ່ພັກ
ມອບຄໍາ 25 ບາດ ຄືນໃຫ້ເຈົ້າຂອງ ຄະດີສໍ້ໂກງຊັບຢູ່ຕະຫຼາດເຊົ້າ
ຢູ່ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ, ພັທ ຄໍາພອນ ພົມມະຈັນ ຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງຂອງກາງຄໍາຮູບປະພັນ ຈໍານວນ 25 ບາດ ທີ່ເກັບກູ້ມາໄດ້ຈາກຄະດີສ້ໍໂກງຊັບ (ຄໍາຮູບປະພັນ ຢູ່ຕະຫຼາດເຊົ້າມໍ) ຄືນຜູ້ຖືກເສຍຫາຍ ເມື່ອວັນທີ 7 ມິຖຸນາ 2022 ຜ່ານມາ. ໃນວັນເກີດເຫດພາຍຫຼັງເຈົ້າໜ້າທີ່ ໄດ້ຮັບຂໍ້ມູນເມື່ອເວລາ
ປີນຂຶ້ນຕົ້ນໄມ້ ໃກ້ສາຍໄຟຟ້າແຮງສູງ ຖືກໄຟຊ໋ອດເສຍຊີວິດຄາທີ່
ໃນວັນທີ 09 ມິຖຸນາ 2022 ເວລາ 15:10 ນາທີ ໃດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ : ມີຄົນຖືກໄຟຊ໋ອດເສຍຊີວິດ ຢູ່ບ້ານ ນາຕາດ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ. ທີມງານໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ເສຍຊີວິດຄາທີ່ 01 ຄົນ
ຢູໂຣບ ຈະຫ້າມບໍ່ໃຫ້ຈຳໜ່າຍລົດ ທີ່ໃຊ້ນ້ຳມັນເຊື້ອໄຟ ພາຍໃນ 2035
ອີງຕາມການລາຍງານ ຂ່າວຈາກ ຊີອາໄອ ຂອງ ຈີນ, ວັນທີ 8 ມິຖຸນານີ້, ສະພາ ຢູໂຣບ ໄດ້ລົງຄະແນນສຽງ ແລະ ຮັບຮອງເອົາຍັດຕິ ນິຕິບັນຍັດ ທີ່ຄະນະກຳມາທິການ ສະຫະພາບ ຢູໂຣບ ສະເໜີໃນເດືອນກໍລະກົດ ປີ 2021 ທີ່ຜ່ານມາ ດ້ວຍຄະແນນສຽງເຫັນດີ 339 ສຽງ,
ອັດຕາເງິນເຟີ້ຢູ່ ລາວ ຕິດອັນດັບ 6 ຂອງໂລກ ແມ່ນຂ່າວບິດເບືອນ ແລະ ບໍ່ມີມູນຄວາມຈິງ !
ອີງຕາມການລາຍງານຈາກເວບໄຊ https://worldpopulationreview.com/…/inflation-rate-by… ລາຍງານວ່າ ອັດຕາເງິນເຟີ້ຖືກແບ່ງອອກເປັນສາມປະເພດຄື: ອັດຕາເງິນເຟີ້ທີ່ດຶງເອົາຄວາມຕ້ອງການ, ອັດຕາເງິນເຟີ້ລາຄາຊຸກຍູ້ ແລະ ອັດຕາເງິນເຟີ້ທີ່ສ້າງຂຶ້ນ. ທັງສາມຢ່າງນີ້ ແມ່ນກ່ຽວຂ້ອງກັບຄວາມສົມດຸນລະຫວ່າງການສະຫນອງເງິນ ແລະ ການສະຫນອງສິນຄ້າໃນເສດຖະກິດຂອງປະເທດ. ອັດຕາເງິນເຟີ້ – ດຶງຄວາມຕ້ອງການ – ເກີດຂື້ນໃນເວລາທີ່ຄວາມຕ້ອງການສິນຄ້າແລະການບໍລິການ – ເວົ້າອີກຢ່າງຫນຶ່ງ, ຈໍານວນເງິນແລະ / ຫຼືສິນເຊື່ອທີ່ປະຊາຊົນຕ້ອງໃຊ້ – ເພີ່ມຂຶ້ນໄວກວ່າກໍາລັງການຜະລິດຂອງເສດຖະກິດ.
ເປີດນໍາໃຊ້ບໍລິການຢັ້ງຢືນ ການສັກວັກຊິນ ແບບດີຈີຕອລ ແລະ ລະບົບການປິ່ນປົວຢູ່ບ້ານ
ນະຄອນຫຼວງ ວຽງຈັນ (ນວ) ຮ່ວມກັບກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ກະຊວງສາທາລະນະສຸກໄດ້ຮ່ວມກັນເປີດນໍາໃຊ້ບໍລິການຢັ້ງຢືນການສັກວັກຊິນແບບດີຈີຕອລ Vaccine ID/VaccinePassport ແລະ ລະບົບການປິ່ນປົວຕົນເອງຢູ່ບ້ານ ໃນວັນທີ 8 ມິຖຸນານີ້ ທີ່ຫ້ອງວ່າການປົກຄອງ ນວ, ໂດຍການເປັນປະທານຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ,










