ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 10 ສິງຫາ 2022 ໃນເວລາ 03:29 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງ ຜົ້ງສາລີ ມີຈຸດສູນ ກາງຢູ່ເສັ້ນຂະໜານທີ 21,937
ບ້ານເມືອງ
ຊຽງຂວາງ ເລັ່ງສັກວັກຊີນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້
ເພື່ອໂຄສະນາປຸກລະດົມ ຂະບວນການສັກວັກຊິນ ປີ 2022 ໃຫ້ບັນລຸຕາມເປົ້າໝາຍ ລັດຖະບານວາງໄວ້ 80%, ໃນລະຫວ່າງວັນທີ 7-13 ສິງຫາ 2022 ຄະນະສື່ມວນຊົນ ນໍາພາໂດຍ ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ອົງການອຸຍນີເຊບ (Unicef) ປະຈໍາລາວ ແລະ ສູນສຸຂະພາບ ແມ່
ທີມນັກກິລາຄົນພິການລາວ ສ້າງຜົນງານຍາດໄດ້ 2 ຫຼຽນເງິນ ແລະ 7 ຫຼຽນທອງ
ທີມນັກກິລາຄົນພິການທີມຊາດລາວ ຫຼາຍກວ່າ 70 ຊີວິດ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງ ວຽງຈັນ ດ້ວຍຄວາມສະຫວັດດີພາບ ໃນຕອນຄໍ່າຂອງວັນທີ 7 ສິງຫາທີ່ຜ່ານມາ ພ້ອມກັບຜົນງານ 2 ຫຼຽນເງິນ ແລະ 7 ຫຼຽນທອງ, ໂດຍໃຫ້ກຽດຕ້ອນຮັບ ແລະ ມອບຊໍ່ດອກໄມ້ ຂອງ ທ່ານ ນາງ ດາລາວອນ
ປະຊາຊົນ 9 ບ້ານເມືອງທ່າປາງທອງ ໄດ້ຮັບຜົນກະທົບຈາກນໍ້າຖ້ວມ
ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 6-9 ສິງຫາ 2022 ນີ້, ຢູ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ມີຝົນຕົກຕິດຕໍ່ກັນເປັນເວລາຫລາຍວັນ ເຮັດໃຫ້ເກີດມີນໍ້າຂັງ ແລະ ຖ້ວມບ້ານເຮືອນ ແລະ ຕາມລໍານໍ້າເຊປ໋ອງ ແຕ່ເຖິ່ງຢ່າງໃດກໍຕາມ ຫລາຍພາກສ່ວນໄດ້ພ້ອມກັນສຸມໃສ່ຊ່ວຍເຫລືອ ພໍ່ແມ່ປະຊາຊົນ ເຮັດໃຫ້ມີຄວາມປອດໄພໂດຍພື້ນຖານ, ປັດຈຸບັນສະພາບນໍ້າຢູ່ໃນເກນປົກກະຕິ. ຜ່ານການເກັບກໍາຂໍ້ມູນເບື້ອງຕົ້ນ ບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ
ແຈ້ງເຕືອນພາຍຸໝຸນເຂດຮ້ອນ (MULAN) ປະຈໍາວັນທີ 09 ສິງຫາ 2022
ພາຍຸໜູນເຂດຮ້ອນ ມູລານ ຫົວທີ 07 ກໍາລັງເຄື່ອນທີ່ໄປທາງພາກເໜືອ ຕອນເທິງຂອງເກາະໄຮໜໍາ ພ້ອມດຽວກັນ ລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີກໍາລັງແຮງປົກຄຸມເຂດພາກກາງ ແລະ ພາກໃຕ້ ຊຶ່ງຍັງຈະເຮັດໃຫ້ມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ຕົກປານກາງເປັນ ບໍລິເວນກວ້າງ ແລະ ຕົກໜັກ ຫາ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງ ທ້ອງຖິ່ນ
ນາຍົກລັດຖະມົນຕີ ຊີ້ນຳຄະນະຮັບຜິດຊອບສະຖານີລົດໄຟ ຫລວງພະບາງ ປັບປຸງການບໍລິການໃຫ້ດີຂຶ້ນ
ໃນໂອກາດເຮັດວຽກຮ່ວມກັບ ຄະນະຮັບຜິດຊອບ ສະຖານີລົດໄຟຫລວງພະບາງ ວັນທີ 7 ສິງຫາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ສືບຕໍ່ປັບປຸງລະບົບການຂາຍປີ້ລົດໄຟ ໃຫ້ມີຄວາມທັນສະໄໝ ແລະ ສາມາດກວດສອບຕາມລາຍຊື່ຂອງຜູ້ໃຊ້ບໍລິການ, ລວມທັງປັບປຸງຈຸດລໍຖ້າຂຶ້ນລົດ ແລະ ເຂົ້າສະຖານີ ໃຫ້ມີຄວາມສະດວກ ແກ່ຜູ້ມາໃຊ້ບໍລິການ. ສະຖານີລົດໄຟ ຫລວງພະບາງ ເປັນສະຖານີລະດັບສອງ
ລັດຖະບານ ຮັບຮອງເອົາຖະແຫລງການແຫ່ງຊາດ ວ່າດ້ວຍການ ຫັນປ່ຽນການສຶກສາ
ໃນວັນທີ 4 ສິງຫາ ຜ່ານມາ, ລັດຖະບານລາວ ໄດ້ເຫັນດີຮັບຮອງເອົາ ຖະແຫລງການແຫ່ງຊາດ ວ່າດ້ວຍການຫັນປ່ຽນການສຶກສາ ຢູ່ໃນ ສປປ ລາວ ເຊິ່ງຈະຊ່ວຍເພີ່ມທະວີຄວາມພະຍາຍາມຂອງ ສປປ ລາວ ໃນການປັບປຸງຄຸນນະພາບຂອງການສຶກສາໃນ ສປປ ລາວ ໂດຍສະເພາະໃນສະພາບການລະບາດຂອງພະຍາດ ໂຄວິດ-19. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນກ່ອນໜ້າທີ່ ສປປ ລາວ ຈະເຂົ້າຮ່ວມ
ປະທານສະພາແຫ່ງຊາດ ເນັ້ນໃຫ້ກຳລັງ ປກສ ສືບຕໍ່ຝຶກຝົນທາດແທ້ປະຕິວັດ-ຈົງຮັກພັກດີຕໍ່ປະເທດຊາດ
ໃນໂອກາດທີ່ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຍົກສູງບົດບາດ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງ ປກສ ໃນຕອນບ່າຍຂອງວັນທີ 8 ສິງຫາ 2022 ໃຫ້ກຽດຕ້ອນຮັບຈາກ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ
ເປີດງານ Vientiane Center Motor Show 2022
ໃນວັນທີ 6 ສິງຫາ 2022 ນີ້ ໄດ້ຈັດພິທີເປີດງານ Vientiane Motor Show 2022 ພາຍໃຕ້ສະໂລແກນ “ເຕັກໂນໂລຊີ ການຂັບເຄື່ອນເກີນຂີດຈຳກັດ” ທີ່ ສູນການຄ້າວຽງຈັນເຊັນເຕີ Event Hall ຊັ້ນ 1, ນະຄອນຫຼວງ ວຽງຈັນ. ໂດຍມີທ່ານ ຊູປໍຣ
ເກີດເຫດ! ຕົ້ນໄມ້ລົ້ມທັບລົດ ຢູ່ວັດຊຽງຍືນ, ນະຄອນຫລວງ ວຽງຈັນ
ໃນຕອນເຊົ້າຂອງວັນທີ 8 ສິງຫາ 2022 ເກີດເຫດ ຕົ້ນໄມ້ລົ້ມທັບລົດ ຢູ່ວັດຊຽງຍືນ, ເມືອງ ຈັນທະບູລີ, ນະຄອນຫລວງ ວຽງຈັນ ສະພາບລົດໄດ້ຮັບຄວາມເສຍຫາຍ, ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ປັດຈຸບັນ, ອາສາໜ່ວຍກູ້ໄພ, ພະສົງສາມະເນນ, ພາກສ່ວນກ່ຽວຂ້ອງເກັບມ້ຽນ ໄດ້ຈັດການເອົາລົດອອກມາເປັນທີ່ຮຽບຮ້ອຍແລ້ວ. ພາບຈາກ: Bounchan Khanthamalyຂໍ້ມູນ: ນພ ລາວພັດທະນາ










