ເກີດແຜ່ນດິນໄຫວ 3.8 ຣິກເຕີ ໃນບໍລິເວນ​ ແຂວງ​ ຜົ້ງສາລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບການເກີດ ແຜ່ນດິນໄຫວ ຈາກສູນຂ່າວສານແຜ່ນດິນໄຫວແຫ່ງຊາດ ຄັ້ງວັນທີ 10 ສິງຫາ 2022 ໃນເວລາ 03:29 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວ ພາຍໃນປະເທດລາວ ຈໍານວນ 01 ຄັ້ງ ໃນບໍລິເວນ ແຂວງ​ ຜົ້ງສາລີ ມີຈຸດສູນ ກາງຢູ່ເສັ້ນຂະໜານທີ 21,​937 ອົງສາເໜືອ ແລະ ເສັ້ນແວງທີ 102.082 ອົງສາຕາເວັນອອກ ດ້ວຍຄວາມແຮງສັ່ນສະເທືອນວັດແທກໄດ້ 3.8 ຣີກເຕີ ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 10 ກິໂລແມັດ ຈຸດສູນກາງເກີດ ແຜ່ນດິນໄຫວຢູ່ທີ່ບ້ານງາຍໃຕ້ ເມືອງ​ ຜົ້ງສາລີ,​ ແຂວງ​ ຜົ້ງສາລີ ເຊີ່ງຈຸດເກິດ ແຜ່ນດິນໄຫວແມ່ນຫ່າງຈາກເທສະບານ ເມືອງ​ ຜົ້ງສາລີ ປະມານ 28 ກິໂລແມັດ.
ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

error: Content is protected !!