ຊຽງຂວາງ ເລັ່ງສັກວັກຊີນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້

ເພື່ອໂຄສະນາປຸກລະດົມ ຂະບວນການສັກວັກຊິນ ປີ 2022 ໃຫ້ບັນລຸຕາມເປົ້າໝາຍ ລັດຖະບານວາງໄວ້ 80%, ໃນລະຫວ່າງວັນທີ 7-13 ສິງຫາ 2022 ຄະນະສື່ມວນຊົນ ນໍາພາໂດຍ ກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ອົງການອຸຍນີເຊບ (Unicef) ປະຈໍາລາວ ແລະ ສູນສຸຂະພາບ ແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ລົງເຄື່ອນໄຫວ ເກັບກໍາຂ່າວຂະບວນ ສັກວັກຊິນ ໂຄວິດ-19 ແລະ ສັກວັກຊິນຮອບປົກກະຕິ ຢູ່ແຂວງຊຽງຂວາງ.

ການລົງເຄື່ອນໄຫວຄັ້ງນີ້, ແມ່ນນໍາພາ ໂດຍທ່ານ ວັນນະສິນ ສິມມາວົງ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ເພື່ອລົງເຄື່ອນໄຫວຢູ່ 3 ເມືອງຄື: ເມືອງ ຄູນ, ເມືອງ ໜອງແຮດ ແລະ ເມືອງ ຄໍາ ເພື່ອຕິດຕາມຄວາມຄືບໜ້າ ແລະ ສິ່ງທ້າທາຍຂອງການສັກວັກຊິນປ້ອງກັນ ໂຄວິດ-19 ເນື່ອງຈາກວ່າຕົວເລກປະຊາກອນ ທີ່ໄດ້ຮັບວັກຊິນ ຢູ່ 3 ເມືອງດັ່ງກ່າວ ບໍ່ທັນບັນລຸໄດ້ຕາມເປົ້າໝາຍ, ເຊິ່ງບັນດາສື່ມວນຊົນ ຈະໄດ້ລົງເບິ່ງບັນຫາຕົວຈິງກ່ຽວກັບ ຂະບວນສັກວັກຊິນ ແລະ ສຳພາດພາກສ່ວນຕ່າງໆ ທີ່ຮັບຜິດຊອບລວມ ທັງປະຊາຊົນ ກ່ຽວກັບຄວາມຄືບໜ້າ ໃນການສັກວັກຊິນ, ສິ່ງທ້າທາຍ ແລະ ຄວາມຮັບຮູ້-ເຂົ້າໃຈ ຂອງປະຊາຊົນໃນການຮັບວັກຊິນ ເພື່ອນໍາໂຄສະນາ ເຜີຍແຜ່ໃຫ້ປະຊາຊົນ, ພະນັກງານ, ທະຫານຕໍາຫລວດ ແລະ ທຸກພາກສ່ວນໃນສັງຄົມ ໄດ້ຮັບຮູ້ເຖິງຈຸດປະສົງ, ຄວາມສຳຄັນ ໃນການສັກວັກຊິນ ເພື່ອສ້າງພູມຄຸ້ມກັນ ໃຫ້ແກ່ຕົນເອງ, ຄອບຄົວ ແລະ ສັງຄົມ.

ອີງຕາມຂໍ້ມູນຈາກ ພະແນກສາທາລະນະສຸກ ແຂວງ ຊຽງຂວາງ, 6 ເດືອນຕົ້ນປີນີ້ ອັດຕາສ່ວນປະຊາກອນທີ່ໄດ້ຮັບການສັກວັກຊິນ ທົ່ວແຂວງ ຊຽງຂວາງ ເຂັມທີ 1 ສັກໄດ້ 73%, ເຂັມ 2 ໄດ້ 61%, ເຂັມທີ 3 ໄດ້ 19,6% ແລະ ເຂັມ 4 ໄດ້ 2,2%; ໃນນັ້ນ, ອັດຕາການສັກວັກຊິນເຂັມ 2 ຍັງມີ 3 ເມືອງທີ່ບໍ່ທັນບັນລຸ 50% ປະກອບມີ: ເມືອງ ໜອງແຮດ, ເມືອງ ຄຳ ແລະ ເມືອງ ຄູນ.

ປັດຈຸບັນ, ເຖິງວ່າສະພາບການລະບາດຂອງ ພະຍາດ ໂຄວິດ-19 ເບົາບາງລົງ ແຕ່ຂະບວນການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ໃນຂອບເຂດທົ່ວປະເທດ ຍັງສືບຕໍ່ຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸຕາມຄາດໝາຍ ທີ່ລັດຖະບານວາງໄວ້ .

error: Content is protected !!