ປະທານສະພາແຫ່ງຊາດ ເນັ້ນໃຫ້ກຳລັງ ປກສ ສືບຕໍ່ຝຶກຝົນທາດແທ້ປະຕິວັດ-ຈົງຮັກພັກດີຕໍ່ປະເທດຊາດ

ໃນໂອກາດທີ່ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມຍົກສູງບົດບາດ ການເຄື່ອນໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກຳລັງ ປກສ ໃນຕອນບ່າຍຂອງວັນທີ 8 ສິງຫາ 2022 ໃຫ້ກຽດຕ້ອນຮັບຈາກ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ພ້ອມດ້ວຍຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໂດຍທ່ານປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງເອົາໃຈໃສ່ຮັກສາມູນເຊື້ອອັນດີງາມ ໂດຍສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຈົງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະລະເພື່ອຊາດເພື່ອປະຊາຊົນ.

ໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກຳລັງປ້ອງກັນຄວາມສະຫງົບທີ່ໄດ້ເຄື່ອນໄຫວໜ້າທີ່ການເມືອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກຳລັງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ສາມາດແກ້ໄຂຄະດີຢາເສບຕິດໃນຂອບເຂດທົ່ວປະເທດໄດ້ 4.094 ເລື່ອງ, ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ. ຄຽງຄູ່ກັນນັ້ນທ່ານ, ກໍໄດ້ຍົກໃຫ້ເຫັນດ້ານທີ່ທ້າທາຍທົດສອບ ເຊິ່ງໃນທົ່ວກຳລັງປ້ອງກັນຄວາມສະຫງົບ ຈົ່ງເອົາໃຈໃສ່ຮັກສາມູນເຊື້ອອັນດີງາມ ໂດຍສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຈົງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະລະເພື່ອຊາດ ເພື່ອປະຊາຊົນ ຂອງນາຍ ແລະ ພົນຕຳຫລວດ ໃຫ້ຖືເປັນບັນຫາສຳຄັນໃຈກາງ ແລະ ບໍ່ສາມາດຖືເບົາໄດ້; ສ້າງຄວາມເປັນເອກະພາບສູງກັບແນວທາງຂອງພັກ, ກົດໝາຍຂອງລັດຢ່າງໜັກແໜ້ນ ພາຍໃນຖັນແຖວກຳລັງ ປກສ, ໃຫ້ກຳລັງ ປກສ ກໍຄື ກຳລັງປະກອບອາ ວຸດປະຊາຊົນ ເປັນກຳລັງແຖວໜ້າໃນການກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ຈັດຕັ້ງຜັນຂະຫຍາຍອອກມາເປັນແຜນການອັນລະອຽດ ຂອງກຳ ລັງປ້ອງກັນຄວາມສະຫງົບ; ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຕ້ອງຝຶກຝົນຫລໍ່ຫລອມດ້ານສິລະປະຍຸດ ຍຸດທະວິທີຢ່າງເປັນປະຈຳ (ຮູ້ສະພາບ, ກຳສະພາບໃຫ້ຊັດເຈນ, ມີຫລັກວິຊາສະເພາະ ແລະ ຕົວຈິງ) ກຳສະພາບໄດ້ດີເທົ່າໃດ, ກຳຂ່າວໄດ້ ແໜ້ນເທົ່າໃດ ຈຶ່ງສາມາດເອົາຊະນະພວກຄົນບໍ່ດີໄດ້.

ກອງປະຊຸມໃນຄັ້ງນີ້, ຖືເປັນເຫດການທີ່ມີຄວາມໝາຍສຳຄັນ ໃນຊີວິດການ ເມືອງ, ເປັນຂີດໝາຍສຳຄັນ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ເລິກເຊິ່ງເຖິງພາລະບົດບາດ, ໜ້າທີ່ຂອງສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ; ພາລະບົດບາດ, ໜ້າທີ່ ຂອງສະພາປະຊາຊົນແຂວງ, ນະຄອນຫລວງ, ສະມາຊິກສະພາປະຊາຊົນແຂວງ, ນະຄອນຫລວງ ຮ່ວມມືໃນການຍົກສູງພາລະບົດບາດຂອງ ສະພາ ແລະ ສະມາຊິກສະພາ ໄດ້ຮັບການປັບປຸງເສີມຂະຫຍາຍໄປທາງລວງເລິກ ແລະ ລວງກວ້າງທົ່ວເຖິງໃນກໍາລັງ ແລະ ສັງຄົມນັບມື້ເພີ່ມຂຶ້ນ, ສ້າງຄວາມເອກະພາບ ແລະ ຄວາມຮັບຜິດຊອບ ຂອງຄະນະພັກ, ຄະນະນຳແຕ່ລະຂັ້ນ ຢ່າງຮອບດ້ານກົມ ກຽວ, ສ່ອງແສງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງການຈັດຕັ້ງສະພາ ເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ, ເປັນອົງການອຳນາດສູງສຸດແຫ່ງລັດ ໃນການປະຕິບັດ 3 ພາລະບົດສໍາຄັນຄື: ພາລະບົດ ບາດ ໃນການຄົ້ນຄວ້າ, ສ້າງ, ປັບປຸງລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ.

ຂ່າວ: ບຸນເຫລືອ

ພາບ: ພູເງິນ

error: Content is protected !!