ທີມນັກກິລາຄົນພິການລາວ ສ້າງຜົນງານຍາດໄດ້ 2 ຫຼຽນເງິນ ແລະ 7 ຫຼຽນທອງ

ທີມນັກກິລາຄົນພິການທີມຊາດລາວ ຫຼາຍກວ່າ 70 ຊີວິດ ໄດ້ເດີນທາງເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງ ວຽງຈັນ ດ້ວຍຄວາມສະຫວັດດີພາບ ໃນຕອນຄໍ່າຂອງວັນທີ 7 ສິງຫາທີ່ຜ່ານມາ ພ້ອມກັບຜົນງານ 2 ຫຼຽນເງິນ ແລະ 7 ຫຼຽນທອງ, ໂດຍໃຫ້ກຽດຕ້ອນຮັບ ແລະ ມອບຊໍ່ດອກໄມ້ ຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ, ຄອບຄົວ ແລະ ກອງເຊຍເຂົ້າຮ່ວມ ຕ້ອນຮັບ, ກິລາ ອາຊຽນ ພາຣາເກມ ຄັ້ງທີ 11 ຫຼື ໂຊໂລ ເກມ 2022 ຊຶ່ງຈັດຂຶ້ນຢູ່ນະຄອນໂຊໂລ ປະເທດ ອິນໂດເນເຊຍ ລະຫວ່າງ ວັນທີ 30 ກໍລະກົດ ຫາ 7 ສິງຫາ 2022 ຜ່ານມາ.

ໃນໂອກາດນີ້, ທ່ານຫົວໜ້າຫ້ອງການກະຊວງ ສສກ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນຳ, ຄູຝຶກ ແລະ ນັກກິລາທຸກຄົນ ທີ່ເຂົ້າຮ່ວມການແຂ່ງຂັນ ແລະ ພ້ອມກັນທຸ່ມເທກຳລັງ ເພື່ອຍາດໄຊຊະນະ ແລະ ນໍາກຽດສັກສີມາໃຫ້ປະເທດຊາດ ເຖິງແມ່ນວ່າການເດີນທາງ ຫຼື ການແຂ່ງຂັນ ຈະພົບອຸປະສັກຄວາມຫຍຸ້ງຍາກນາໆປະການກໍຕາມ ແຕ່ຄະນະນຳ, ຄູຝຶກ ແລະ ນັກກິລາທຸກຄົນ ກໍໄດ້ມີຄວາມຮັບຜິດຊອບສູງ, ມີຄວາມອົດທົນພະຍາຍາມ ແລະ ຄວາມສາມັກຄີກັນ ຈົນນຳມາຜົນງານທີ່ໜ້າພໍໃຈ ຄື 2 ຫຼຽນເງິນ ແລະ 7 ຫຼຽນທອງ.

ສຳລັບການແຂ່ງຂັນຄັ້ງນີ້ ມີການຊີງໄຊທັງໝົດ 14 ປະເພດກິລາ ປະກອບມີ: ຍິງທະນູ, ແລ່ນ-ລານ, ດອກປີກໄກ່, ບັອດເຊຍ, ໝາກເສິກ, ເຕະບານ, ໂກນບານ, ຢູໂດ, ຍົກນໍ້າໜັກ, ລອຍນໍ້າ, ບານສົ່ງ, ປິ່ງປ່ອງ, ບານບ້ວງລໍ້ເລື່ອນ ແລະ ເທັນນິດລໍ້ເລື່ອນ, ໂດຍມີນັກກິລາເຂົ້າຮ່ວມເກືອບ 1,300 ຄົນ ຈາກ 11 ປະເທດ, ໃນນີ້ສະເພາະ ສປປ ລາວ ສົ່ງຄະນະນຳ ແລະ ນັກກິລາເຂົ້າຮ່ວມ ທັງໝົດ 79 ຄົນ ໃນ 6 ປະເພດກິລາຄື: ຍົກນໍ້າໜັກ, ລອຍນໍ້າ, ແລ່ນ-ລານ, ບັອດເຊຍ, ບານບ້ວງລໍ້ເລື່ອນ (ທີມຍິງ) ແລະ ໂກນບານ (ທີມຊາຍ-ຍິງ). ຜ່ານການແຂ່ງຂັນຜົນປະກົດວ່າ ທີມນັກກິລາຄົນພິການລາວ ຍາດມາໄດ້ 2 ຫຼຽນເງິນ ແລະ 7 ຫຼຽນທອງ, ໂດຍ 2 ຫຼຽນເງິນ ໄດ້ຈາກ ນາງ ລັດສະໝີ ສີປະເສີດ ນັກກິລາຍົກນໍ້າໜັກຄົນພິການລາວ ຮຸ່ນນໍ້າໜັກບໍ່ເກີນ 41 ກິໂລກຣາມ ແລະ 7 ຫຼຽນທອງ ໄດ້ຈາກ ທ້າວ ເປ້ຍ ເລົາພັກດີ ນັກກິລາຍົກນໍ້າໜັກ ຍາດໄດ້ 2 ຫຼຽນທອງ, ທ້າວ ບຸນເພັດ ເທບທິດາ ນັກກິລາແລ່ນ-ລານຄົນພິການທີມຊາດລາວ ຍາດໄດ້ 2 ຫຼຽນທອງ ລາຍການແລ່ນ 200 ແມັດ ແລະ 400 ແມັດ, ທ້າວ ແກ່ນ ເທບທິດາ ຍາດໄດ້ 1 ຫຼຽນທອງ ລາຍການ ແລ່ນ 100 ແມັດ ແລະ ອີກ 2 ຫຼຽນທອງຈາກ ກິລາບານບ້ວງລໍ້ເລື່ອນທີມຍິງ 5 ຄົນ (5×5) ແລະ ທີມຍິງ 3 ຄົນ (3×3).

(ຂ່າວ:ສ.ສຸກ )

error: Content is protected !!