1. ເດັກຖືກມັດ ຊື່ ທ ຊູລີ ຢ່າ ອາຍຸ 9 ປີ ກຳລັງຮຽນຢູ່ ປະຖົມ ພູຫົວຊ້າງ ປໍ2 (ເມືອງອະນຸວົງ). 2. ທ້າວ ຊູລີ ເປັນລູກກໍາພອຍ (ພໍ່ແມ່ແຍກທາງກັນ ແຕ່ນ້ອຍ ແມ່ໄປເຮັດວຽກຢູ່ຕ່າງເມືອງ ພໍ່ ແຕ່ງງານໃໝ່ ຢູ່ບ້ານນັ້ນ
ບ້ານເມືອງ
ທ່ານ ຄໍາເພັດ ມູນນິວົງ ນັກທຸລະກິດໜຸ່ມ ບ້ານຫ້ວຍຫົງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ສະໜັບສະໜູນທຶນສ້າງ ປ້າຍເຂົ້າ-ອອກເມືອງລອງ ແຂວງຫຼວງນໍ້າທາ
ໃນຕອນເຊົ້າຂອງ ວັນທີ 3 ມີນາ 2023 ນີ້, ຢູ່ທີ່ຫ້ອງວ່າການເມືອງລອງ ທ່ານ ຄໍາເພັດ ມູນນິວົງ ນັກທຸລະກິດໜຸ່ມ ບ້ານຫ້ວຍຫົງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ສະໜັບສະໜູນທຶນປະກອບສ່ວນສ້າງປ້າຍເຂົ້າ-ອອກເມືອງລອງ ແຂວງຫຼວງນໍ້າທາ ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ນາງ ຈັນຄໍາ ທໍຄໍາເໝົາ ກໍາມະການປະຈໍາພັກເມືອງ ຮອງເຈົ້າເມືອງ
ເຈົ້າແຂວງ ລົງໃຫ້ກຳລັງໃຈ ປະຊາຊົນ ຫຼັງຈາກທີ່ໄຟໄໝ້ເຮືອນ ຢູ່ບ້ານສະໝິງ.
ແຫຼ່ງຂ່າວຈາກ ແຂວງ ຈຳປາສັກ ໃຫ້ຮູ້ວ່າ: ວັນທີ 3 ມີນາ 2023 ຜ່ານມາ, ທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງຈຳປາສັກ ພ້ອມຄະນະນຳ, ອົງການປົກຄອງ, ສະພາປະຊາຊົນແຂວງຈຳປາສັກ ໄດ້ລົງຢ້ຽມຢາມຖາມຂ່າວ ໃຫ້ກຳລັງໃຈປະຊາຊົນ ພ້ອມທັງຕິດຕາມສະພາບ ຈາກເຫດການ ອັກຄີໄພ (ໄຟໄໝ້) ເຮືອນປະຊາຊົນ ຢູ່ບ້ານສະໝິງ
ຊ່າງໄມ້ ຂອງໂຮງງານເຟີນີເຈີ ຂະໜາດນ້ອຍ 5 ເມືອງ ຂອງແຂວງອັດຕະປື ໄດ້ຮັບການຝືກອົບຮົມພາຍໃຕ້ຫົວຂໍ້: ການຄຸ້ມຄອງໄມ້ເສດ.
ໃນລະຫວ່າງວັນທີ 27-28 ກຸມພາ ທີ່ຜ່ານມານີ້, ໂຮງຮຽນເຕັກນິກວິຊາຊີບ ເວດສະພົງ ນະຄອນຫຼວງວຽງຈັນ ໄດ້ຈັດຊຸດອົບຮົມໃຫ້ແກ່ກໍາມະກອນທີ່ເຮັດວຽກງານຢູ່ໂຮງງານເຟີນີເຈີ ຂະໜາດນ້ອຍ 5 ຕົວເມືອງເມືອງຂອງແຂວງອັດຕະປື ພາຍໃຕ້ຫົວຂໍ້: ການຄຸ້ມຄອງໄມ້ເສດ ແລະຜະລິດຕະພັນຈາກໄມ້ເສດ ,ຊຸດອົບຮົມໄດ້ຈັດຂື້ນທີ່ໂຮງຊ່າງໄມ້ຫັດຖະກຳ ເປດ ເມືອງພູວົງ,ໂດຍການເຂົ້າຮ່ວມຂອງທ່ານ ຄໍາໄພ ຄໍາພິລາວົງ ຫົວໜ້າຂະແໜງອຸດສະຫະກຳ-ຫັດຖະກຳ ພະແນກອຸດສາຫະກຳ ແລະ ການຄ້າແຂວງ,ມີທ່ານ ຄໍາພຽນ
ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ດຳເນີນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວວຽກງານ ປະຈໍາປີ 2022
ໃນຕອນເຊົ້າຂອງວັນທີ 28 ກຸມພາ 2023 ຢູ່ທີ່່ສຳນັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປະຈຳປີ 2022 ຂຶ້ນຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ໃຫ້ກຽດເຂົ້າຮ່ວມມີ ທ່ານ
ປະຊາຊົນ 45 ຄອບຄົວ ເຂດນໍ້າງອນ ເມືອງຊານໄຊ ໄດ້ຮັບແນວພັນພືດ
ວັນທີ 17 ກຸມພາ 2023 ພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໄດ້ນໍາເອົາແນວພັນພືດ ໄປມອບໃຫ້ປະຊາຊົນ ຈໍານວນ 45 ຄອບຄົວ ຢູ່ເຂດນໍ້າງອນ ເມືອງຊານໄຊ ແຂວງອັດຕະປື,ເຊິ່ງແນວພັນພືດທີ່ນໍາໄປມອບ ຄັ້ງນີ້ ປະກອບມີ: ແນວພັນຜັກກະລໍ່າປີ,ຜັກກາດຂາວ,ຜັກກາດດອກ,ຜັກກາດນາ, ໝາກເຂືອ ແລະ ອື່ນໆ ລວມມີທັງໝົດ 270
ຈັບໄດ້ແລ້ວ! ໂຈນລັກລົດຟໍຈູນເນີ້ ໃນງານບຸນຊ້າງ ແຂວງ ໄຊຍະບູລີ
ເວລາປະມານ 7 ໂມງ 20 ນາທີ ຂອງວັນທີ 15 ກຸມພາ 2023 ທີ່ຜ່ານມາ, ເຈົ້າໜ້າທີ່ ສາມາດນຳຈັບຕົວໄດ້ແລ້ວ ໂຈນທີ່ລັກລົດຟໍຈູນເນີ້ ໝາຍເລກທະບຽນ ກທ 6255 ກຳແພງນະຄອນ ທີ່ເສຍໃນຄືນວັນທີ 14 ກຸມພາ 2023 ເວລາປະມານ 20 ໂມງ,
ໄຊຍະບູລີ ຊ້ອມໃຫຍ່! ກຽມຈັດງານບຸນຊ້າງ 18 ກຸມພານີ້
ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 15 ກຸມພາ 2023 ທີ່ສະໝາມຫລວງແຂວງໄຊຍະບູລີ ໄດ້ຝຶກຊ້ອນໃຫ້ແກ່ມະຫະກໍາບຸນຊ້າງ ປະຈໍາປີ 2023 ໂດຍມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າພະ ແນກການ ພ້ອມດ້ວຍຄູຝຶກຈາກກ້ອນກຳລັງຕ່າງໆ ທີ່ຈະໄດ້ເຂົ້າຮ່ວມມະຫະກໍາບຸນຊ້າງ ເຂົ້າຮ່ວມ.ການຝຶກຊ້ອມໃນຄັ້ງນີ້, ເພື່ອກຽມພ້ອມໃຫ້ແກ່ງານດັ່ງກ່າວ ທີ່ຈະໄດ້ຈັດຂຶ້ນໃນວັນທີ
ເປີດສູນຝຶກອົບຮົມວິຊາຊີບ ເຄລາວ ຊີຊີແລັບ ທີ່ ນະຄອນຫຼວງ ວຽງຈັນ.
ເພື່ອເປັນການສະໜັບສະໜູນ ການພັດທະນານັກອອກແບບໜຸ່ມ ໃນລາວ ບໍລິສັດ ໄອຈັອບ ຈຳກັດ ຮ່ວມກັບ ອົງການກອຍກາ ປະຈຳ ສປປ ລາວ ເປີດສູນຝຶກອົບຮົມວິຊາຊີບ ເຄລາວ ຊີຊີ ແລັບ ໃນວັນທີ 14 ກຸມພາ 2023 ພາຍໃຕ້ໂຄງການ “ພັດທະນາ ເຄື່ອງໝາຍຜະລິດຕະພັນແຟຊັນເກົາຫຼີ (K-Fashion). ທ່ານ
ເປີດງານວາງສະແດງຜະລິດຕະພັນລາວກ້າວສູ່ສາກົນ
ຕອນບ່າຍວັນທີ 15 ກຸມພາ 2023, ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນໄດ້ຈັດພິທີເປີດງານວາງສະແດງຜະລິດຕະພັນລາວກ້າວສູ່ສາກົນ ປະຈໍາປີ 2023 ໂດຍການໃຫ້ກຽດເຂົ້າຮວ່ມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ










