ວາລະ “ວັນກຸດສົງການລາວປີໃໝ່ລາວປີ ຄສ 2023 ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ສປປລາວ”

ຕິດຕາມວາລະ “ວັນກຸດສົງການລາວປີໃໝ່ລາວປີ ຄສ 2023, (1) ວັນສັງຂານລ່ວງ 14 ເມສາ ຈສ 1384, (2) ວັນເນົາ 15 ເມສາ (ຈສ 1384-1385), (3) ວັນສັງຂານຂື້ນປີໃໝ່ 16 ເມສາ ຈສ 1385, ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ສປປລາວ”.

(ໜຶ່ງ). ຄະນະຮັບຜິດຊອບ ໄດ້ກຳນົດເອົາແຕ່ວັນທີ 11-20 ເມສາ 2023 ໃນນັ້ນ:

1. ວັນທີ 11-12 ເມສາ 2023 ຕອນຄໍ່າ, ມີງານປະກວດນາງສັງຂານ;

2. ວັນທີ 13 ເມສາ 2023 ຕອນເຊົ້າ ມີພິທີແຫ່ຊ້າງຮຽງເກີຍຈາກວັດໃໝ່ສຸວັນນະພູມາຣາມ ຫາ ວັດຊຽງທອງ;

3. ວັນທີ 14 ເມສາ 2023 ຕອນເຊົ້າມີການໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ແຕ່ສີ່ແຍກບ້ານປ່າຂາມ ຫາ ສາມແຍກພະແຍກ ພະແນກໂຍທາທິການ ແລະ ຂົນສົ່ງ, ຈາກນັ້ນ ມີພິທີອາລາດທະນາອັງເຊີນພະພຸດທະຮູບ ລົງຫົດສົງຢູ່ຕາມວັດແຕ່ລະແຫ່ງ, ຕອນບ່າຍ ລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ໄຫວ້ພະ-ເຫດສະຫຼອງຕາມຮີດຄອງປະເພນີ;

4. ວັນທີ 15 ເມສາ 2023 ຕອນເຊົ້າ ມີງານບຸນເຜົ່າລື້ ບ້ານຜານົມ, ຕອນບ່າຍມີ ຂະບວນແຫ່ຫວໍ ຕາມເສັ້ນທາງສີສະຫວ່າງວົງ ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ;

5. ວັນທີ 16 ເມສາ 2023 ຕອນເຊົ້າ ການນຳພັກ-ລັດ, ປະຊາຊົນບັນດາເຜົ່າຮ່ວມກັນໃສ່ບາດຢູ່ໜ້າວັດແສນສຸຂາຣາມ, ຂຶ້ນບູຊາພະທາດຈອມສີ (ພະທາດສັກສິດມິ່ງບ້ານຂວັນເມືອງຂອງຊາວຫຼວງພະບາງ) ເພື່ອເປັນສິລິມຸງຄຸນ, ຕອນບ່າຍ ມີຂະບວນແຫ່ຫວໍ ຕາມເສັ້ນທາງສີສະຫວ່າງວົງ ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ, ຕອນຄໍ່າ, ມີພິທີແຫ່ຮູບຈຳລອງພະຍານາກ, ໂຄມໄຟ ແຕ່ພະທາດຈອມສີ ລົງມາເຂົ້າສູ່ໜອງໃນຫໍພິພິດທະະພັນ, ຮັບຊົມການສະແດງຢູ່ໜ້າຫໍພະບາງ;

6. ວັນທີ 17 ເມສາ 2023 ຕອນເຊົ້າ, ມີພິທີອາລາດທະນາອັງເຊີນພະບາງ ຈາກຫໍພະບາງ ລົງປະດິດສະຖານຢູ່ວັດໃໝ່ສຸວັນນະພູມມາລາມ ແລະຈັດຕັ້ງພິທີຫົດສົງ ຈົນເຖີງວັນທີ່ 20 ເມສາ 2023, ຈື່ງຈະມີພິທີອາລາດທະນາອັງເຊີນພະບາງ ກັບຄືນປະດິດສະຖານຢູ່ຫໍພະບາງຕາມເດີມ.

(ສອງ). ບຸນປີໃໝ່ລາວ ເປັນປາງບຸນໃຫຍ່ຂອງປວງຊົນລາວທັງຊາດ ສະເພາະຢູ່ນະຄອນ ຫຼວງພະບາງ ຈະມີກິດຈະກຳທີ່ຫຼາກຫຼາຍ ແລະ ມີເອກະລັກສະເພາະ ທີ່ໄດ້ສືບທອດກັນມາຫຼາຍເຊັ່ນຄົນ ເຊີ່ງທຸກກິດຈະກຳແມ່ນສ່ອງແສງໃຫ້ເຫັນເຖີງວັດທະນະທຳ ແລະ ຮີດຄອງປະເພນີທີ່ເປັນເອກະລັກສະເພາະ ເຮັດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໄດ້ມີຄວາມປະທັບໃຈເມື່ອໄດ້ມີທ່ອງທ່ຽວ ແລະ ສຳພັດຕົວຈີງ. ຮຽກຮ້ອງໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ພ້ອມກັນກຽມຄວາມພ້ອມ ເພື່ອມາທ່ຽວຊົມຫຼວງພະບາງ ຮັບຮອງວ່າເມື່ອທ່ານໄດ້ມາທ່ອງທ່ຽວ ຈະມີຄວາມປະທັບໃຈຢ່າງບໍ່ມີວັນລືມ.

(ສາມ). ປະເພນີມວນຊົນຫຼວງພະບາງ ໃນການການຫົດສົງພຣະເຈົ້າໝ່ານ ວັດຊຽງທອງ ນະຄອນຫຼວງພະບາງ.

error: Content is protected !!