ອາກາດຢູ່ ລາວ ຍັງຈະຮ້ອນຂຶ້ນຕື່ມອີກ ຈະມີຝົນຕົກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈກ້ງໃຫ້ຮູ້ວ່າ: ສະພາບອາກາດປະຈໍາວັນທີ 20 ມີນາ 2023 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງ ປະເທດລາວ ດ້ວຍກຳລັງອ່ອນ ສົມທົບກັບລົມຕາເວັນຕົກພັດປົກຄຸມ ພາກເໜືອ ຊຶ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າໃນໄລຍະກາງເວັນ ຢູ່ໃນແຕ່ລະພາກ ແຕ່ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ພາກເໜືອ ແລະ ພາກກາງ.

  • ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບ ຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 15-30 ອົງສາ.
  • ພາກເໜືອດ້ານຕາເວັນຕົກ (ແຂວງຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດເຢັນໃນຕອນເຊົ້າ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບ ຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 16-37 ອົງສາ.
  • ນະຄອນຫຼວງວຽງຈັນ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງ ປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະ ດັບຄ່ອຍຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 25-37 ອົງສາ.
  • ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 15% ຂອງພາກ. ອຸນຫະພູມໃນລະຫວ່າງ 24-38 ອົງສາ.
  • ແຂວງໄຊສົມບູນ: ອາກາດເຢັນໃນນຕອນເຊົ້າ ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມໃນລະຫວ່າງ 18-30 ອົງສາ.
  • ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 25-39 ອົງສາ.
  • ເຂດພູພຽງບໍລະເວນ: ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມ ໃນຕອນເຊົ້າ ແລະ ຈະມີຝົນຕົກໃນນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%. ອຸນຫະພູມ ໃນລະຫວ່າງ 13-30 ອົງສາ.
error: Content is protected !!