ຄວາມກົດດັນຕ່ຳຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ, ສົມທົບກັບລົມຕາເວັນຕົກພັດປົກຄຸມ. ຊື່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າ ຂຶ້ນໃນແຕ່ລະພາກ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນຢູ່ແຂວງພາກກາງ ແລະ ພາກໃຕ້. ສຳລັບແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.
ບ້ານເມືອງ
ເລີ່ມສ້ອມແປງທາງພູເກົ້າຫຼັກໃຫ້ສຳເລັດກ່ອນລະດູຝົນ
ທ່ານ ສົມສຸກ ຄໍາມຸງຄຸນ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງວຽງຈັນ ໃຫ້ສໍາພາດເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ປັດຈຸບັນ, ບໍລິສັດຜູ້ຮັບເໝົາ ພວມສຸມໃສ່ສ້ອມແປງເສັ້ນທາງ 4C ທາງຫລວງແຫ່ງຊາດ ແຕ່ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫລວງພະບາງ, ສະເພາະເສັ້ນທາງທີ່ເຂດພູ 9 ຫລັກ,ໂດຍສະເພາະຈຸດຊົມວີວ ແລະ ຄ້ອຍລົງມາທາງເມືອງກາສີ ໃນໄລຍະທາງລວມປະມານ 9
ຄວາມໝາຍຄວາມສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ
ເນື່ອງໃນໂອກາດ ວັນຄຽດແຄ້ນ ຂອງປະຊາຊົນລາວ – ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ (21/3/1946-21/3/2023)
ອ້າງເປັນຕໍາຫຼວດ ແລນຄົນເຂົ້າກໍາລັງ ປກສ ແລະ ອ້າງແລນນັກໂທດອອກຈາກຄຸກໄດ້ ! ມີຄົນຫຼົງເຊື່ອ ເສຍເງິນໄປຫຼາຍຮ້ອຍລ້ານກີບ
ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຈັບຕົວ ທ້າວ ກິດຕິພອນ ອາຍຸ 35 ປີ ກໍາມະກອນ ຢູ່ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມາດໍາເນີນຄະດີ ໃນວັນທີ 4 ກຸມພາ 2023, ຂໍ້ຫາສໍ້ໂກງຊັບພົນລະເມືອງ ຍ້ອນມີການເຄື່ອນໄຫວຕົວະຍົວະຫຼອກລວງ ແອບອ້າງຕົນເອງວ່າເປັນເຈົ້າໜ້າທີ່ ປກສ, ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ
ອາກາດຢູ່ ລາວ ຍັງຈະຮ້ອນຂຶ້ນຕື່ມອີກ ຈະມີຝົນຕົກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈກ້ງໃຫ້ຮູ້ວ່າ: ສະພາບອາກາດປະຈໍາວັນທີ 20 ມີນາ 2023 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກ ຂອງ ປະເທດລາວ ດ້ວຍກຳລັງອ່ອນ ສົມທົບກັບລົມຕາເວັນຕົກພັດປົກຄຸມ ພາກເໜືອ ຊຶ່ງຈະເຮັດໃຫ້ອາກາດຍັງຈະສືບຕໍ່ຮ້ອນ ຫາ ຮ້ອນເອົ້າໃນໄລຍະກາງເວັນ ຢູ່ໃນແຕ່ລະພາກ ແຕ່ສະພາບອາກາດຍັງຈະເຢັນ ຫາ ໜາວເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ
ວາລະ “ວັນກຸດສົງການລາວປີໃໝ່ລາວປີ ຄສ 2023 ເມືອງມໍຣະດົກໂລກ ແຂວງຫຼວງພະບາງ ສປປລາວ”
ຕິດຕາມວາລະ “ວັນກຸດສົງການລາວປີໃໝ່ລາວປີ ຄສ 2023, (1) ວັນສັງຂານລ່ວງ 14 ເມສາ ຈສ 1384, (2) ວັນເນົາ 15 ເມສາ (ຈສ 1384-1385), (3) ວັນສັງຂານຂື້ນປີໃໝ່ 16 ເມສາ ຈສ 1385, ເມືອງມໍຣະດົກໂລກ ແຂວງຫຼວງພະບາງ
ລົດໄຟລາວ-ຈີນ ເປີດນຳໃຊ້ລະບົບຂາຍປີ້ອອນລາຍ LCR Ticket ຢ່າງເປັນທາງການ
ໃນວັນທີ 15 ມີນານີ້ທາງລົດໄຟລາວ-ຈີນເລີ່ມເປີດນຳໃຊ້ລະບົບຂາຍປີ້ອອນລາຍ LCR Ticket ຢ່າງເປັນທາງການ, ເຊິ່ງຈະເປັນການຍົກລະດັບບາດກ້າວໃນການໃຫ້ຂໍ້ມູນຂ່າວສານຂອງການຂົນສົ່ງໂດຍສານທາງລົດໄຟລາວ-ຈີນ, ເຮັດໃຫ້ການເດີນທາງຂອງຜູ້ໂດຍສານສະດວກສະບາຍ ແລະ ມີປະສິດທິພາບຍິ່ງຂຶ້ນ ອັນເປັນຂີດໝາຍວ່າທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ຍຸກແຫ່ງການຂາຍປີ້ອອນລາຍຢ່າງເປັນທາງການ. ນັບຕັ້ງແຕ່ເປີດດຳເນີນການທາງລົດໄຟລາວຈີນໃນວັນທີ 3 ທັນວາ 2021 ເປັນຕົ້ນມາ, ບໍລິສັດທາງລົດໄຟລາວ-ຈີນ ບໍ່ຢຸດທີ່ຈະພັດທະນາການບໍລິການ, ດຳເນີນການແລ່ນລົດໄຟ EMU “ຂະບວນລ້ານຊ້າງ” ແລະ ລົດໄຟທຳມະດາ
ທຄຕລ ແຈ້ງ! ບັນຫາທີ່ເກີດຂຶ້ນກັບລູກຄ້າທີ່ນຳໃຊ້ບັດ BCEL ATM UnionPay ແລະ ແນວທາງການແກ້ໄຂ.
ວັນທີ 10 ມີນາ 2023 ສຳນັກງານໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແຈ້ງມາຍັງທ່ານຊາບວ່າ: ກ່ຽວກັບການໃຫ້ບໍລິການລູກຄ້າ ໄລຍະຜ່ານມາແມ່ນໄດ້ປະຕິບັດຕາມລະບຽບ ແລະ ນິຕິກໍາທີ່ກ່ຽວຂ້ອງ ບົນພື້ນຖານການຫັນເປັນທັນສະໄໝ, ມີຄວາມປອດໄພ ແລະ ຮັບປະກັນຜົນປະໂຫຍດສູງສຸດຂອງລູກຄ້າເປັນຫຼັກ. ທຄຕລ ໄດ້ມີການພັດທະນາຜະລິດຕະພັນຕ່າງໆ ໂດຍສະເພາະແມ່ນຜະລິດຕະພັນບັດ ແລະ ການໃຫ້ບໍລິການເອເລັກໂທຼນິກ ເພື່ອອອກມາຮັບໃຊ້ສັງຄົມ ແລະ
ຖືກຖອນໃບອະນຸຍາດຖາວອນ! 173 ຫົວໜ່ວຍທຸລະກິດແລກປ່ຽນເງິນຕາ
ເຈົ້າຫນ້າທີ່ທະບຽນວິສາຫະກິດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຖື ເປັນກຽດແຈ້ງມາຍັງ ບັນດາພາກສ່ວນຕ່າງໆ (ທັງພາກລັດ ແລະ ເອກະຊົນ) ໃນຂອບເຂດທົ່ວປະເທດ ແລະ ບັນດາຫົວ ຫນ່ວຍທຸລະກິດ ທີ່ຖືກຖອນໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຊາບດັ່ງນີ້:
ຄູຝຶກທີມຊາດລາວບອກ! ມີຄວາມພ້ອມ ແລະ ຈະສ້າງຜົນງານອອກມາໃຫ້ດີທີ່ສຸດ.
ນັກກິລາບານເຕະທີມຊາດລາວ ຍິງ ຮຸ່ນອາຍຸບໍ່ເກີນ 20 ປີ ກຽມລົງສະໜາມນັດທໍາອິດພົບກັບ ທີມຊາດ ຮົງກົງ ໃນການແຂ່ງຂັນບານເຕະຍິງ ຊິງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ (AFC U20 WOMEN’S ASIAN CUP 2024 ROUND 1) ກຸ່ມ A










