ເລື່ອງລາວຂອງ ທ้າວ ຊູລີ ຢ່າ ຂໍ້ມູນຕາມການສຳພາດຫຍໍ້ໆຈາກແມ່ຕູ້ ຂອງເດັກນ້ອຍທີ່ຖືກມັດ

1. ເດັກຖືກມັດ ຊື່ ທ ຊູລີ ຢ່າ ອາຍຸ 9 ປີ ກຳລັງຮຽນຢູ່ ປະຖົມ ພູຫົວຊ້າງ ປໍ2 (ເມືອງອະນຸວົງ).

2. ທ້າວ ຊູລີ ເປັນລູກກໍາພອຍ (ພໍ່ແມ່ແຍກທາງກັນ ແຕ່ນ້ອຍ ແມ່ໄປເຮັດວຽກຢູ່ຕ່າງເມືອງ ພໍ່ ແຕ່ງງານໃໝ່ ຢູ່ບ້ານນັ້ນ ພູຫົວຊ້າງ ທ ຊູລີ ຢູ່ນຳ ແມ່ຕູ້ .

3. ແມ່ຕູ້ ຊື່ ນ. ໂຢ ມົ່ວ ອາຍຸ 40 ປີ ລ້ຽງຫຼານ ແລະ ລູກຢູ່ໃກ້ ໂຮງຮຽນນັ້ນ.

4. ມື້ເກີດເຫດ ທ ຊູລີ ໄດ້ໄປລັກເອົາເຂົ້າໜົມ ຟັນໂອ 1 ຫໍ່ ມູນຄ່າ 2000 ກີບແລ້ວຖືກເຈົ້າຂອງຮ້ານຈັບໄດ້ ມັດໃສ່ລົດຈັກໄວ້ ເພື່ອໃຫ້ຜູ້ປົກຄອງມາເຫັນມາໄຖ່ເອົາ

5. ຮ້ານ ຄ້ານັ້ນ ແມ່ນຂອງນາງ ວຽງຄຳ ເປັນເຈົ້າຂອງຮ້ານ ແລະ ໄດ້ມັດເດັກນ້ອຍນັ້ນແທ້.

6. ຕອນແລງໆ ມື້ວັນທີ 6 ເດືອນ 3 ປີ 2023 ທ ຊູລີ ໄດ້ຖືກນຳໂຕໄປກວດສຸຂະພາບ ກີນຢາ ແລະ ປີ່ນປົວ ພ້ອມມີຄົນກຳລັງໃຫ້ການຊ່ວຍເຫຼືອ.

ຄົນເຮົາເກີດມາມີຕົ້ນທຶນບໍ່ເທົ່າກັນ ແຕ່ສິ່ງທີ່ຢາກໃຫ້ຄົນເຮົາມີເທົ່າກັນກໍຄືຄວາມດີມີເມດຕາຮູ້ຈັກແບ່ງປັນແລະຮູ້ຈັກໃຫ້ອະໄພເພື່ອນມະນຸດດ້ວຍກັນ

ເພາະບາງຄົນເກີດມາ ພໍ່ແມ່ມີໃຫ້ທຸກຢ່າງ ຢາກກິນຫຍັງ ຢາກໄດ້ຫຍັງພໍ່ແມ່ກໍຫາໃຫ້ຕາມໃຈ ຈ່າຍໃຫ້ບໍ່ອັ້ນ

ສ່ວນອີກບາງຄົນເກີດມາ ພໍ່ແມ່ທຸກຍາກລຳບາກຫາເຊົ້າກິນຄ່ຳ ຢາກກິນຫຍັງ ກໍໄດ້ແຕ່ອົດ ແລະ ກືນນ້ຳລາຍຕົນເອງ ເມື່ອເຫັນຄົນອື່ນກິນນັ້ນກິນນີ້

error: Content is protected !!