ຖືກຖອນໃບອະນຸຍາດຖາວອນ! 173 ຫົວໜ່ວຍທຸລະກິດແລກປ່ຽນເງິນຕາ

ເຈົ້າຫນ້າທີ່ທະບຽນວິສາຫະກິດ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຖື ເປັນກຽດແຈ້ງມາຍັງ ບັນດາພາກສ່ວນຕ່າງໆ (ທັງພາກລັດ ແລະ ເອກະຊົນ) ໃນຂອບເຂດທົ່ວປະເທດ ແລະ ບັນດາຫົວ ຫນ່ວຍທຸລະກິດ ທີ່ຖືກຖອນໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ຊາບດັ່ງນີ້:

  1. ໂຈະການເຄື່ອນໄຫວທຸລະກິດຢ່າງຖາວອນຕໍ່ວິສາຫະກິດ ຈໍານວນ 173 ຫົວຫນ່ວຍ ເນື່ອງຈາກ ບໍ່ໄດ້ເຂົ້າມາ ຍຸບເລີກວິສາຫະກິດ ຫຼື ສະເຫນີປ່ຽນແປງເນື້ອໃນທະບຽນວິສາຫະກິດ ຕາມກໍານົດເວລາທີ່ໄດ້ກໍານົດໄວ້ໃນແຈ້ງການ ສະບັບເລກທີ 372/ຈທວ, ລົງວັນທີ 08 ທັນວາ 2022.
    (ລາຍຊື່ວິສາຫະກິດທີ່ຖືກໂຈະການເຄື່ອນໄຫວທຸລະກິດ ຖາວອນ ແມ່ນສາມາດກວດສອບຕາມລາຍຊື່ທີ່ລະບຸໃນ QR Code ດ້ານລຸ່ມຂອງແຈ້ງການສະບັບນີ້).
  2. ຜົນຂອງການໂຈະການເຄື່ອນໄຫວທຸລະກິດຢ່າງຖາວອນ ມີດັ່ງນີ້:
    2.1. ການໂຈະການເຄື່ອນໄຫວທຸລະກິດຖາວອນ ມີຜົນນັບແຕ່ວັນທີ 02 ມີນາ 2023 ເປັນຕົ້ນໄປ.
    2.2. ຍ້າຍຊື່ ແລະ ຂໍ້ມູນທັງຫມົດຂອງວິສາຫະກິດ ຕາມຂໍ້ 1 ຂອງແຈ້ງການສະບັບນີ້ ອອກຈາກຖານຂໍ້ມູນວິ ສາຫະກິດແຫ່ງຊາດ ໄປຢູ່ບັນຊີວິສາຫະກິດທີ່ບໍ່ເຄື່ອນໄຫວທຸລະກິດ.
    2.3. ວິສາຫະກິດທີ່ຖືກຍ້າຍຊື່ ແລະ ຂໍ້ມູນທັງຫມົດນັ້ນ ຍັງພັນທະ ແລະ ຄວາມຮັບຜິດຊອບຕໍ່ຫນີ້ສິນທັງຫມົດ ທີ່ເກີດຂຶ້ນໃນນາມການເຄື່ອນໄຫວທຸລະກິດຂອງຕົນ.
    2.4. ຫ້າມ ວິສາຫະກິດທີ່ຖືກໂຈະການເຄື່ອນໄຫວທຸລະກິດຢ່າງຖາວອນ ລວມທັງ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ນໍາເອົາໃບທະບຽນວິສາຫະກິດດັ່ງກ່າວໄປເຄື່ອນໄຫວທຸລະກິດ ຢ່າງເດັດຂາດ.
    ໃນກໍລະນີລະເມີດ ຈະຖືກປະຕິບັດມາດຕະການ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍວ່າດ້ວຍວິສາຫະກິດ ແລະ ປະມວນກົດຫມາຍອາຍາ ຢ່າງເຂັ້ມງວດ.
error: Content is protected !!