ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນໃຫ້ມີຄວາມຫຼາກຫຼາຍ ຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃນໃຫ້ພຽງພໍ ແລະ ຫຼຸດຜ່ອນການນໍາເຂົ້າສິນຄ້າຈາກຕ່າງປະເທດນັ້ນ; ໃນໄລຍະປີ 2022 ຜ່ານມາ,ພະແນກອຸດສະຫະກໍາ-ການຄ້າ ແຂວງໄຊຍະບູລີ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອລົງກໍານົດ ແລະ ສ້າງບັນຊີຮຽກການລົງທຶນຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ຢູ່ 11 ເມືອງໃນທົ່ວແຂວງ ເພື່ອຊອກຫາທ່າແຮງໃນດ້ານການຜະລິດ ເພື່ອສ້າງບັນຊີຮຽກການລົງທຶນ ເພື່ອການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າມາພັດທະນາວຽກງານອຸດສາຫະກໍາ ແລະ ຫັດຖະກໍາຢ່າງຕໍ່ເນື່ອງ
ທຸລະກິດ & ເສດຖະກິດ
ແຈ້ງການ! ຢຸດຕິການອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາ ທົ່ວປະເທດ 113 ຮ້ານ
ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທະນາຄານທຸລະກິດ ແລະ ຮ້ານແລກປ່ຽນເງີນຕາຕົວແທນ ຊາບວ່າ: ເພື່ອເປັນການຜັນຂະຫຍາຍກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ສະບັບ ເລກທີ 15/ສນຊ, ລົງວັນທີ 7 ກໍລະກົດ 2022, ທະນາຄານແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງວ່າດ້ວຍການບໍລິການ ແລກປ່ຽນເງິນຕາ ສະບັບເລກທີ 1026/ທຫລ, ລົງວັນທີ
ປີ 2022 ເສດຖະກິດ ນວ ຂະຫຍາຍຕົວ 4.83%
ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ກ່າວອີກວ່າ: ນະຄອນຫຼວງວຽງຈັນໄດ້ນໍາໃຊ້ເຄື່ອງມືທັນສະ ໄໝ ເຂົ້າໃນການເກັບລາຍຮັບຜ່ານລະບົບທະນາຄານ ໂດຍສະເພາະແມ່ນການຈັດເກັບລາຍຮັບພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ໂດຍຈັດເກັບຜ່ານລະບົບ Smart Tax ແລະ ລະບົບປະຕູດຽວແຫ່ງຊາດ ໄດ້ສຳເລັດການຫັນເອົາຫົວໜ່ວຍທຸລະກິດເຂົ້າລະບົບ TaxRIS ຈໍານວນ 7.406 ຫົວໜ່ວຍ ປະຕິບັດໄດ້ລື່ນແຜນ 13,93%, ການເກັບລາຍຮັບງົບປະມານ ສາມາດຈັດເກັບລາຍຮັບໄດ້ທັງໝົດ
ນວ ຕອບສະໜອງຜົນຜະລິດໄດ້ 66,192 ໂຕນຫຼຸດຜ່ອນການນໍາເຂົ້າ 1.26%
ພະແນກກະສິກຳປ່າໄມ້ ນະຄອນຫຼວງ ວຽງຈັນ ໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໄດ້ມີແຜນດໍາເນີນງານ ສະບັບເລກທີ 3426/ກປ.ນວ ລົງວັນທີ 30 ກັນຍາ 2021 ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນຂົງເຂດກະສິກຳ ແລະ ປ່າໄມ້ ໃນນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ.ອີງຕາມບົດລາຍງານຂອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການລ້ຽງສັດ ແລະ ການປະມົງປະຈຳປີ
ພິທີເຊັນສັນຍາຕົວແທນຈຳໜ່າຍລົດ ລະຫວ່າງ ບໍລິສັດ Chery Automobile Group ແລະ Vientiane Motor
ໃນວັນທີ 9 ມັງກອນ 2023 ນີ້ ທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງ ວຽງຈັນ ໄດ້ມີພິທີເຊັນຍາຕົວແທນຈຳໜ່າຍລົດ ລະຫວ່າງ ບໍລິສັດ Chery Automobile Group ແລະ Vientiane Motor ຢ່າງເປັນທາງການ, ເປັນກຽດເຂົ້າຮ່ວມ ໂດຍທ່ານ ດາວວົງ ແກ້ວມະນີວົງ ປະທານບໍລິສັດ ວຽງຈັນມໍເຕີ້
ແມ່ຄ້າ ຮຽກຮ້ອງໃຫ້ແກ້ໄຂຕົ້ນເຫດທີ່ພາໃຫ້ລາຄາເຂົ້າສານສູງຂຶ້ນ
ປັດຈຸບັນສິນຄ້າປະເພດເຄື່ອງອຸປະໂພກ ບໍລິໂພກ ລາຄາພຸ່ງສູງຂຶ້ນຫຼາຍ ເປັນຕົ້ນແມ່ນເຂົ້າ ພືດຜັກຕ່າງໆລວມທັງເຂົ້າສານ ເຊິ່ງໄດ້ສົ່ງຜົນກະທົບໃຫ້ແກ່ຜູ້ຊື້ ແລະ ຜູ້ຂາຍ (ແມ່ຄ້າ ແລະ ລູກຄ້າ) ໂດຍສະເພາະ ທຸລະກິດຂະໜາດນ້ອຍ ແລະ ຜູ້ມີລາຍໄດ້ໜ້ອຍ.ແມ່ຄ້າຂາຍເຂົ້າ ຕະຫຼາດໂນນຄໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ໃຫ້ສຳພາດວັນທີ 5 ມັງກອນ 2023 ວ່າ
ເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ ໄປຊາຍແດນຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ
ພິທີເປີດນຳໃຊ້ໂຄງການສາຍສົ່ງໄຟຟ້າ 500 ກິໂລໂວນ ຈາກສະຖານີໄຟຟ້າ ບ້ານຫາດ, ເມືອງໂຂງ ແຂວງຈຳປາສັກ ໄປຫາຊາຍແດນຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ ຈັດຂຶ້ນໃນວັນທີ 3 ມັງກອນ 2023 ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ
ປະຊາຊົນບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ສ້າງລາຍຮັບເປັນກຸ່ມດ້ວຍການປູກພຶດສວນຄົວ
ຕາມການໃຫ້ສໍາພາດຂອງ ທ່ານ ນາງ ໂນລາ ຫົວໜ້າກຸ່ມປູກຜັກສວນຄົວ ຢູ່ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ວ່າ: ພາຍຫຼັງໄດ້ຮັບການສະໜອງອຸປະກອນຈາກໂຄງການອາຫານໂລກ ກໍ່ໄດ້ຈັດຕັ້ງເປັນກຸ່ມ ເຊິ່ງມີ 2 ກຸ່ມ ແຕ່ລະກຸ່ມມີ 13 ຄອບຄົວ ໄດ້ລິເລີ່ມປູກຜັກສວນຄົວແບບເປັນກຸ່ມແຕ່ປີ 2017. ຮູບແບບໃນການປູກແມ່ນໄດ້ຕັ້ງເປັນເຮືອນຮົ່ມ ສາມາດປູກໄດ້ຕະຫຼອດລະດູການ; ງົບປະມານໃນເບື້ອງຕົ້ນເປັນເງິນພຽງ 400.000
ໄທ ກຽມຕ້ອນຮັບນັກທ່ອງທ່ຽວ ຈີນ ເຂົ້າປະເທດ 5 ລ້ານເທື່ອຄົນ
ຕາມຂ່າວຈາກ ວິທະຍຸ ສາກົນ ແຫ່ງ ສປ ຈີນ, ໄທ ກຽມຕ້ອນຮັບ ນັກທ່ອງທ່ຽວຈີນ ເດີນທາງ ເຂົ້າປະເທດ ປະມານ 5 ລ້ານ ເທື່ອຄົນ ຫລັງຈາກ ສປ ຈີນ ເປີດປະເທດ ຢ່າງເປັນທາງການ ໃນຕົ້ນປີໜ້າ ຫລັງຈາກ ເຈົ້າໜ້າທີ່ ສະມາຄົມ
ນາຍົກ ເນັ້ນ ຂະແໜງການເງິນ ສຸມໃສ່ແກ້ໄຂໜີ້ສິນໂຄງການ ແລະ ເກັບລາຍຮັບເຂົ້າງົບປະມານ
ກອງປະຊຸມສະຫຼຸບວຽກງານການເງິນ ປະຈໍາປີ 2022 ແລະ ທິດທາງປີ 2023, ຊຶ່ງໄດ້ຈັດຂຶ້ນລະຫວ່າງ ວັນທີ 20-22 ທັນວາ 2022 ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ (ICTC) ນະຄອນຫຼວງວຽງຈັນ, ໂດຍການເປັນກຽດເຂົ້າຮ່ວມໂອ້ລົມ-ທິດຊີ້ນໍາຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ










