ປະຊາຊົນບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ສ້າງລາຍຮັບເປັນກຸ່ມດ້ວຍການປູກພຶດສວນຄົວ

ຕາມການໃຫ້ສໍາພາດຂອງ ທ່ານ ນາງ ໂນລາ ຫົວໜ້າກຸ່ມປູກຜັກສວນຄົວ ຢູ່ບ້ານເລົາ ເມືອງນາແລ ແຂວງຫຼວງນໍ້າທາ ວ່າ: ພາຍຫຼັງໄດ້ຮັບການສະໜອງອຸປະກອນຈາກໂຄງການອາຫານໂລກ ກໍ່ໄດ້ຈັດຕັ້ງເປັນກຸ່ມ ເຊິ່ງມີ 2 ກຸ່ມ ແຕ່ລະກຸ່ມມີ 13 ຄອບຄົວ ໄດ້ລິເລີ່ມປູກຜັກສວນຄົວແບບເປັນກຸ່ມແຕ່ປີ 2017.  

ຮູບແບບໃນການປູກແມ່ນໄດ້ຕັ້ງເປັນເຮືອນຮົ່ມ ສາມາດປູກໄດ້ຕະຫຼອດລະດູການ; ງົບປະມານໃນເບື້ອງຕົ້ນເປັນເງິນພຽງ 400.000 ກວ່າກີບ ເພື່ອຊື້ອຸປະກອນອັນຈໍາເປັນເທົ່ານັ້ນ,​ ອຸປະກອນຕົ້ນຕໍ່ແມ່ນໄດ້ຮັບການສະໜັບສະໜຸນຈາກໂຄງການອາຫານໂລກ; ແນວພັນພຶດຜັກທີ່ນໍາມາປູກມີ: ຜັກກາດຊອງ, ຜັກກາດຫໍ່, ຜັກກາດຕີນໝີສຸງ, ຜັກສະຫຼັດ, ກະລໍາປີ, ຜັກບົ້ງ; ຫອມປ້ອມ,ຫອມຊີ, ຫອມບົວ ແລະ ໝາກຖົ່ວ, ໝາກອຶ; ( ປ່ອຍສຽງ )

ທ່ານ ຍັງໃຫ້ຮູ້ເຖິງຂໍ້ ໜສະດວກ ແລະ ຂໍ້ຫຍຸ້ງຍາກວ່າ: ຂໍ້ສະດວກ ສະມາຊິກພາຍໃນກຸ່ມມີຄວາມດຸໝັ່ນ,ປະເພດດິນມີຄວາມເໝາະສົມ, ໂຄງການອໍານວຍອຸປະກອນ, ຂະແໜງການກ່ຽວຂ້ອງກໍ່ຄື ວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ ລົງໃກ້ສິດຊຸກຍູ້ສົ່ງເສີມ ໃຫ້ຄໍາປຶກສາທາງດ້ານຕິກນິກວິຊາການເປັນຕົ້ນ: ການເຮັດຝຸ່ນຊີວະພາບ ແລະ ການບົວລະບັດຮັກສາ. ຂໍ້ຫຍຸ້ງຍາກ ສະຖານທີ່ແຄບ ການຂະຫຍາຍເນື້ອທີ່ບໍ່ໄດ້ດັ່ງຫວັງ, ຄວາມຮູ້ທາງດ້ານຕິກນິກວິຊາການຍັງມີນ້ອຍ, ຜົນໄດ້ຮັບຍັງບໍ່ສູງເທົ່າທີ່ຄວນ. ແຕ່ກໍ່ໄດ້ມີຜັກບໍລິໂພກຕະຫຼອດລະດູການ, ສະໜອງໃຫ້ໂຮງຮຽນ, ຍັງສົ່ງຂາຍເປັນສິນຄ້າ ສາມາດສ້າງລາຍຮັບໄດ້ 100 ລ້ານກວ່າກີບ ສະເລ່ຍໃສ່ຄອບຄົວໜຶ່ງປະມານ 5 ລ້ານກວ່າກີບ. ທິດທາງໃນຕໍ່ໜ້າ ຈະປັບປຸງຕໍ່ເຕີມເນື້ອທີ່ໃຫ້ກວ້າງກວ່າເກົ່າ; ປຸກລະດົມຊາວບ້ານໃຫ້ເຂົ້າໃຈຕໍ່ແນວທາງຂອງພັກ-ລັດ ທີ່ຊຸກຍູ້ສົ່ງເສີມການປູກ-ການລ້ຽງເປັນສິນຄ້າ; ສ້າງກຸ່ມ, ສະມາຊີກຸ່ມໃຫ້ຫຼາຍຂຶ້ນກວ່າເກົ່າ.

ຂ່າວ: ຄໍາໝອນ ແອງນີຄຸມ

ກວດແກ້: ຄໍາຟັ້ນ ດວງປະເສີດ

error: Content is protected !!