ປີ 2022 ເສດ​ຖະ​ກິດ ນວ ຂະ​ຫຍາຍ​ຕົວ 4.​83%

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ໄດ້​ລາຍ​ງານ​ຕໍ່​ກອງ​ປະ​ຊຸມສະ                    ໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໃນ​ວັນ​ທີ 11 ມັງກອນ 2023 ໃຫ້​ຮູ້​ວ່າ: ໃນປີ 2022 ເສດ​ຖະ​ກິດ​ນະ​ຄອນຫຼວງວຽງ​ຈັນຂະຫຍາຍຕົວໃນລະດັບ 4.​83% (ແຜນດັດແກ້ 4.​36%, ແຜນສູ້ຊົນ 6,5%) ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 62,​243.​93 ຕື້ກີບ (ແຜນການດັດແກ້ 58,412.26 ຕື້ກີບ, ຄາດໝາຍສູ້ຊົນ 63,​076 ຕື້ກີບ) GDP ສະເລ່ຍຕໍ່ຫົວຄົນ 62.91 ລ້ານກີບ (ມະຕິສະພາດັດແກ້ 60.28 ລ້ານກີບ) ໃນນັ້ນ ຂະແໜງກະສິກຳ ຂະຫຍາຍຕົວເພີ່ມຂຶ້ນ 3.91% ກວມເອົາ 13.77% ຂອງ GDP ຂະແໜງອຸດສາຫະກຳ ຂະຫຍາຍຕົວເພີ່ມຂຶ້ນ 6.54% ກວມເອົາ 49.05% ຂອງ GDP ຂະແໜງການບໍລິການ ຂະຫຍາຍຕົວເພີ່ມຂຶ້ນ 2.52% ກວມເອົາ 36.36% ຂອງ GDP. 

ທ່ານ ເຈົ້າ​ຄອງ​ນະ​ຄອນຫຼວງວຽງ​ຈັນ ກ່າວ​ອີກວ່າ: ນະ​ຄອນຫຼວງວຽງ​ຈັນ​ໄດ້ນໍາໃຊ້ເຄື່ອງມືທັນສະ ໄໝ ເຂົ້າໃນການເກັບລາຍຮັບຜ່ານລະບົບທະນາຄານ ໂດຍສະເພາະແມ່ນການຈັດເກັບລາຍຮັບພາສີ-ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ໂດຍຈັດເກັບຜ່ານລະບົບ Smart Tax ແລະ ລະບົບປະຕູດຽວແຫ່ງຊາດ ໄດ້ສຳເລັດການຫັນເອົາຫົວໜ່ວຍທຸລະກິດເຂົ້າລະບົບ TaxRIS ຈໍານວນ 7.406 ຫົວໜ່ວຍ ປະຕິບັດໄດ້ລື່ນແຜນ 13,93%, ການເກັບລາຍຮັບງົບປະມານ ສາມາດຈັດເກັບລາຍຮັບໄດ້ທັງໝົດ 5.610,32 ຕື້ກີບ ເທົ່າກັບ 100,25% ຂອງແຜນການປີ 2022 (ມະຕິສະພາ 5.596,26 ຕື້ກີບ) ທຽບໃສ່ປີ 2021 ເພີ່ມຂຶ້ນ 20,85% ຫຼື ເທົ່າກັບ 967,82 ຕື້ກີບ ໃນນັ້ນ ລາຍຮັບທີ່ສູນກາງປະຕິບັດຢູ່ນະຄອນຫຼວງວຽງຈັນ ປະຕິບັດໄດ້ 3.831,34 ຕື້ກີບ ເທົ່າກັບ 93,45% ຂອງແຜນການປີ 2022 (ມະຕິສະພາ 4.100 ຕື້ກີບ) ທຽບໃສປີຜ່ານມາ ເພີ່ມຂຶ້ນ 25,24% ຫຼື ເທົ່າກັບ 772,23 ຕື້ກີບ ລາຍຮັບຂອງນະຄອນຫຼວງວຽງຈັນ ປະຕິບັດໄດ້ 1.778,98 ຕື້ກີບ ລື່ນແຜນ 18,89% ຂອງແຜນການດັດແກ້ປີ 2022 (ມະຕິສະພາ 1.496,26 ຕື້ກີບ) ທຽບໃສປີຜ່ານມາ ເພີ່ມຂຶ້ນ 12,34% ເທົ່າກັບ 195,56 ຕື້ກີບ, ດ້ານລາຍຈ່າຍງົບປະມານ ປະຕິບັດໄດ້ 817,35 ຕື້ກີບ ເທົ່າກັບ 99,01% ຂອງແຜນການດັດແກ້ປີ 2022 (ມະຕິສະພາ 825,54 ຕື້ກີບ) ປະຢັດລາຍຈ່າຍໄດ້ 8,19 ຕື້ກີບ.
ສຳລັບ ທິດທາງແຜນການ ປີ 2023 ຈະເພີ່ມທະວີການຈັດຕັ້ງປະຕິບັດແຜນງານ, ໂຄງການ, ໜ້າວຽກ ແລະ ກິດຈະກຳຂອງໂຄງການຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ, ການຜະລິດກະສິກຳສະອາດ ເພື່ອການຊົມໃຊ້ພາຍໃນ ຫຼຸດຜ່ອນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ, ສົ່ງເສີມໃຫ້ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຂະຫຍາຍຕົວ 4% ມູນຄ່າຜະລິດຕະພັນອຸດສາຫະກຳປຸງແຕ່ງຂະຫຍາຍຕົວບໍ່​ໃຫ້ຫຼຸດ 11,5%, ການຜະລິດຫັດຖະກຳບໍ່ໃຫ້ຫຼຸດ 8% ຊຸກຍູ້ການສ້າງລະບົບຈໍລະຈອນສິນຄ້າ ແລະ ເຂດໂລຈີສຕິກໃຫ້ເກີດຂຶ້ນ, ເພື່ອຮອງຮັບໃຫ້ແກ່ການເກີດຂຶ້ນຂອງທາງລົດໄຟລາວ-ຈີນ, ສືບຕໍ່ແກ້ໄຂບັນດາຂອດຂັ້ນ ແລະ ສິ່ງກີດຂວາງຕ່າງໆຢ່າງແຂງແຮງ, ເພື່ອສ້າງສະພາບແວດລ້ອມ ທີ່ອໍານວຍໃຫ້ແກ່ການດຶງດູດການລົງທຶນ, ສຸມໃສ່ຄົ້ນຄວ້າ, ກຳນົດບັນຊີໂຄງການລົງທຶນ ທີ່ເປັນບູລະມະສິດ ເພື່ອພັດທະນາໃນຮູບແບບການລົງທຶນຮ່ວມ ລະຫວ່າງພາກລັດ ແລະ ພາກເອກະຊົນ (PPP) ໂດຍສອດຄ່ອງກັບແຜນຍຸດທະສາດການພັດທະນາ ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຫຼື ແຜນຂອງຂະແໜງການ ແລະ ທ້ອງຖິ່ນສືບຕໍ່ດຶງດູດການລົງທຶນເຂົ້າມາໃນເຂດເສດຖະກິດພິເສດ ຢູ່ນະຄອນຫຼວງວຽງຈັນ, ສືບຕໍ່ສ້າງໃຫ້ສັງຄົມທົ່ວນະຄອນຫຼວງວຽງຈັນ ມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ເພື່ອອຳນວຍໃຫ້ແກ່ການດຳລົງຊີວິດຂອງຊາວນະຄອນຫຼວງວຽງຈັນ, ເອົາ ໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ເປັນຕົ້ນແມ່ນ ການມົ້ວສຸມ, ຂີ້ລັກ, ປຸ້ນຈີ້, ຊີງຊັບ, ບັນຫາຢາເສບຕິດ ບັນຫາຂໍ້ຂັດແຍ່ງທີ່ດິນ ແລະ ບັນຫາອື່ນໆ.
ຂ່າວ-ພາບ: ນາງ​ແສງ​ຈັນ

error: Content is protected !!