ນວ ຕອບສະໜອງຜົນຜະລິດໄດ້ 66,​192 ໂຕນຫຼຸດຜ່ອນການນໍາເຂົ້າ​ 1.​26%

​ພະແນກກະສິກຳປ່າໄມ້​ ນະຄອນຫຼວງ​ ວຽງຈັນ​ ໄດ້ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໄດ້ມີແຜນດໍາເນີນງານ ສະບັບເລກທີ 3426/ກປ.ນວ ລົງວັນທີ 30 ກັນຍາ 2021 ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນຂົງເຂດກະສິກຳ ແລະ ປ່າໄມ້ ໃນນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າ.
​ອີງຕາມບົດລາຍງານຂອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນລາຍງານຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງການລ້ຽງສັດ ແລະ ການປະມົງປະຈຳປີ 2022 ແລະ ທິດທາງແຜນການປີ 2023 ເມື່ອບໍ່ດົນຜ່ານມາວ່າ: ເພື່ອສົ່ງເສີມການຜະລິດ ແລະ ຊົມໃຊ້ຜະລິດຕະພັນທີ່ຜະລິດພາຍໃນເພື່ອທົດແທນການນໍາເຂົ້າໃນຂົງເຂດວຽກງານລ້ຽງສັດ ແລະ ການປະມົງ ມີ 8 ໂຄງການ ຄື: 1. ໂຄງການສົ່ງເສີມການລ້ຽງງົວເປັນສິນຄ້າ 2. ໂຄງການສົ່ງເສີມການລ້ຽງໝູເປັນສິນຄ້າ 3. ໂຄງການສົ່ງເສີມການລ້ຽງສັດປີກເປັນສິນຄ້າ 4. ໂຄງການສົ່ງເສີມການລ້ຽງປາ ແລະ ສັດນໍ້າເປັນສິນຄ້າ 5. ໂຄງການສົ່ງເສີມການປູກຫຍ້າ ແລະ ປຸງແຕ່ງອາຫານສັດ 6. ໂຄງການປັບປຸງ ຄຸ້ມຄອງ ແລະ ພັດທະນາອາຫານສັດ ແລະ ອາຫານປາ 7. ໂຄງການຜະລິດແນວພັນສັດປີກ ແລະ ປາ ແລະ 8. ໂຄງການເຝົ້າລະວັງພະຍາດສັດ.
ປັດຈຸບັນມີຈໍານວນສັດລ້ຽງ ຄື: ຄວາຍ 15,​287 ໂຕ ງົວ 95,​616 ໂຕ ແບ້ 32.823 ໂຕ ໝູ 145,​265 ໂຕ ສັດປີກ 2,​773,​376 ໂຕ ປາລ້ຽງໃນໜອງ 2,​157 ເຮັກຕາ ແລະ ປານິນລ້ຽງໃນກະຊັງ 2,​277 ກະຊັງ ປີ 2022 ສາມາດຕອບສະໜອງຜົນຜະລິດໃຫ້ຜູ້ບໍລິໂພກ ໄດ້ 66,​192 ໂຕນ ສະເລ່ຍຕໍ່ຫົວຄົນ 67.​58 ກິໂລ/ຄົນ/ປີ ທຽບໃສ່ແຜນການຜະລິດ ເທົ່າກັບ 101.​26% ແລະ ທຽບໃສ່ຄວາມຕ້ອງການບໍລິໂພກໃນນະຄອນຫຼວງວຽງຈັນປະຕິບັດໄດ້ 97.​29% (ຄວາມຕ້ອງການ 68,​033 ໂຕນ).
​ພ້ອມທັງໄດ້ເອົາໃຈໃສ່ຄຸ້ມຄອງການຜະລິດ ການນໍາເຂົ້າ-ສົ່ງອອກແນວພັນອາຫານ ຜະລິດຕະພັນສັດ-ສັດນໍ້າ ມີຄື: ການຜະລິດແນວພັນໝູນ້ອຍໄດ້ 323,​000 ໂຕ ໄກ່ນ້ອຍໄດ້ 2,​013,​000 ໂຕ ແລະ ປານ້ອຍໄດ້ 41 ລ້ານໂຕ ຜະລິດອາຫານສັດ-ປາໄດ້ 314,​925 ໂຕນ ການສົ່ງອອກສັດ ຜະລິດຕະພັນສັດ-ປາ ໄປຕ່າງແຂວງ ແນວພັນສັດ 1,​641,​000 ໂຕ ໃນນີ້ມີ ງົວ ໝູພໍ່ແມ່ພັນ ໝູນ້ອຍ ໄກ່ແມ່ສາວພັນໄຂ່ ໄກ່ນ້ອຍ ແລະ ຜະລິດຕະພັນສັດ-ປາ 5,​043 ໂຕນ ສ່ວນການນໍາເຂົ້າຈາກຕ່າງແຂວງ ແລະ ຕ່າງປະເທດ: ແນວພັນສັດ 2,​853,​000 ໂຕ ສັດນໍ້າ 6,​432,​000 ໂຕ ອາຫານສັດ 43,​200 ໂຕນ ແລະ ສັດ ຜະລິດຕະພັນສັດ-ອາຫານທະເລ 6,​474 ໂຕນ.
ສັງລວມແລ້ວການບໍລິໂພກທາດຊີ້ນຢູ່ນະຄອນຫຼວງວຽງຈັນ ທັງໝົດ 67,​623 ໂຕນ ຜົນຜະລິດໄດ້ 66,​192 ໂຕນ (ສົ່ງອອກ 5,​043 ໂຕນ) ເທົ່າ 97.​88% ຂອງການບໍລິໂພກພາຍໃນປີໄດ້ນໍາເຂົ້າທາດຊີ້ນ-ສັດນໍ້າຈໍານວນ 6,​474 ໂຕນ ເທົ່າກັບ 2.​12% ຂອງການບໍລິໂພກທຽບໃສ່ປີຜ່ານມາສາມາດຫຼຸດຜ່ອນການນໍາເຂົ້າໄດ້ 1.​26% ຈໍານວນ 834 ໂຕນ.

ຂໍ້ມູນ: ​ເພັດສະໝອນ (Vientiane​mai)​

error: Content is protected !!