ເມືອງລອງ ພວມສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກໍຄືວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເຊິ່ງຫຼາຍທ້ອງຖິ່ນກໍພວມສຸມໃສ່ຈັດຕັ້ງປະຕິບັດ ເຊັ່ນດຽວກັບເມືອງລອງ ແຂວງຫຼວງນໍ້າທາ ໃນຊ່ວງໄລຍະທ້າຍປີ2022 ທີ່ຜ່ານມາ, ຄະນະນໍາຂອງເມືອງລອງ ກໍໄດ້ເຜີຍແຜ່ເອກະສານ ກ່ຽວກັບເນື້ອໃນ 2 ວາລະແຫ່ງຊາດ ໂດຍການເຜີຍແຜ່ຂອງ ທ່ານ ບຸນຈັນ ສຸດທິປັນຍາ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆລອງ, ແຂວງຫຼວງນໍ້າທາ, ປະທານປະຕິບັດວາລະແຫ່ງຊາດຂັ້ນເມືອງ ເຊິ່ງມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ.

ທ່ານ ບຸນຈັນ ສຸດທິປັນຍາ, ກໍາມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆລອງ, ແຂວງຫຼວງນໍ້າທາ, ປະທານປະຕິບັດວາລະແຫ່ງຊາດຂັ້ນເມືອງ ໃຫ້ຮູ້ວ່າ: ອີງຕາມແຜນຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງອົງຄະນະພັກເມືອງພວກເຮົາ ຕາມທ່າແຮງບົ່ມຊ້ອນ ແລະ ຄວາມດຸໝັ່ນ ຂະຫຍັນພຽນ ຂອງພໍ່ແມ່ປະຊາຊົນ ແລະ ເມືອງເຮົາກໍໄດ້ສຸມໃສ່ 3 ເປົ້າໝາຍໃຫຍ່ ໃນການແກ້ໄຂຄວາມຫຍຸ້ງຍາກດ້ສນເສດຖະກິດ-ການເງິນດັ່ງກ່າວ ກໍຄືດຶງດູດເອົານັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນຢູ່ເມືອງລອງໃຫ້ຫຼາຍຂຶ້ນ, ສົ່ງເສີມພະນັກງານ, ຊາວກະສິກອນ ເອົາໃຈໃສ່ການປູກຝັງ-ລ້ຽງສັດ; ມາຮອດປັດຈຸບັນ ສາມາດສ້າງລາຍຮັບ ຈາກການປູກຝັງ-ລ້ຽງສັດ ແລະ ໄດ້ຈາກຮ່ວງອື່ນໆ ລວມທັງໝົດ 1.75 ຕື້ກີບ ເທົ່າກັບ 80,64% ຂອງແຜນການທີ່ວາງໄວ້, ສະເລ່ຍໃສ່ຫົວຄົນໜຶ່ງ ໄດ້ຮັບເງິນ 4,585,855 ກີບ ເມື່ອທຽບໃສ່ໄຕມາດຜ່ານມາ ລາຍຮັບຫຼຸດລົງ 134,544,634 ກີບ ເທົ່າກັບ 7% ຂອງແຜນການທີ່ວາງໄວ້.

ທ່ານເຈົ້າເມືອງໆລອງ, ແຂວງຫຼວງນໍ້າທາ, ປະທານປະຕິບັດວາລະແຫ່ງຊາດຂັ້ນເມືອງ ຍັງໃຫ້ຮູ້ອີກວ່າ: ສໍາລັບທິດທາງໃນຕໍ່ໜ້າ ພວກເຮົາຈະຖືເອົາວາລະແຫ່ງຊາດວ່າດ້ວຍວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ສະໄໝທີ XI ຂອງສູນກາງພັກ, ທີ VIII ຂອງອົງຄະນະພັກແຂວງຫຼວງນໍ້າທາ ແລະ ທີ IX ຂອງອົງຄະນະພັກເມືອງລອງ, ປຸກລະດົມການເມືອງ-ແນວຄິດ, ຝຶກອົບຮົມວິຊາຊີບໃຫ້ແກ່ພະນັກງານ ກໍຄືພໍ່ແມ່ປະຊາຊົນຊາວເມືອງລອງ ໂດຍຕິດພັນກັບການເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເຮັດໃຫ້ເຂົາເຈົ້າມີວຽກເຮັດງານທໍາ, ຂະຫຍາຍພື້ນທີ່ທໍາການຜະລິດ ເພື່ອເພີ່ມຜົນຜະລິດ, ສູ້ຊົນສ້າງລາຍຮັບໃຫ້ໄດ້ 1.81,250 ຕື້ກີບ, ສະເລ່ຍໃຫ້ຫົວຄົນໜຶ່ງໃຫ້ໄດ້ 4,749,567 ກີບ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂຄວາມທຸກຍາກເທື່ອລະກ້າວ.

ທ່ານ ບຸນຈັນ ສຸດທິປັນຍາ ຍັງໄດ້ຮຽກຮ້ອງມາຍັງຂະແໜງການກ່ຽວຂ້ອງ ໃຫ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ ທີ່ຂັ້ນເທິງໄດ້ມອບໝາຍໃຫ້ ຕິດພັນກັບ 2 ເນື້ອໃນວາລະແຫ່ງຊາດ ເວົ້າລວມ, ເວົ້າສະເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສືບຕໍ່ເຜີຍແຜ່ ເຊື່ອມຊຶມ ແຜນຜັນຂະຫຍາຍວາລະແຫ່ງຊາດ ດັ່ງກ່າວ, ແຜນດໍາເນີນງານຂອງເມືອງ ລົງສູ່ບັນດາຫ້ອງການ ແລະ ກຸ່ມບ້ານ ເພື່ອໃຫ້ພະນັກງານ-ລັດຖະກອນ, ພໍ່ແມ່ປະຊາຊົນໃນທົ່ວເມືອງລອງ ໄດ້ຮັບການເຊື່ອມຊຶມ, ສ້າງບົດບັນທຶກ, ຄໍາປະຕິຍານວ່າດ້ວຍຄວາມຕື່ນຕົວ ແລະ ສະໝັກໃຈເຂົ້າຮ່ວມການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ນໍາບັນດາບ້ານ, ບຸກຄົນ, ຄອບຄົວ ໃຫ້ໄດ້ 101 ບ້ານ ແລະ 7.000 ຄົວເຮືອນ ເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.

error: Content is protected !!