ພິທີເຊັນສັນຍາຕົວແທນຈຳໜ່າຍລົດ ລະຫວ່າງ ບໍລິສັດ Chery Automobile Group ແລະ Vientiane Motor

ໃນວັນທີ 9 ມັງກອນ 2023 ນີ້ ທີ່ໂຮງແຮມຄຣາວພາຊາ, ນະຄອນຫຼວງ ວຽງຈັນ ໄດ້ມີພິທີເຊັນຍາຕົວແທນຈຳໜ່າຍລົດ ລະຫວ່າງ ບໍລິສັດ Chery Automobile Group ແລະ Vientiane Motor ຢ່າງເປັນທາງການ,

ເປັນ​ກຽດ​ເຂົ້າຮ່ວມ​ ໂດຍ​ທ່ານ ດາວວົງ ແກ້ວມະນີວົງ ປະທານບໍລິສັດ ວຽງຈັນມໍເຕີ້ ມາເກັດ ພ້ອມດ້ວຍຄະນະ ແລະ ທ່ານ​ Zhang Guibing ປະທານ​ບໍລິສັດ Chery International ພ້ອມດ້ວຍຄະນະ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.

ພາຍໃນພິທີດັ່ງກ່າວ, ປະທານທັງສອງຝ່າຍໄດ້ມີການກ່າວສະແດງຄວາມຮູ້ສຶກພາກພູມໃຈຕໍ່ການເຊັນສັນຍາທຸລະກິດໃນຄັ້ງນີ້ ແລະ​ ທັງສອງຝ່າຍໄດ້ມີການມອບຂອງຂວັນອວຍພອນກັນ​ ແລະ​ ກັນໃນໂອກາດປີໃໝ່ສາກົນນຳດ້ວຍ.

 ພາຍໃນໄຕມາດທໍາອິດຂອງປີ ຈະມີການເປີດໂຕລົດ ແລະ ໂລຣູມລົດ ພ້ອມກັນ  ແລະ ລົດຈະໄດ້ຖືກນໍາເຂົ້າມາຈໍາໜ່າຍໃນ ສປປ ລາວ ຄາດວ່າຈະເປັນຕົ້ນເດືອນ 3 ຂອງປີນີ້.

Chery ເປັນແບຣນທີ່ມີຍອດຂາຍອັນດັບຕົ້ນໆໃນ ສປ ຈີນ ແລະ ສົ່ງອອກຂາຍກວ່າ 80 ປະເທດ ແລະ ມີໂຮງງານຜະລິດກວ່າ 10 ແຫ່ງທົ່ວໂລກ, ດ້ວຍການພັດທະນາທີ່ບໍ່ຢຸດຢັ້ງ ແລະ ການຫັນເຂົ້າສູ່ຕະຫຼາດໂລກຢ່າງຈິງຈັງຂອງແບຣນ ເຮັດໃຫ້ປີ 2022 ທີ່ຜ່ານມາ Chery ສົ່ງອອກລົດສູງເຖິງ 200,000 ຄັນ ແລະ ທຸບສະຖິຕິສົ່ງອອກສູງສຸດ 35,000 ຄັນ ໃນ ເດືອນ ກໍລະກົດ ທີ່ຜ່ານມາ.

ການເຂົ້າສູ່ຕະຫຼາດ ລາວ ໃນປີນີ້ທາງ ບໍລິສັດ ວຽງຈັນມໍເຕີ ມາເກັດ ໄດ້ນຳເອົາລົດຍົນ ແລະ ນະວັດຕະກຳເທັກໂນໂລຍີທີ່ດີທີ່ສຸດຂອງ Chery ມາໃຫ້ຄົນລາວເຮົາໄດ້ຈັບຈອງແລ້ວ ຍັງນຳເອົາບໍລິການ ແລະ ຄຸນນະພາບທີ່ໄດ້ມາດຕະຖານມາພ້ອມ ໃນລາຄາທີ່ສາມາດເຂົ້າເຖິງໄດ້ ແລະ ກຽມພ້ອມແລ້ວທີ່ຈະຂະຫຍາຍສາຂາໃນທົ່ວປະເທດ ໃນໄລຍະອັນໃກ້ນີ້.

error: Content is protected !!