ສະມາຄົມທັນຕະແພດ ລາວ-ໄທເປີດບໍລິການກວດສຸຂະພາບ ບໍ່ເສຍຄ່າ

ສະມາຄົມທັນຕະແພດລາວ, ຄະນະທັນຕະແພດສາດ ມະຫາວິທະຍາໄລ ວິທະ ຍາສາດ ສຸຂະພາບ(ມວສ) ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບ ໜ່ວຍທັນຕະກຳ ທາງພາກລັດ-ເອກະຊົນ ແຫ່ງປະເທດໄທ ໄດ້ເປີດໃຫ້ບໍລິການກວດພະຍາດທົ່ວໄປ ແລະ ການບໍລິການທາງດ້ານທັນຕະກຳ ໃຫ້ແກ່ປະຊາຊົນ ພາຍໃນນະຄອນຫລວງວຽງຈັນ ໂດຍ ບໍ່ເສຍຄ່າ ເຊິ່ງໄດ້ຈັດຂຶ້ນໃນວັນທີ 1 ພະຈິກ ນີ້ ທີ່ ມວສ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນຖົມ ຊາມຸນຕຣີ ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ ແລະ ທ່ານ ນາງ ມ່ອມຣາດຊະວົງ ຈິຢາກອນ ເສຊະເວດ ອາພາກອນ ກໍາມະການອຳນວຍການ ມູນລະນິທິສົງເຄາະເດັກ ສະພາກາຊາດໄທ; ມີປະທານມູນລະນິທິທັນຕະແພດ ຜູ້ປ່ວຍມະ ເຮັງໃນຊ່ອງປາກເອກະຊົນ ປະເທດໄທ, ມີທີ່ປຶກສາອັກຄະຣາຊະທູດແຫ່ງປະເທດໄທ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາແພດໝໍ ແລະ ນັກສຶກສາ ຈາກຄະນະທັນຕະແພດສາດ ມວສ ເຂົ້າຮ່ວມ.
ທ່ານ ສົມພອນ ພັນທະວົງ ຄະນະບໍດີ ຄະນະທັນຕະແພດສາດ ໄດ້ກ່າວວ່າ: ເພື່ອ ເປັນການສ້າງຂະບວນການ ຊົມເຊີຍວັນແພດລາວ ຄົບຮອບ 68 ປີ ແລະ ຕ້ອນຮັບວັນຊາດ 2 ທັນວາ ຄົບຮອບ 47 ປີ ທີ່ຈະມາເຖິງນີ້, ພາຍໃຕ້ຄວາມຮ່ວມມື ແລະ ຄວາມຮັກແພງ ສາມັກຄີ ຊ່ວຍເຫລືອ ຊຶ່ງກັນ ແລະ ກັນ ຖານບ້ານໃກ້ເຮືອນຄຽງ ລະຫວ່າງລາວ-ໄທ. ງານ ອັນສຳຄັນດ້ານສາທາລະນາສຸກ ໃນຄັ້ງນີ້ ຈັດຂຶ້ນ ເພື່ອເປັນການສືບທອດສາຍສໍາພັນທາງ ດ້ານວິຊາການທັງສອງຊາດ ໂດຍສະເພາະແມ່ນກັບປະທານ ມູນນິທິທັນຕະແພດເອກະຊົນ ແຫ່ງປະເທດໄທ ເປັນຜູ້ລິເລີ່ມ ໃນການອອກໜ່ວຍບໍລິການກວດພະຍາດທົ່ວໄປ ແລະ ການ ກວດສຸຂະພາບ ຊ່ອງປາກ-ແຂ້ວ ໃຫ້ປະຊາຊົນໃນນະຄອນຫລວງວຽງຈັນ ຊຶ່ງປະກອບມີໜ່ວຍ ທັນຕະກໍາ ໂຄງການສຸຂະພາບດີໃຕ້ຮົ່ມພຣະບາລະມີ; ໜ່ວຍທັນຕະກຳ ພຣະລາດຊະທານ ມ.ຂອນແກ່ນ; ໜ່ວຍທັນຕະກຳ ໂຮງໝໍມະຫາຣາດ ນະຄອນຣາຊະສີມາ; ໂຮງໝໍພູມິພົນອະ ດຸນຍະເດດ ກອງທັບອາກາດໄທ; ໂຮງໝໍໄຊຍະພູມ ກະຊວງສາທາລະນະສຸກ ປະເທດໄທ; ໂຮງໝໍກະເສມລາດອິນເຕີເນຊັນນໍ ວຽງຈັນ ແລະ ທີມງານອາຈານ-ນັກສຶກສາ ຈາກຄະນະ ທັນຕະແພດສາດ ມວສ.
ການບໍລິການກວດສຸຂະພາບຟີ ໃນຄັ້ງນີ້ ເພື່ອໃຫ້ປະຊາຊົນໃນນະຄອນຫລວງວຽງຈັນ ໄດ້ຮັບບໍລິການກວດ-ຈ່າຍຢາປິ່ນປົວພະຍາດທົ່ວໄປ ແລະ ໄດ້ຮັບການໃຫ້ບໍລິການ ດ້ານທັນ ຕະກໍາຈາກທັນຕະແພດຜູ້ຊ່ຽວຊານສະເພາະທາງ; ທັງເປັນການພັດທະນາຄວາມຮູ້ທັກສະ ວິ ຊາການໃຫ້ແກ່ທັນຕະແພດບຸກຄະລາກອນລາວ ໄດ້ຮ່ວມກັບທັນຕະແພດບຸກຄະລາກອນ ແລະ ພັດທະນາວັດຕະກໍາ ການສົ່ງເສີມສຸຂະພາບຊ່ອງປາກ ໂດຍການມີສ່ວນຮ່ວມຂອງຊຸມຊົນ. ໃນການບໍລິການປະກອບມີ: ກວດແຂ້ວ ແລະ ພະຍາດຊ່ອງປາກ; ປິ່ນປົວ ແລະ ອັດແຂ້ວ; ຖອນແຂ້ວ; ຂູດຫີນປູນ; ກວດພະຍາດທົ່ວໄປ ແລະ ກວດພະຍາດຜິວໜັງ.
ແຫລ່ງຂໍ້ມູນ:ຂປລ

error: Content is protected !!