ພະຍາດໝາກສຸກລີງ ກາຍເປັນເຫດສຸກເສີນ ດ້ານສາທາລະນະສຸກໂລກ

ຕາມ​ຂ່າວ​ຈາກ​ ເຈ​ນີວາ, ອົງການ ​ອະນາ​​ໄມ​ໂລກ (WHO)​ ເປີດ​ເຜີຍ​ວ່າ: ຄະນະ​ກຳມະ ການ ​ເຫດ​ສຸກ​ເສີນ​ ຂອງ ​ອົງການ ​ອະນາ​ໄມ​ໂລກ ໄດ້ຕົກລົງ ​ເຫັນ​ດີ ​ໃຫ້​ພະຍາດ ໝາກສຸກ​ລີງ (Monkey pox) ຄວນ​ເປັນ​ເຫດ ​ສຸກ​ເສີນ ດ້ານ​ສາທາ ລະນະ​ສຸກ​ໂລກ​ ຕໍ່​ໄປ(PHEIC) ນັບ​ຕັ້ງ​ ແຕ່​ພະຍາດ​ ໝາກ​ສຸກ​ລີງ ກາຍ​ເປັນ ​ພະຍາດ​ ປະຈຳ​ທ້ອງຖິ່ນ ​ໃນ​ອາ​ຟຣິກາ ຕາ​ເວັນ​ຕົກ ​ຊຶ່ງໄດ້ແພ່​ອອກໄປ ເຂດ​ນອກ​ພາກ​ພື້ນ ຕັ້ງ​ແຕ່ 6​ ເດືອນ​ກ່ອນ ​ເຮັດ​ໃຫ້​ມີ​ ຜູ້​ເສຍ​ຊີວິດ 36ຄົນ ຈາກ ​ຜູ້​ຕິດ​ເຊື້ອ​ ຫລາຍ​ກວ່າ 77,​000 ຄົນ ​ໃນ109 ​ປະ​ເທດ ສ່ວນ​ໃຫຍ່ ​ເປັນຜູ້​ຊາຍ ​ທີ່​ມີ ​ເພດ ສຳພັນ​ ກັບ​ ຜູ້ຊາຍ ໂດຍຍອດ​ຜູ້​ຕິດ​ເຊື້ອ​ນີ້ ເພີິ່ມຂຶ້ນ ສູ​ງສຸດ ​ໃນ​ເດືອນ ​ກໍ​ລະ​ກົດ ຈາກ​ນັ້ນ ກໍ​ເລີ່​ມຫລຸດ​ລົງ ຢ່າງ​ຕໍ່​ເນື່ອງ.( ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ)

error: Content is protected !!