ລາວ-ໄທ ລົງນາມ ການຮ່ວມມື ແລກປ່ຽນຂໍ້ມູນຂ່າວສານເຝົ້າລະວັງ ເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ

ໃນວັນທີ 11 ພະຈິກ ນີ້ ທີ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ມີພິທິເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ດ້ານການແລກປ່ຽນຂໍ້ມູນ ຂ່າວສານ ເຝົ້າລະວັງ ເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ມູນນິທິອາສາເພື່ອນເພິ່ງ

ອ່ານເພີ່ມ...

ປີໜ້າ ແຂວງ​ ເຊກອງ ຈະສູ້ຊົນພັດທະນາເສດຖະກິດໃຫ້ຂະຫຍາຍຕົວ 5%

ຕາມການລາຍງານຈາກ ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ2023 ແຂວງເຊກອງ ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 5% ໃນນັ້ນ, ຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ 5,2% ກວມເອົາ 54,4%ຂະແໜງອຸດສະຫະກໍາເພີ່ມຂຶ້ນ 3,0% ກວມເອົາ 28,7%

ອ່ານເພີ່ມ...

ທຸ້ມທຶນກວ່າ 47 ລ້ານ ໂດລາ ກຽມພັດທະນາພູເບ້ຍໃຫ້ເປັນແຫຼ່ງທ່ອງທ່ຽວ!

ເມື່ອບໍ່ດົນມານີ້, ບໍລິສັດ ກຸ່ມຄໍາໄພຊະນະ ຈໍາກັດຜູ້ດຽວຈະລົງທຶນຫຼາຍກວ່າ ທຸ້ມທຶນກວ່າ 47 ລ້ານ ໂດລາ ກຽມສ້າງພູເບ້ຍ ເປັນແຫຼ່ງທ່ອງທ່ຽວຄົບວົງຈອນ ໄລຍະສໍາປະທານ 50 ປີ. ໃນໂຄງການສະຫວັນທະເລໝອກພູເບ້ຍຢູ່ເມືອງອານຸວົງ ແຂວງໄຊສົມບູນ ຊຶ່ງໂຄງການດັ່ງກ່າວມີເນື້ອທີ່ສໍາປະທານປະມານ 28.6 ເຮັກຕາ ໂດຍມີ ໄລຍະສໍາປະທານ 50 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ເນື້ອທີ່ສໍາປະທານດັ່ງກ່າວໄດ້ແບ່ງເປັນແຕ່ລະເຂດພັດທະນາຄື:

ອ່ານເພີ່ມ...

ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາເຕີຍ ພະແນກ ພສປ ຢຶດລົດເຄນເກົ່າ ຈຳນວນ 02 ຄັນ ດຳເນີນຄະດີທາງພາສີ

ໃນເວລາ 13:00 ໂມງຂອງວັນທີ 06 ພະຈິກ 2022 ຜ່ານມານີ້, ເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາເຕີຍພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ), ກົມພາສີ ກະຊວງການເງິນ, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືຶອງດີວ່າ: ໄດ້ມີລົດເຄນເກົ່າໃຊ້ງານແລ້ວ ຈຳນວນ 02 ຄັນ, ໃສ່ລົດລາກ 22 ລໍ້ກຳລັງເຄື່ອນຍ້າຍມາແຕ່ແຂວງ ບໍ່ແກ້ວໄປສົ່ງຢູ່ແຂວງ ອຸດົມໄຊ.

ອ່ານເພີ່ມ...

ອັດຕະປື ຍັງມີຫລາຍທ່າແຮງສໍາຄັນທີ່ດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ

ແຫລ່ງຂ່າວຈາກ ແຂວງ ອັດຕະປື ໃຫ້ຮູ້ວ່າ: ປັດຈຸບັນ, ແຂວງ ອັດຕະປື ຍັງມີຫລາຍທ່າແຮງສໍ່ຄັນ ເພື່ອດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເນື່ອງຈາກ ມີຄວາມອຸດົມຮັ່ງມີດ້ວຍຊັບພະຍາກອນທໍາມະຊາດນາໆຊະນິດ ໂດຍມີຊັບພະຍາກອນທີ່ມີຄຸນຄ່າອັນມະຫາສານເຊັ່ນ: ບໍ່ຄໍາ, ບໍ່ເງິນ, ບໍ່ທອງແດງ, ບໍ່ຊືນ, ຫີນປາໂກໄດ ແລະ ອື່ນໆ ພິເສດແຂວງ ອັຕະປື ເປັນຈຸດໃຈກາງ

ອ່ານເພີ່ມ...

ບຸນພຣະທາດຫຼວງ ປີນີ້ ມີປະກົດການຫຍໍ້ທໍ້ເກີດຂຶ້ນ 3 ເລື່ອງ

ງານບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2022 ຈໍານວນ 5 ວັນຜ່ານມາ, ພາຍໃນງານມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 3 ເລື່ອງ; ແລະສາມາດແກ້ໄຂໄດ້ 1 ເລື່ອງ. ເຈົ້າໜ້າທີ່ ອະນຸກໍາມະການປ້ອງກັນ ໃຫ້ວ່າ: ງານບຸນປີນີ້ ນັບແຕ່ວັນທີ 4-8 ພະຈິກ ເຫັນວ່າ ມວນຊົນໄປທ່ຽວຊົມໃນແຕ່ລະວັນມີຈໍານວນຫຼວງຫຼາຍ ເຮັດໃຫ້ສະຖານທີ່ທ່ຽວຊົມພາຍໃນງານຄັບຄາໜາແໜ້ນ

ອ່ານເພີ່ມ...

ມີມະຕິຕົກລົງ ດຳເນີນມາດຕະການຕໍ່ຜູ້ລະເມີດໃນການແຫ່ຜາສາດເຜິ້ງ ໂດຍບໍ່ໄດ້ຮັບອະນຸຍາດຢູ່ກົມມະລຽນດ້ານໃນພະທາດຫຼວງ ວຽງຈັນ

ຄະນະກຳມະການຮັບຜິດຊອບຈັດງານບຸນນະມັດ ສະການພະທາດຫຼວງ ວຽງຈັນ ປະຈຳປີ 2022 ໄດ້ມີມະຕິຕົກລົງ ເລກທີ 043/ນຊ.ນວ ລົງວັນທີ 7 ພະຈິກ 2022 ວ່າດ້ວຍການດຳເນີນມາດຕະການຕໍ່ຜູ້ລະເມີດໃນການແຫ່ຜາສາດເຜິ້ງໂດຍບໍ່ໄດ້ຮັບອະນຸຍາດຢູ່ກົມມະລຽນດ້ານໃນພະທາດຫຼວງ ວຽງຈັນ, ໃນນີ້ ດ້ານສາສະໜາ ແມ່ນ ມອບໃຫ້ຜູ້ນຳພາ ແລະ ຜູ້ເຂົ້າຮ່ວມໃນຂະບວນແຫ່ທັງໝົດທຸກຄົນໃຫ້ເຮັດພິທີສົມມາຄາລະວະພະທາດຫຼວງ ໃນວັນທີ 7 ພະຈິກ 2022

ອ່ານເພີ່ມ...

ພາບປະທັບໃຈ ປ່າເຢັ້ງຊ່າ ລໍ່ Miss Universe Laos 2022 ກັບບ້ານສູ່ອ້ອມກອດພໍ່ ແລະ ແມ່

ຖືໄດ້ວ່າເປັນອີກໜຶ່ງພາບປະທັບໃຈຂອງ ປ່າເຢັ້ງຊ່າ ລໍ່ ຮອດ Miss Universe Laos 2022 ກັບບ້ານສູ່ອ້ອມກອດພໍ່ ແລະ ແມ່ທີ່ ແຂວງ ຊຽງຂວາງ ສິ່ງທໍາອິດກໍຄືການກັບບ້ານກອດພໍ່ແມ່ ແລະ ຂໍຂະມະຜູ້ທີ່ມີພະຄຸນ ລ້ຽງດູ ເປັນພາບທີ່ອົບອຸ່ນ ແລະ ປະທັບໃຈທີ່ສຸດ. ເປັນອີກສິ່ງຫນຶ່ງທີ່ແອັດເຫັນແລ້ວນໍ້າຕາໄຫລ ແລະ ພູມໃຈກັບສິ່ງທີ່ນ້ອງໄດ້ຕໍ່ສູ້ ນຳເອົາໄຊຊະນະກັບມາສູ່ຄອບຄົວ

ອ່ານເພີ່ມ...
error: Content is protected !!