ໂຄງການກໍ່ສ້າງ ຕ້ານຕາຝັ່ງເຈື່ອນ ເມືອງ ໄຊ ສຳເລັດແລ້ວ 90.11% ແລ້ວ

ຕາມການສະຫລຸບລາຍງານ ຂອງພະແນກ ຍທຂ ແຂວງ ອຸດົມໄຊ ໃນຕົ້ນເດືອນພະຈິກຜ່ານມານີ້ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງ ຕ້ານຕາຝັ່ງເຈື່ອນ ຫລື ໂຄງການຄຸ້ມຄອງຄວາມສ່ຽງ ໄພພິບັດນ້ຳຖ້ວມ ເມືອງໄຊ ແຂວງອຸດົມໄຊ ໃນໄລຍະສັນຍາທີ 1 ລະ ຫວ່າງ ຈຸດຂົວນ້ຳກໍ 2 ບ້ານເຈງ ຫາ ຂົວນ້ຳກໍ 4 ຂ້າງສະໜາມກິລາແຂວງ ໄດ້ເລີ່ມ ລົງມືກໍ່ສ້າງມາແຕ່ເດືອນມິຖຸນາ ປີ 2021 ເປັນຕົ້ນມາ, ມາຮອດປັດຈຸບັນ, ການຈັດຕັ້ງປະຕິບັດໜ້າວຽກຫລັກ ເປັນຕົ້ນ ງານປ້ອງກັນຕາຝັ່ງເຈື່ອນ, ສວນສາທາລະນະ, ຝາຍນ້ຳລົ້ນ, ທໍ່ລະບາຍນ້ຳ, ທາງຍ່າງ ແລະ ອື່ນໆ ແມ່ນມີຄວາມຄືບໜ້າ ແລະ ສຳເລັດແລ້ວ 90,11%.

ໂຄງການ ຄຸ້ມຄອງຄວາມສ່ຽງ ໄພພິບັດນໍ້າຖ້ວມ ເທສະບານ ເມືອງ ໄຊ ແຂວງ ອຸດົມໄຊ ແມ່ນອົງປະກອບໜຶ່ງ ພາຍໃຕ້ໂຄງ ການ ຄຸ້ມຄອງຄວາມສ່ຽງໄພພິບັດທາງທຳມະຊາດ ເຂດອາຊີຕາເວັນອອກສ່ຽງໃຕ້ ໂດຍແມ່ນທະນາຄານໂລກ ເປັນຜູ້ໃຫ້ການສະໜັບສະໜູນທາງດ້ານງົບປະມານ ເປັນເງິນກູ້ ແລະ ຊ່ວຍເຫລືອລ້າຈຳນວນໜຶ່ງ ຊຶ່ງໂຄງການດັ່ງກ່າວ ແບ່ງອອກເປັນ 2 ໄລຍະສັນຍາ ມີຄວາມຍາວທັງໝົດ 9.842 ແມັດ(9,8 ກິໂລແມັດ) ໃນນີ້ ໄລຍະສັນຍາທີ 1 ມີຄວາມຍາວ ພຽງ 1.320 ແມັດ(1,3 ກິໂລແມັດ) ໂດຍແມ່ນ ບໍລິສັດ ກວາງຕຸ້ງ ເລກ 3 ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ມີມູນຄ່າການກໍ່ສ້າງ 3,7 ລ້ານກວ່າໂດລາສະຫະລັດ, ໄລຍະການກໍ່ສ້າງແມ່ນ 15 ເດືອນ ເລີ່ມແຕ່ເດືອນມິຖຸນາ 2021 ຫາເດືອນສິງຫາ 2022.

ສະເພາະ ການຈັດຕັ້ງປະຕິບັດວຽກງານໃນເດືອນຕຸລາ ຜ່ານມານີ້ ປະກອບມີ: ກໍ່ ສ້າງ ສະຫລົບ, ຕີນສະຫລົບ, ລຽນຫີນກັນເຈື່ອນ, ປູແຜ່ນບອກ, ກໍ່ສ້າງສວນທາລະນະ, ປູກຕົ້ນໄມ້ປະດັບ, ກໍ່ສ້າງປ້າຍ ແລະ ຮູບປັ້ນ, ຮ່ອງລະບາຍນ້ຳ ແລະ ທາງຍ່າງ, ສ່ວນທິດທາງແຜນການໃນຕໍ່ໜ້າແມ່ນຈະສືບຕໍ່ເລັ່ງໃນການກໍ່ສ້າງ ບາງໜ້າວຽກທີ່ຍັງບໍ່ທັນສຳເລັດ ເປັນຕົ້ນແມ່ນ ປ້າຍ, ຮູບປັ້ນ 12 ຊົນເຜົ່າ, ເສັ້ນທາງ, ການປະດັບປະດາ ແລະ ອື່ນໆຄາດວ່າຈະໃຫ້ສຳເລັດ ໃນເດືອນທັນວາ ປີ 2022 ນີ້.

ຂ່າວ: ຄານມະນີ ຮຽນດໍຈັນ

error: Content is protected !!