ໃນວັນທີ 23 ພະຈິກ ຜ່ານມາ, ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງສາລະວັນ ຮ່ວມກັບກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ ໄດ້ຈັດກອງປະຊຸມສໍາມະນາເພື່ອປຶກສາຫາລື, ແລກປ່ຽນທັດສະນະ, ວິທີການໆພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງແຂວງ ແນໃສ່ປັບປຸງສິ່ງອໍານວຍຄວາມສະດວກ ແລະ ການບໍລິການໃຫ້ດີຂຶ້ນ ເປັນຕົ້ນສະຖານທີ່ແຫຼ່ງທ່ອງທ່ຽວ, ສະຖານທີ່ພັກແຮມ, ຂອດບໍລິ
Author: admin
ອັດຕະປື ສົ່ງອອກຢາງພາລາ ສາມາດສ້າງລາຍໄດ້ຫຼາຍກວ່າ 23 ລ້ານໂດລາຕໍ່ປີ
ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງອັດຕະປື ໃຫ້ສຳພາດ ວັນທີ 18 ພະຈິກ 2022 ນີ້ວ່າ: ຢູ່ແຂວງ ອັດຕະປື ມີ 5 ບໍລິສັດ ຈາກ ສສ ຫວຽດນາມ ໄດ້ຮັບອະນຸຍາດ ໃນການລົງທືນສໍາປະທານທີ່ດິນ ເພື່ອປູກຢາງພາລາ
ຈີນ ສະໜອງອາຫານທ່ຽງໃຫ້ນັກຮຽນຊັ້ນປະຖົມ 1,400 ກວ່າແຫ່ງໃນ ລາວ
ສປ ຈີນ ໄດ້ສະໜອງເຂົ້າສານຈ້າວ 930 ໂຕນ ແລະ ປາກະປ໋ອງ 120 ໂຕນ ເຂົ້າໃນໂຄງການອາຫານທ່ຽງ ເພື່ອເປັນການເພີ່ມອາຫານທ່ຽງ ໃຫ້ນັກຮຽນຊັ້ນປະຖົມຈຳນວນ 132,450 ຄົນ ຢູ່ໃນໂຮງຮຽນ 1,400 ກວ່າແຫ່ງໃນ ສປປ ລາວ ໂດຍໄດ້ມີພິທີລົງນາມໃນຂໍ້ຕົກລົງສະບັບໃໝ່ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ
ສາວ ລາວ ຈ້າງລົດຂົນນໍ້າມັນເປົ່າ ຍັດຢາບ້າ 4 ກວ່າລ້ານເມັດຂ້າມ ດ່ານ ໜອງຄາຍ
ໃນຕອນບ່າຍຂອງ ວັນທີ 23 ພະຈິກ 2022 ດ່ານພາສີ ໜອງຄາຍ ຮ່ວມກັບຫຼາຍອົງການ ຈັບໄດ້ຂອງກາງຢາບ້າເກືອບ 4 ລ້ານເມັດ, ມີຢາໄອສ 10 ກິໂລກຣາມ ແລະ ຢາອີ 5,000 ເມັດ ລວມມູນຄ່າ 100 ລ້ານກວ່າບາດ ທີ່ຊຸກເຊື່ອງໄວ້ໃນລົດບັນທຸກນ້ຳມັນເປົ່າ ທີ່ກັບມາແຕ່ສົ່ງນ້ຳມັນຢູ່ ສປປ
ຟາມໝູປັນຍາຄູນ ຟາມຕົວແບບທີ່ພົ້ນເດັ່ນ ຂອງເມືອງລະມາມ ແຂວງເຊກອງ
ໂດຍປະຕິບັດຕາມທິດຊີ້ນຳຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະ ກໍຄືຄະນະນໍາເມືອງລະມາມ ແຂວງເຊກອງ ຍາມໃດກໍເອົາໃຈໃສ່ຊຸກຍູ້, ສົ່ງເສີມວຽກງານການປູກຝັງ-ລ້ຽງສັດ ຕິດພັນກັບມູນເຊື້ອດຸໝັ່ນຂະຫຍັນພຽນຂອງຊາວເຊກອງ ທີ່ເຄີຍເຮັດແບບກະແຈກກະຈາຍ ພໍກຸ້ມຢູ່ກຸ້ມກິນ, ພໍໃຜພໍລາວ, ພໍແຕ່ແກ້ໄຂຄວາມທຸກຍາກຂອງຄອບຄົວ ໃຫ້ກາຍເປັນການປູກຝັງ-ລ້ຽງສັດຂະໜາດໃຫຍ່ ເປັນສິນຄ້າຂາຍອອກ ເພື່ອຕອບສະໜອງດ້ານສະບຽງອາຫານໃຫ້ພຽງພໍ ກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ຢູ່ເມືອງລະມາມ ກໍຄືທົ່ວແຂວງເຊກອງ ແລະ ຕ່າງແຂວງ ດັ່ງຟາມໝູປັນຍາຄູນ ເຊິ່ງຕັ້ງຢູ່ບ້ານໂນນໜອງຫວ້າ, ເມືອງລະມາມ, ແຂວງເຊກອງ.
ການຕິດເຊື້ອແບັກທີເຣຍ ຄືສາເຫດການເສຍຊີວິດອັນດັບ 2 ຂອງໂລກ
ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 22 ພະຈິກທີ່ຜ່ານມານີ້, ການຕິດເຊື້ອແບັກທີເຣຍຄື ສາເຫດການເສຍຊີວິດອັນດັບ 2 ຂອງໂລກ ແລະ ຄິດເປັນອັດຕາສ່ວນ 1 ໃນ 8 ຂອງການເສຍຊີວິດທັງໝົດໃນປີ 2019 ຊຶ່ງຖືວ່າເປັນການປະເມີນການເສຍຊີວິດທົ່ວໂລກຄັ້ງທຳອິດທີ່ມີການເປີດເຜີຍ. ໂດຍວາລະສານແລນເຊັດ ໄດ້ເປີດເຜີຍຜົນການສຶກສາສະບັບໃໝ່ລະບຸວ່າ ການເສຍຊີວິດຈາກເຊື້ອພະຍາດແບັກທີເຣຍທົ່ວໄປ 33 ຊະນິດ ແລະ ການຕິດເຊື້ອ 11
ແຂວງ ຊຽງຂວາງ ປິດການຮຽນການສອນ ຊົ່ວຄາວ ໃນໄລຍະງານມະຫະກໍາກິລາແຫ່ງຊາດຄັ້ງ ທີ XI
ຕາມການລາຍງານຂອ ງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ອໍານາດການປົກຄອງ ແຂວງ ຊຽງຂວາງ ຈະປິດການຮຽນການສອນ ຊົ່ວຄາວ ເຊິ່ງມີໂຮງຮຽນ 19 ແຫ່ງ ໃນທົ່ວແຂວງ ທັງພາກລັດ ແລະ ເອກະຊົນ ເລີ່ມແຕ່ວັນທີ 13-25 ທັນວາ 2022, ສະເພາະໂຮງຮຽນຢູ່ ພາຍໃນເທດສະບານເມືອງແປກ (ກຸ່ມ 1, 2,
ນັບແຕ່ຕົ້ນປີຈົນຮອດປັດຈຸບັນ ເງິນກີບໄດ້ອ່ອນຄ່າລົງເຖິງ 68 %
ນະຄອນຫຼວງ ວຽງຈັນ, 21 ພະຈິກ 2022 ທະນາຄານໂລກ ໄດ້ລາຍງານຄວາມຄືບໜ້າກ່ຽວກັບສະພາບເສດຖະກິດຂອງ ສປປ ລາວ ວ່າ: ເຖິງແມ່ນວ່າເສດຖະກິດຂອງລາວ ຈະມີການຟື້ນຕົວໃນຊ່ວງໄລຍະຕົ້ນປີ 2022, ແຕ່ ສປປ ລາວ ກໍຍັງປະເຊີນກັບບັນຫາແລະຄວາມທ້າທາຍຫຼາຍຂຶ້ນຈາກການອ່ອນຄ່າຂອງເງິນກີບ ແລະ ອັດຕາເງິນເຟີ້ທີ່ສູງ. ບົດລາຍງານຕິດຕາມສະພາບເສດຖະກິດ ສະບັບ ເດືອນຕຸລາ 2022: ການຮັບມືກັບຄວາມບອບບາງດ້ານເສດຖະກິດມະຫາພາກ,ທີ່ ເຜີຍແຜ່ໃນມື້ນີ້ ໄດ້ລະບຸ ຂອດການປະຕິຮູບສຳຄັນທີ່ຈະຊ່ວຍປະເທດຟື້ນຟູສະເຖຍລະພາບທາງດ້ານເສດຖະກິດ ແລະ ຮັກສາການເຕີບໂຕທີ່ຍືນຍົງ. ບົດລາຍງານຊີ້ແຈງວ່າ ເງິນກີບໄດ້ອ່ອນຄ່າລົງ 68 ສ່ວນຮ້ອຍ ເມື່ອທຽບກັບເງິນໂດລາສະຫະລັດ ໃນຊ່ວງປີນີ້ຈົນມາຮອດເດືອນ ຕຸລາ ອັນໄດ້ທ່ວງດຶງການຟື້ນຕົວຂອງເສດຖະກິດ ແລະ ເຮັດໃຫ້ອັດຕາເງິນເຟີ້ຂຶ້ນສູງ ແລ້ວນຳໄປສູ່ການຫົດຕົວດ້ານການບໍລິໂພກຂອງພາກເອກະຊົນຄົວເຮືອນ ແລະ ການລົງທຶນ. ໃນຂະນະດຽວກັນ, ຄາດວ່າ ໜີ້ສິນພາກລັດ ແລະ ໜີ້ສິນທີ່ລັດຄ້ຳປະກັນຈະກາຍ 100 ສ່ວນຮ້ອຍຂອງ GDP ໃນທ້າຍປີນີ້. ທະນາຄານໂລກ ໄດ້ຫລຸດອັດຕາການເຕີບໂຕຂອງເສດຖະກິດທີ່ຄາດຄະເນໄວ້ສຳລັບ ສປປ
ຄືບໜ້າແລ້ວ ກ່ວາ 28%ໂຄງການສ້ອມແປງປັບປຸງທາງ 13 ໄຕ້ ສັນຍາ 1
ຕາມການໃຫ້ສຳພາດຂອງທ່ານ ກ້ອນນວນດຳ ຈັນທະມີນາວົງ ຮອງຫົວໜ້າໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ໃຕ້ ຊ່ວງແຂວ ງບໍລິຄຳໄຊ ( ກມ 71 – ກມ 190 ) ໄດ້ໃຫ້ສຳພາດ ວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງ 13 ໃຕ້,
ຊຽງຂວາງ ມີສະບຽງອາຫານພຽງພໍຮອງຮັບງານກິລາ ຊຽງຂວາງເກມ 2022
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI(ຊຽງຂວາງເກມ 2022) ທີ່ຈະຈັດຂຶ້ນໃນວັນທີ 13-22 ທັນວາ 2022 ທີ່ຈະມາເຖິງນີ້, ແຂວງຊຽງຂວາງ ໄດ້ມີຄວາມພ້ອມຮອບດ້ານ ໂດຍສະເພາະດ້ານສະບຽງອາຫານ ເປັນຕົ້ນ ເຂົ້າ, ໝາກໄມ້, ພືດ-ຜັກ ທັນຍາຫານ ແລະ ຜົນຜະລິດພາຍໃນແຂວງ ແມ່ນມີພຽງພໍກັບຄວາມຕ້ອງການ ເພື່ອຮອງຮັບ ມວນຊົນ ກໍຄື ທັບນັກກິລາຂອງບັນດາແຂວງ










