ຈີນ ສະໜອງອາຫານທ່ຽງໃຫ້ນັກຮຽນຊັ້ນປະຖົມ 1,400 ກວ່າແຫ່ງໃນ ລາວ

ສປ ຈີນ ໄດ້ສະໜອງເຂົ້າສານຈ້າວ 930 ໂຕນ ແລະ ປາກະປ໋ອງ 120 ໂຕນ ເຂົ້າໃນໂຄງການອາຫານທ່ຽງ ເພື່ອເປັນການເພີ່ມອາຫານທ່ຽງ ໃຫ້ນັກຮຽນຊັ້ນປະຖົມຈຳນວນ 132,450 ຄົນ ຢູ່ໃນໂຮງຮຽນ 1,400 ກວ່າແຫ່ງໃນ ສປປ ລາວ ໂດຍໄດ້ມີພິທີລົງນາມໃນຂໍ້ຕົກລົງສະບັບໃໝ່ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ (MoES), ອົງການອາຫານໂລກແຫ່ງ ສະຫະປະຊາຊາດ (WFP) ແລະ ອົງການຊ່ວຍເຫລືອເພື່ອການພັດທະນາສາກົນແຫ່ງ ສປ ຈີນ (CIDCA) ໃນວັນທີ 22 ພະຈິກ 2022 ທີ່ ນະຄອນຫລວງ ວຽງຈັນ.

ການຊ່ວຍເຫລືອດັ່ງກ່າວ, ເພື່ອຊ່ວຍລັດຖະບານລາວ ບັນລຸເປົ້າໝາຍໃນການຫລຸດຜ່ອນອັດຕາການຂາດສານອາຫານໃນເດັກນ້ອຍ ເຊິ່ງ ສປ ຈີນ ໄດ້ສະໜອງ ເຂົ້າສານຈ້າວ ແລະ ປາກະປ໋ອງ ເຂົ້າໃນໂຄງການອາຫານທ່ຽງ ຜ່ານອົງການອາຫານໂລກ ຈະຊ່ວຍໃຫ້ກະຊວງສຶກສາທິການ ແລະ ກິລາ ສາ ມາດນຳໄປຈັດຕັ້ງປະຕິບັດວຽກງານອາຫານໃນໂຮງຮຽນແຫ່ງຊາດຢູ່ 31 ເມືອງ ໃນ 8 ແຂວງ ເຊິ່ງຈະເລີ່ມຈັດຕັ້ງໃນພາກຮຽນທີ່ຈະມາເຖິງນີ້.

ໂຄງການອາຫານທ່ຽງໃນໂຮງຮຽນ ແມ່ນແຜນງານລະດັບຊາດ ທີ່ເລີ່ມຕົ້ນດ້ວຍການສະໜັບສະໜູນຈາກອົງການອາຫານໂລກ ນັບແຕ່ປີ 2010 ເປັນຕົ້ນມາ, ວຽກງານດັ່ງກ່າວໄດ້ຂະຫຍາຍຈາກ 56 ໂຮງຮຽນໃນ 2 ແຂວງ ໄປເປັນ 1.700 ກວ່າໂຮງຮຽນໃນ 12 ແຂວງ ໃນປີ 2022, ໂຄງການດັ່ງກ່າວເປັນໂຄງການໜຶ່ງໃນຊຸດທໍາອິດ ຫລັງຈາກທຶນການຮ່ວມມືໃຕ້ໃຕ້ ໄດ້ກາຍເປັນໂຄງການພັດທະນາຂອງໂລກ ແລະ ການຮ່ວມມືໃຕ້ໃຕ້ ພາຍໃຕ້ຂໍ້ລິເລີ່ມພັດທະນາໂລກຂອງລັດຖະບານຈີນ.

ການສະໜອງອາຫານໃນໂຮງຮຽນ ເປັນເຄື່ອງມືຢັ້ງຢືນໃນທົ່ວໂລກວ່າ ມີຄວາມສຳຄັນໃນການຮັບປະກັນການ ເຂົ້າເຖິງການສຶກສາທີ່ເທົ່າທຽມ, ເປັນການສົ່ງເສີມດ້ານສຸຂະພາບ ແລະ ໂພຊະນາການທີ່ດີສໍາລັບເດັກນ້ອຍໃນ ສປປ ລາວ, ເປົ້າໝາຍຫລັກຂອງແຜນງານແມ່ນແນໃສ່ເດັກນ້ອຍໃນເຂດຊົນ ນະບົດຫ່າງໄກສອກຫລີກ ທີ່ປະເຊີນກັບສິ່ງທ້າທາຍຫລາຍດ້ານ ເຊັ່ນ: ດ້ານການຄໍ້າປະກັນສະບຽງອາຫານ, ຄວາມທຸກຍາກ ແລະ ການສຶກສາ. ດ້ວຍເຫດນີ້, ວຽກງານນີ້ຈຶ່ງມີ ຄວາມສຳຄັນໃນການຫລຸດຜ່ອນຊ່ອງຫວ່າງ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ຂອງປະເທດ.

ນອກຈາກການສະໜອງອາຫານໃນໂຮງຮຽນ, ອົງການອາຫານໂລກ ຍັງສະໜອງການຊ່ວຍ ເຫລືອດ້ານອື່ນໆ ໃຫ້ແກ່ໂຮງຮຽນເຊັ່ນ: ການຕິດຕັ້ງນ້ຳສະອາດ, ບ່ອນລ້າງມື ແລະ ສຸຂະອະນາໄມ, ຊ່ວຍເຫລືອຊຸມຊົນໃນການສ້າງ ເຮືອນຄົວ, ສາງເກັບເຄື່ອງ ແລະ ສວນຄົວໃນໂຮງຮຽນ. ນອກຈາກນີ້ຍັງມີກິດຈະກຳທີ່ສົ່ງເສີມການຮຽນຮູ້ໜັງສື, ສະໜອງ ເຮືອນຮົ່ມ ແລະ ໜອງປາໃຫ້ແກ່ຊຸມຊົນ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ການສະໜັບສະໜູນເຂົ້າສານຈ້າວ ຈໍານວນ 930 ໂຕນ ແລະ ປ໋ອງປາຈໍານວນ 120 ໂຕນ ຈາກລັດຖະບານ ສປ ຈີນ ໃນຄັ້ງນີ້ແມ່ນມີຄວາມສໍາຄັນຫລາຍ ເພື່ອຊ່ວຍຕື່ມເຕັມຄາບອາຫານທ່ຽງຂອງນັກຮຽນໃຫ້ມີໂພຊະນາການເພີ່ມຂຶ້ນ, ທັງເປັນການສະແດງເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງຊາດ ທີີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ສປ ຈີນ.

ຂ່າວ-ພາບ: ມະໄລລັກ

error: Content is protected !!