ຟາມໝູປັນຍາຄູນ ຟາມຕົວແບບທີ່ພົ້ນເດັ່ນ ຂອງເມືອງລະມາມ ແຂວງເຊກອງ

ໂດຍປະຕິບັດຕາມທິດຊີ້ນຳຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະ ກໍຄືຄະນະນໍາເມືອງລະມາມ ແຂວງເຊກອງ ຍາມໃດກໍເອົາໃຈໃສ່ຊຸກຍູ້, ສົ່ງເສີມວຽກງານການປູກຝັງ-ລ້ຽງສັດ ຕິດພັນກັບມູນເຊື້ອດຸໝັ່ນຂະຫຍັນພຽນຂອງຊາວເຊກອງ ທີ່ເຄີຍເຮັດແບບກະແຈກກະຈາຍ ພໍກຸ້ມຢູ່ກຸ້ມກິນ, ພໍໃຜພໍລາວ, ພໍແຕ່ແກ້ໄຂຄວາມທຸກຍາກຂອງຄອບຄົວ ໃຫ້ກາຍເປັນການປູກຝັງ-ລ້ຽງສັດຂະໜາດໃຫຍ່ ເປັນສິນຄ້າຂາຍອອກ ເພື່ອຕອບສະໜອງດ້ານສະບຽງອາຫານໃຫ້ພຽງພໍ ກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ຢູ່ເມືອງລະມາມ ກໍຄືທົ່ວແຂວງເຊກອງ ແລະ ຕ່າງແຂວງ ດັ່ງຟາມໝູປັນຍາຄູນ ເຊິ່ງຕັ້ງຢູ່ບ້ານໂນນໜອງຫວ້າ, ເມືອງລະມາມ, ແຂວງເຊກອງ.

ທ່ານ ພູມສະຫວັນ ຈັນທະປະເສີດ, ຜູ້ຈັດການຟາມໝູປັນຍາຄູນ ໃຫ້ຮູ້ວ່າ: ຟາມໝູປັນຍາຄູນ ຂອງພວກເຮົາເປັນຟາມລ້ຽງໝູພັນຊີ້ນ ສາຍພັນລູກປະສົມ ລາດລາດສະໄວ+ດູລ໋ອກ ເຊິ່ງເລີ່ມເປີດເອົາລູກໝູເຂົ້າມາລ້ຽງ ໃນລະຫວ່າງທ້າຍເດືອນເມສາຂອງປີນີ້ (2022), ມີເນື້ອທີ່ຟາມທັງໝົດ 100 ເຮັກຕາ 835 ຕາແມັດ, ມີພະນັກງານທັງໝົດ 15 ຄົນ ໃນນັ້ນ ມີຜູ້ຈັດການຟາມ 1 ຄົນ, ພະນັກງານລ້ຽງສັດ 1 ຄົນ, ພະນັກງານສັດຕະວະແພດ 1 ຄົນ, ພະນັກງານບັນຊີ 1 ຄົນ ແລະ ມີກໍາມະກອນ 11 ຄົນ; ປັດຈຸບັນ, ຟາມໝູພວກເຮົາ ປະກອບມີ 2 ຫຼັງ ເຊິ່ງຫຼັງທີ 1: ເປັນຫຼັງໃຫຍ່ມີ 2 ແຖວ,1 ຄອກ ເທົ່າກັບ 65 ໂຕ ລວມມີ 42 ຄອກ ສາມາດບັນຈຸໝູໄດ້ທັງໝົດ 2,730 ໂຕ; ຫຼັງທີ 2: ເປັນຫຼັງນ້ອຍມີ 2 ແຖວ,1 ຄອກ ເທົ່າກັບ 40 ໂຕ, ລວມມີ 34 ຄອກ ສາມາດບັນຈຸໝູໄດ້ທັງໝົດ 1,360 ໂຕ, ລູກໝູ (ໝູນ້ອຍ) ທີ່ນຳມາລ້ຽງແມ່ນໄດ້ຊື້ນໍາບໍລິສັດ ຢູ່ພາຍໃນປະເທດ ເປັນຜູ້ສະໜອງແນວພັນໃຫ້, ສ່ວນອາຫານ ແລະ ເຕັກນິກການລ້ຽງ ໝູ ຟາມພວກເຮົາເອົາຈາກບໍລິສັດຄວາມຫວັງໃໝ່ ຂອງ ສປ ຈີນ. ການລ້ຽງໝູບໍ່ແມ່ນວຽກຍາກ ແຕ່ກໍບໍ່ແມ່ນວຽກງ່າຍ, ບັນຫາສຳຄັນຕ້ອງມີຄວາມເອົາໃຈໃສ່, ເບິ່ງແຍງໝູໃຫ້ດີ, ປະຕິບັດຕາມເຕັກນິກຂັ້ນຕອນ ພ້ອມກັນນັ້ນຕ້ອງໄດ້ສັກຢາກັນພະຍາດຢ່າງຄົບຖ້ວນ, ເອົາໃຈໃສ່ອະນາໄມຄອກໝູໃຫ້ສະອາດຢູ່ຕະຫຼອດເວລາ ແລະ ໃຫ້ອາຫານມື້ໜຶ່ງ 2 ເທື່ອ ໂດຍໃຊ້ຮຳປະສົມກັບຫົວອາຫານ ເພື່ອບໍາລຸງໃຫ້ໝູຈະເລີນເຕີບໂຕໃຫ້ຕຸ້ຍພີດີງາມ ແລະ ສາມາດຂາຍໄດ້ລາຄາດີ ເຊິ່ງໃຊ້ເວລາລ້ຽງ ປະມານ 3 ເດືອນ ກໍສາມາດຂາຍອອກໄດ້ ຈາກຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ ໃນທີ່ສຸດກໍເຮັດໃຫ້ຟາມໝູຂອງຂ້າພະເຈົ້າປະສົບຄວາມສຳເລັດ.

ທ່ານຜູ້ຈັດການຟາມໝູປັນຍາຄູນ ຍັງໃຫ້ຮູ້ອີກວ່າ: ລາຍລະອຽດໃນການນໍາໝູເຂົ້າມາລ້ຽງ ແມ່ນ ວັນທີ 22/04/2022 ໄດ້ໝູ ນໍາເຂົ້າ 500 ໂຕ (ປັດຈຸບັນໄດ້ຂາຍໝົດຮອບທໍາອິດ), ວັນທີ 20/06/2022 ໄດ້ນໍາເຂົ້າໝູ ຈໍານວນ 600 ໂຕ (ປັດຈຸບັນໄດ້ຂາຍໝົດແລ້ວ), ວັນທີ 17/07/2022  ໄດ້ນໍາເຂົ້າໝູຈໍານວນ 387 ໂຕ (ປັດຈຸບັນໄດ້ຂາຍໝົດແລ້ວ), ວັນທີ 20/07/2022 ໄດ້ນໍາເຂົ້າໝູຈໍານວນ 371 ໂຕ  (ປັດຈຸບັນໄດ້ຂາຍໝົດແລ້ວ) ໃນຂະນະທີ່ ງວດທ້າຍເດືອນ 07/2022 ໄດ້ນໍາເຂົ້າໝູຈໍານວນ 500 ໂຕ (ປັດຈຸບັນກໍາລັງລ້ຽງ), ງວດເດືອນ 08/2022 ໄດ້ນໍາເຂົ້າໝູຈໍານວນ 120 ໂຕ (ປັດຈຸບັນກໍາລັງລ້ຽງ), ງວດເດືອນ 09/2022 ໄດ້ນໍາເຂົ້າໝູຈໍານວນ 310 ໂຕ (ປັດຈຸບັນກໍາລັງລ້ຽງ) ແລະ ງວດເດືອນ 10/2022 ໄດ້ນໍາເຂົ້າໝູຈໍານວນ 600 ໂຕ (ປັດຈຸບັນກໍາລັງລ້ຽງ). ນອກຈາກລ້ຽງໝູແລ້ວ ທາງຟາມຂອງພວກເຮົາ ຍັງລ້ຽງໄກ່ລາດ ແລະ ປາຄື: ລ້ຽງໄກ່ລາດ 400 ໂຕ ຄອກໄກ່ 1 ຫຼັງ ແລະ ລ້ຽງປາ 200,000 ໂຕ ປະກອບມີ 3 ໜອງ. ຟາມໝູປັນຍາຄູນພວກເຮົາຈໍາໜ່າຍໝູຈຳນວນຫຼາຍ ນໍ້າໜັກສະເລ່ຍ 100-130 kg, ຮັບປະກັນໝູໄດ້ມາດຕະຖານ, ປອດສານເລັ່ງ, ໝູຢູ່ຟາມພວກເຮົາໄດ້ຮັບການດູແລຈາກວິຊາການຜູ້ຊ່ຽວຊານ ຕັ້ງແຕ່ນ້ອຍຈົນຮອດນໍ້າຫນັກ 120-130 kg, ສາມາດຕອບສະໜອງໃຫ້ລູກຄ້າໄດ້ທຸກມື້, ມີທັງຂາຍຍ່ອຍ-ຂາຍຍົກຄອກຕາມລູກຄ້າຕ້ອງການ, ຕ່າງແຂວງ ມີບໍລິການຈັດສົ່ງເຖິງທີ່ ສົນໃຈສອບຖາມ ຫຼື ໂທ: 020 29900991.

ທ່ານ ສີເວີນ ພວງພະຈັນ, ຫົວໜ້າຂະແໜງ ລ້ຽງສັດ ແລະ ການປະມົງ ເມືອງລະມາມ ໃຫ້ຮູ້ວ່າ:    ຍ້ອນເຫັນໄດ້ເຖິງຄວາມດຸໝັ່ນຂະຫຍັນພຽນ ອົດທົນຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກ ແລະ ຄວາມຕັ້ງອົກຕັ້ງໃຈ ມັກຮັກໃນການລ້ຽງໝູ ເປັນຊີວິດຈິດໃຈ ຂອງຟາມໝູປັນຍາຄູນ ເຊິ່ງເປັນຟາມລ້ຽງໝູທີ່ພົ້ນເດັ່ນຢູ່ພາຍໃນເມືອງລະມາມ ແຂວງເຊກອງ ພວກເຮົາ ຈຶ່ງໄດ້ໃຫ້ຄວາມສຳຄັນເອົາໃຈໃສ່ ລົງມາໃກ້ຊິດຕິດແທດ ໃຫ້ການຊ່ວຍເຫຼືອແນະນຳ ທາງດ້ານວິຊາການ ໂດຍສະເພາະແມ່ນວິທີການລ້ຽງ ແລະ ການຫາຕະຫຼາດຈຳໜ່າຍໃຫ້ ເຊິ່ງກໍໄດ້ລາຄາຍຸຕິທຳ ທັງຜູ້ຊື້-ຜູ້ຂາຍ ໂດຍບໍ່ມີຝ່າຍໃດຖືກເອົາລັດເອົາປຽບ, ພິເສດ ແມ່ນຟາມໝູປັນຍາຄູນ ມີລະບົບການຈັດການບັນຫາມູນ (ຂີ້) ໝູໄດ້ດີ.

ທ່ານ ຄຳຜອຍ ແກ້ວມະນີເຜືອກ, ຫົວໜ້າຫ້ອງການໂຄສະນາອົບຮົມເມືອງລະມາມ ໄດ້ຢັ້ງຢືນວ່າ: ຍ້ອນຟາມໝູປັນຍາຄູນ ມີລະບົບການກໍາຈັດມູນ (ຂີ້) ໝູທີ່ດີ ຈຶ່ງບໍ່ມີກິ່ນລົບກວນ ປະຊາຊົນທີ່ອາໄສ ຢູ່ເຂດບ້ານໂນນໜອງຫວ້າ, ເມືອງລະມາມ, ແຂວງເຊກອງ ໃກ້ຟາມໝູປັນຍາຄູນ ສະແດງອອກຄືບໍ່ມີຫາງສຽງຈາກສັງຄົມ ກໍຄືປະຊາຊົນຢູ່ເຂດດັ່ງກ່າວ ເຊິ່ງຕ່າງຈາກຟາມໝູທົ່ວໄປທີ່ມີຫາງສຽງຈົ່ມວ່າບັນຫາກິ່ນເໝັນຈາກມູນ (ຂີ້) ໝູ. ຕາງໜ້າໃຫ້ອຳນາດການປົກຄອງຂອງເມືອງ, ຂ້າພະເຈົ້າຂໍຢັ້ງຢືນວ່າ ຟາມໝູປັນຍາຄູນ ເປັນຟາມຕົວແບບທີ່ດີຢ່າງແທ້ຈິງ, ໄດ້ເຮັດແທ້ທຳຈິງ ແລະ ມີລາຍຮັບຕົວຈິງ ສົມແລ້ວທີ່ເປັນແບບຢ່າງທີ່ດີດ້ານການພັດທະນາ ຂອງເມືອງລະມາມ ແຂວງເຊກອງ

(ພາບ-ຂ່າວ: ມີໄຊ)

error: Content is protected !!