ແຂວງເຊກອງ ມ້າງຄະດີຢາເສບຕິດ 94 ເລື່ອງ ຈັບຜູ້ຕ້ອງຫາໄດ້ 100 ກວ່າຄົນ

ຕາມການລາຍງານຂອງ ທ່ານ ພັນເອກ ທະວີສັກ ເພັດພູຫລວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2022 ຜ່ານມາ, ແຂວງເຊກອງ ສາມາດເລີກຮື້ມ້າງຄະດີຢາເສບຕິດໄດ້ 94 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ 108 ຄົນ ແລະ ຢຶດຂອງກາງປະເພດຢາເສບຕິດໄດ້ 86.959 ເມັດ, ພາຫະນະລົດໃຫຍ່

ອ່ານເພີ່ມ...

ກະຊວງການເງິນ ລົງຊຸກຍູ້-ຕິດຕາມການນຳໃຊ້ລະບົບ
ທັນສະໄໝ ຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່

ໃນວັນທີ 24 ມັງກອນ 2023 ນີ້, ບັນດາຄະນະກົມ ຂອງກະຊວງການເງິນ ນໍາໂດຍ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ, ຄະນະຄັງເງິນແຫ່ງຊາດ, ຄະນະກົມເຕັກໂນໂລຊີຂໍ້ມູນ ຂ່າວສານການເງິນ, ຄະນະແນກ, ພະນັກງານວິຊາການຂອງກະຊວງການເງິນ ລົງຊຸກຍູ້, ຕິດຕາມການຈັດເກັບ ລາຍຮັບເຂົ້າງົບປະມານແຫ່ງລັດ ຜ່ານລະບົບທັນສະໄໝ ຂອງຂະແໜງການເງິນຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່

ອ່ານເພີ່ມ...

ຜິວງາມກັບລົມໜາວ

ລົມໜາວ ມັກເປັນສິ່ງລົບກວນໃຈສາວໆ ເພາະວ່າ ຈະພາໃຫ້ຜິວແຫ້ງຫຼາຍຂຶ້ນ ຈາກຫຼາຍສາເຫດ ດັ່ງຕໍ່ໄປນີ້: ການເບິ່ງແຍງບັນຫາຜິວແຫ້ງ:

ອ່ານເພີ່ມ...

ດ່ານພາສີສາກົນນາເພົ້າ ເກັບລາຍຮັບໄດ້ 94,7 ຕື້ກີບ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນປີ 2022 ດ່ານພາສີສາກົນນາເພົ້າ ໄດ້ຮັບການມອບໝາຍເກັບລາຍຮັບເຂົ້າງົບປະມານທັງໝົດ 184,7 ຕື້ກີບ ທຽບໃສ່ປີ 2021 ແມ່ນເພີ່ມຂຶ້ນ ເທົ່າກັບ 97,98% (ແຜນງົບປະມານໃນປີ 2021 ແມ່ນ 93,2 ຕື້ກີບ), ຜ່ານການຈັດຕັ້ງປະຕິບັດ ສາມາດຈັດເກັບໄດ້ທັງໝົດ 94,7 ຕື້ກີບ ເທົ່າກັບ

ອ່ານເພີ່ມ...

ນາຄາ ແລະ ມັດສະດາ ຄວ້າແຊ໋ມ-ຮອງແຊ໋ມ ເຕະບານ ຢູ-9 ຊີງແຊ໋ມພາກອີສານ 2023 ທີ່ປະເທດໄທ

ສະໂມສອນ ດັບເບິນຢູໄອຈີ ນາຄາ ຫຼື W.I.G NAGA ທີມນ້ອງໃໝ່ ຈາກສປປ ລາວ ເປີດຕົວການປະເດີມສະໜາມປີ 2023 ໄດ້ຢ່າງສວຍງາມ ດ້ວຍການຄວ້າແຊ໋ມ ເຕະບານເຍົາວະຊົນ 6 ຄົນ ຮຸ່ນອາຍຸບໍ່ເກີນ 9 ປີ ຫຼື ຢູ-9 ຊີງແຊ໋ມພາກອີສານ ປະຈຳປີ 2023

ອ່ານເພີ່ມ...

ນາຍົກລັດຖະມົນຕີ ເນັ້ນໃຫ້ພາກທຸລະກິດ ຕ້ອງຮ່ວມມືກັບລັດຖະບານ ເພື່ອໃຫ້ບັນດາເປົ້າໝາຍທີ່ວາງໄວ້ບັນລຸເກີດຜົນເປັນຈິງ

ທ່ານ ສອນໄຊ ສີພັນດອນ ນາຍົກລັດ​ຖະມົນຕີ ແຫ່ງ ສປປ ລາວ ໄດ້ເນັ້ນໃຫ້ພາກທຸ​ລະກິດ ຕ້ອງໄດ້ເອົາໃຈໃສ່ຮ່ວມມືກັບລັດຖະບານ ແລະ ປະຊາຊົນໃນທົ່ວປະເທດ ເພື່ອໃຫ້ບັນ ດາເປົ້າໝາຍທີ່ລັດຖະບານວາງໄວ້ໃນປີ 2023 ເປັນຕົ້ນ ເປົ້າໝາຍດ້ານການເຕີບໂຕເສດຖະ​ກິດ, ການຜະລິດເປັນສິນຄ້າ ແລະ ເປົ້າໝາຍອື່ນໆ ໄດ້ບັນລຸໃຫ້ເກີດຜົນເປັນຈິງ. ກອງປະຊຸມໄດ້ຮັບຟັງການໂອ້ລົມຂອງ ທ່ານ ສອນໄຊ ສີພັນດອນ

ອ່ານເພີ່ມ...

ມາຮູ້ຈັກ! ຄວາມໝາຍປິດສະໜາຂອງເດືອນ 3 ອອກໃໝ່ 3 ຄໍ່າ

ເດືອນ ໓ ອອກໃໝ່ ໓ ຄໍ່າ ເປັນມື້ສັນວັນດີມື້ຂຶ້ນ ໓ ຄ່ຳ ເດືອນ ໓ ຕາມປະເພນີ ແລະ ຄວາມເຊື່ອຖືຂອງເຜົ່າພູໄທ ມາແຕ່ບູຮານວ່າເປັນມື້ທີ່ມີຄວາມອີ່ມໜໍາສຳຣານທີ່ສຸດ ເປັນມື້ໄຂປະຕູເລົ້າເຂົ້າ, ປະຕູເງິນ, ປະຕູຄຳ, ປະຕູໂຊກລາບ, ປະຕູແຫ່ງຄວາມອຸດົມຮັ່ງມີ ດັ່ງຄຳບູຮານທີ່ກ່າວເຖິງຄວາມມະຫັດສະຈັນໃນຕຳນານຄວາມເຊື່ອຂອງຊາວລາວພູໄທວ່າເປັນມື້ທີ່ : “ກົບບໍ່ມີປາກ, ນາກບໍ່ມີຮູທະວານ, ໝາກຂາມປ້ອມສຸກຫວານ,

ອ່ານເພີ່ມ...

ເມືອງ​ ພຽງ ຂະຫຍາຍການລ້ຽງສັດ ເພື່ອຄໍ້າປະກັນສະບຽງອາຫານໃຫ້ພຽງພໍ

ເພື່ອປະຕິບັດຕາມແຜນງານຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ຕາມມະຕິຂອງກອງປະ ຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງພຽງ ແຂວງໄຊຍະບູລີ ວາງອອກ ກໍຄືແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ (2000-2024)ຫ້ອງການກະສິກໍາ-ປ່າໄມ້ ເມືອງພຽງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ສຸມໃສ່ການຈັດຕັ້ງປະຕິບັດແຜນງານດັ່ງກ່າວ ໂດຍໄດ້ລົງຊຸກຍູ້ສົ່ງເສີມຊາວກະສິກອນພາຍໃນເມືອງໃຫ້ເຫັນຄວາມສໍາຄັນ ແລະ ປະກອບສ່ວນຢ່າງຈິງຈັງເພື່ອເຮັດໃຫ້ເມືອງມີສະບຽງອາຫານທີ່ພຽງພໍກັບການບໍລິໂພກ ແລະ ເປັນສິນຄ້າສົ່ງອອກ ທັງເປັນການສ້າງລາຍຮັບໃຫ້ກັບຊາວກະສິກອນນັບມື້ນັບຫຼາຍຂຶ້ນ.ທ່ານ ບົວວັນ ຄໍາຈັນ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້

ອ່ານເພີ່ມ...

ໄຊຍະບູລີ ຫາລືການຄຸ້ມຄອງຕິດຕາມລົດຂົນສົ່ງສິນຄ້າຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດ

ກອງປະຊຸມປຶກສາຫາລືກ່ຽວກັບການຄຸ້ມຄອງຕິດຕາມລົດຂົນສົ່ງສິນຄ້າທີ່ບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງເຂົ້າມາຂົນສົ່ງສິນຄ້າຢູ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງໄຊຍະບູລີ. ໂດຍການເປັນປະທານຂອງ ທ່ານ ຄໍາເພັດ ພົມມະລາດ ຫົວໜ້າພະແນກ ຍທຂ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.ທ່ານ ຄໍາເພັດ ພົມມະລາດ ກ່າວວ່າ: ຜ່ານມາສະພາບການຂົນສົ່ງສິນຄ້າຂອງຜູ້ລົງທຶນສໍາປະທານປູກພືດເປັນສິນຄ້າສົ່ງອອກຈໍາໜ່າຍໄປຕ່າງປະເທດ ຍັງນໍາໃຊ້ລົດຂົນສົ່ງທີ່ບໍ່ຖືກຕ້ອງ ແລະ ຕີເປົ່າເຂົ້າມາຂົນສິນຄ້າພາຍໃນແຂວງໄຊຍະບູລີໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ເສຍຄ່າທໍານຽມອາກອນເຂົ້າງົບປະມານຂອງລັດເຮັດໃຫ້ເກີດມີປະກົດການຫຍໍ້ທໍ້ ແລະ

ອ່ານເພີ່ມ...

ບຸນມະໂຫລານກາເຟ-ຊາ ແລະ ຜົນຜະລິດ
ກະສິກຳພູພຽງບໍລະເວນ ຈະຈັດຂຶ້ນຢ່າງຍິ່ງໃຫຍ່

ແຫລ່ງຂ່າວຈາກ ແຂວງ​ ຈໍາປາສັກ ໃຫ້ຮູ້ວ່າ: ບຸນມະໂຫລານກາເຟ-ຊາ ພູພຽງບໍລະເວນ ແລະ ຜົນຜະລິດກະສິກຳ ປະຈຳປີ 2023 ຈະຈັດຂຶ້ນຢ່າງຫຍິ່ງໃຫຍ່ ແລະ ເປັນຄັ້ງປະຫວັດສາດ ຢູ່ເມືອງປາກຊ່ອງ ແຂວງຈຳປາສັກ ດິນແດນພູໄຟເກົ່າຖິ່ນກຳເນີດກາເຟລາວ ໃນວັນທີ 2-4 ກຸມພາ 2023. ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ

ອ່ານເພີ່ມ...
error: Content is protected !!