ເຢຍລະມັນ ຂາດແຄນຄູສອນ ຢ່າງໜັກ ໃນຮອບ 50 ປີ

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ທ່ານ ໄຮ-ປິເຕີ ໄມດິງເງີ ປະທານ ສະມາຄົມ ຄູ ສອນ ຂອງ ເຢຍລະມັນ ເປີດເຜີຍວ່າ: ລະບົບ ການສຶກສາ ຂອງ ເຢຍລະມັນ ພວມຜະເຊີນກັບ ພາວະຂາດແຄນ ຄູສອນ ຄັ້ງໃຫຍ່ ທີ່ສຸດ ໃນຮອບ 50 ປີ. ຍ້ອນວ່າ ຈຳນວນຄູໃໝ່ ຫລຸດລົງ ຢ່າງຕໍ່ເນື່ອງ ໃນໄລຍະ ຫລາຍປີ ທີ່ຜ່ານມາ. ໂດຍຜົນການ ສຳຫລວດ ຈາກ ກຸ່ມກະຊວງ ສຶກສາທິການ ແລະ ກະຊວງ ກິດຈະການ ວັດທະນະທຳ ລະດັບລັດ ຂອງ ເຢຍລະມັນ ຊຶ່ງດຳເນີນການ ໂດຍເຄືອຂ່າຍ ສື່ມວນຊົນ ທ້ອງຖິ່ນ ເຢຍລະມັນ (RND) ໄດ້ກວດພົບວ່າ ປັດຈຸບັນ ເຢຍລະມັນ ຂາດຄູສອນ ເຖິງ 12, 000 ອັດຕາ, ຊຶ່ງ ສະມາຄົມ ຊີ້ແຈງວ່າ ຕົວເລກດັ່ງກ່າວ ອາດຈະເພີ່ມສູງຂຶ້ນ ເຖິງ 40,​000 ອັດຕາ, ໂດຍຫລາຍ ໂຮງຮຽນ ຕ້ອງຍົກເລີກ ການຮຽນ-ການສອນ ລ່ວງໜ້າ ເນື່ອງຈາກ ຂາດແຄນຄູ.

error: Content is protected !!