ໃນມະຫະກໍາກິລາຊີເກມ ຄັ້ງທີ 31 ຈັດຂຶ້ນທີ່ ສສ ຫວຽດນາມ, ທັບນັກກິລາລາວສາມາດຍາດມາໄດ້ 42 ຫລຽນ ໃນນັ້ນຫລຽນຄໍາ 2 ຫລຽນ, ຫລຽນເງິນ 7 ຫລຽນ ແລະ ຫລຽນທອງ 33 ຫລຽນ. ສໍາລັບ ຫລຽນຄໍາ ແມ່ນໄດ້ຈາກກິລາ ໂວວີນາມ ປະເພດຟ້ອນດາບຄູ່ຍິງ
Author: admin
ມາຮູ້ຈັກກັບການຫຼຸດນໍ້າໜັກແບບ IF
ການເບິ່ງແຍງສຸຂະພາບ ແລະ ຮູບຮ່າງ ຖືເປັນເລື່ອງທີ່ນິຍົມກັນຢ່າງແພ່ຫຼາຍ ບໍ່ຈໍາກັດເພດໄວ ເຫັນໄດ້ຈາກມີສູນອອກກໍາລັງກາຍ ຟິດເນັດເພີ່ມຂຶ້ນຢ່າງຫຼວງຫຼາຍ ໃນຂະນະດຽວກັນຫຼາຍທ່ານກໍບໍ່ມີເວລາຫຼາຍພໍທີ່ຈະອອກກໍາລັງກາຍ ຫຼື ບາງທ່ານກໍຂີ້້ຄ້ານອອກກໍາລັງກາຍ ແຕ່ກໍຢາກມີຮູບຮ່າງດີ. ການເຮັດ IF ເປັນທາງເລືອກໜຶ່ງສໍາລັບຜູ້ຢາກມີຮູບຮ່າງດີ ມາເບິ່ງວິທີຫຼຸດນໍ້າໜັກແບບງ່າຍໆດັ່ງຕໍ່ໄປນີ້ IF ຫຼື Intermittent Fasting ຄືວິທີຫຼຸດນໍ້າໜັກທີ່ຄົ້ນຄິດໂດຍທີມແພດ ເປັນການກິນອາຫານເປັນຊ່ວງເວລາ (Feeding) ແລະ ປ່ອຍໃຫ້ຮ່າງກາຍຢຸດຮັບອາຫານເປັນຊ່ວງເວລາ
ຂົນສົ່ງ ໄທ ກຽມເປີດລົດໂດຍສານ ລະຫວ່າງປະເທດ ໄທ-ລາວ ເພື່ອຟື້ນຟູເສດຖະກິດ
ອະທິການບໍດີກົມການຂົນສົ່ງທາງບົກ ໄດ້ເວົ້າວ່າ: ຫຼັງຈາກທີ່ ລາວ ເປີດປະເທດຢ່າງເຕັມຮູບແບບ ແລະ ເປີດຊາຍແດນລະຫວ່າງປະເທດ ເຮັດໃຫ້ມີການປົດລັອກດ້ານການເດີນທາງດ້ວຍລະບົບຂົນສົ່ງສາທາລະນະ ແລະ ການຂົນສົ່ງສິນຄ້າບໍລິເວນຊາຍແດນເພີ່ມຫຼາຍຂຶ້ນ, ໃນວັນທີ 1 ມິຖຸນາ ນີ້ ຈະມີການປະຊູມກັບຂົນສົ່ງທາງ ສປປ ລາວ ເພື່ອຕຽມຄວາມພ້ອມໃນການກັບມາເປີດລົດໂດຍສານ ເສັ້ນທາງລະຫວ່າງໄທ-ລາວ ໂດຍມີຄື: ເສັ້ນທາງໜອງຄາຍ-ວຽງຈັນ, ອຸດອນທານີ-ວຽງຈັນ ແລະ ອຸບົນລາຊະທານີ-ປາກເຊ.
3 ເດືອນຕົ້ນປີຜ່ານມາ ດ່ານສາກົນ ນາເພົ້າ ເກັບລາຍຮັບໄດ້ພຽງ 14 ຕື້ກວ່າກີບ
ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວໜ້າດ່ານພາສີສາກົນນາເພົ້າ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ປີ 2022 ດ່ານສາກົນນາເພົ້າ ໄດ້ຮັບຕົວເລກເກັບລາຍຮັບຈຳນວນທັງໝົດ 184.7 ຕື້ກີບ, ເພີ່ມຂຶ້ນ 91.4 ຕື້ກີບ ຖ້າທຽບໃສ່ປີຜ່ານມາ. ຜ່ານການຈັດຕັ້ງປະຕິ ບັດໄລຍະ 3 ເດືອນຕົ້ນປີ ສາມາດຈັດເກັບລາຍຮັບໄດ້ພຽງ 14.03 ຕື້ກີບ ເທົ່າກັບ
ແຈ້ງເຕືອນ! ລະວັງຝົນຕົກໜັກ ຟ້າຮ້ອງ ຟ້າເຫລື້ອມ ແລະ ລົມພັດແຮງ ປະຈໍາວັນທີ 23 ພຶດສະພາ 2022
ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ໄດ້ສືບຕໍ່ພາດຜ່ານເຂດ ພາກເໜືອ ຂອງ ປະເທດ ລາວ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ທີ່ມີ ກໍາລັງປານກາງປັກຄຸມ, ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກຢູ່ບາງ ທ້ອງຖິ່ນ ແຂວງພາກເໜືອ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງ
ເປີດໂຄງການ ຟື້ນຟູຈາກ ໂຄວິດ-19 ແລະ ການປ່ຽນແປງດິນຟ້າອາກາດ
ໃນວັນທີ 20 ພຶດສະພາ 2022 ທີ່ນະຄອນຫລວງວຽງຈັນ, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ(FAO) ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດສຳມະນາ ເພື່ອເປີດໂຄງການ ‘ຟື້ນຟູ ແລະ ສ້າງຄວາມທົນທານ ຕໍ່ການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຊຸກຍູ້ການປະຕິບັດງານ ທາງດ້ານການປ່ຽນແປງດິນຟ້າອາກາດ
ໄພລັດ ຊະນະ ໄດ້ຫຼຽນຄຳ ທີ 2 ໃຫ້ທີມນັກກິລາລາວ ໃນຊີເກມ ຄັ້ງທີ 31 ຈາກກິລາ ໂວວີນາມ
ທ້າວ ໄພລັດ ທຳມະວົງສາ ສະແດງປະເພດຟ້ອນດ່ຽວຊາຍມີອຸປະກອນ ຮອບຊີງຫຼຽນຄຳ ໃນຮ່າໂນ້ຍ ເກມ ເຮັດໃຫ້ປະຊາຊົນຊາວລາວ ບໍ່ຜິດຫວັງ ສາມາດຟ້ອນກະບອງຄູ່ໃຈ ຊະນະໃຈກຳມະການເທຄະແນນໃຫ້ລາວ 89. 89 ແລະ 90 ຄະແນນ ລວມ 268 ຄະແນນ ເປັນອັນດັບທີ 1 ໄດ້ຫຼຽນຄຳ ຫຼຽນທີ 2
ຈີນ ສ້າງສະຖານີໄຟຟ້າພະລັງງານນ້ຳ ຂະໜາດໃຫຍ່ອັນດັບ 2 ຂອງໂລກ ສຳເລັດ
ຕາມຂ່າວຈາກ ຊິນຮວາ ຂອງ ຈີນ,ວັນທີ 21 ພຶດສະພານີ້ ວ່າ, ສະຖານີໄຟຟ້າພະລັງງານນ້ຳ ໄປ໋ເຮີທານ(Baihetan) ທາງຕາເວັນຕົກສ່ຽງໃຕ້ຂອງ ຈີນ ເປີດເຜີຍວ່າ: ການກໍ່ສ້າງໜ່ວຍຜະລິດໄຟຟ້າທັງໝົດ ຂອງສະຖານີ ສຳເລັດແລ້ວ ຊຶ່ງນັບເປັນກ້າວສຳຄັນສູ່ການເປີດປະຕິບັດງານ ຢ່າງເຕັມຮູບແບບ ພາຍໃນທ້າຍປີນີ້ ຈະເຮັດໃຫ້ ໄປ໋ເຮີທານ ເປັນສະຖານີໄຟຟ້າພະລັງງານນ້ຳຂະໜາດໃຫຍ່ ອັນດັບ 2 ຂອງໂລກ
ພະຍາດຝີຕຸ່ມລີງ ກຳລັງແພ່ລະບາດຢູ່ 12 ປະເທດທົ່ວໂລກ
ສຳນັກຂ່າວAFP ລາຍງານໃນວັນທີ 21 ພຶດສະພາ ນີ້ ວ່າ, ອົງການອະນາໄມໂລກ (WHO) ຢືນຢັນ ພົບຜູ້ຕິດເຊື້ອພະຍາດ ຝີຕຸ່ມລີງ (monkeypox) ຫລາຍກວ່າ 80 ຄົນ ຢ່າງໜ້ອຍໃນ 12 ປະເທດ ໂດຍມີຜູ້ຕ້ອງສົງໄສ ຕິດເຊື້ອອີກ 50 ຄົນ ແລະ ຜູ້ຕິດເຊື້ອມີທ່າອ່ຽງເພີ່ມຂຶ້ນອີກ
ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ສາຂາ ແຂວງ ຄຳມ່ວນ ຮຽກຮ້ອງສັງຄົມປະຢັດ ຫລຸດຜ່ອນການໄປ – ການມາ ບໍ່ຈຳເປັນ ເພື່ອພ້ອມພາກັນຜ່ານພົ້ນວິກິດບັນຫານໍ້າມັນຂາດປໍ້າ
ແຂວງ ຄຳມ່ວນ ກໍແມ່ນແຂວງໜຶ່ງທີ່ພົບກັບບັນຫານໍ້າມັນບໍ່ພຽງພໍ ( ນໍ້າມັນຂາດປໍ້າ ), ບາງປໍ້າພາຍໃນແຂວງ ແມ່ນຂາດນໍ້າມັນ ເຮັດໃຫ້ຜູ້ໃຊ້ລົດພົບຄວາມຫຍຸ້ງຍາກບໍ່ສະດວກໃນເວລາມາໃຊ້ບໍລິການເຕີມນໍ້າມັນ. ຕໍ່ສະພາບການດັ່ງກ່າວ ທ່ານ ວົງສອນ ພິມມະວົງສາ ຫົວໜ້າລັດວິສາຫະກິດນໍ້າມັນເຊື້ອໄຟລາວສາຂາແຂວງ ຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 19 ພຶດສະພາ 2022 ກ່ຽວກັບການຕອບສະໜອງນໍ້າມັນບໍ່ພຽງພໍໃນປະຈຸບັນນີ້ ເຊິ່ງລັດວິສາຫະກິດນໍ້າມັນເຊື້ອໄຟລາວແມ່ນມີ 7 ສາຂາ










