ອາຊຽນ​ ຈະຮ່ວມກັນ​ ສະໜັບສະໜູນການຟື້ນຟູອຸດສາຫະກຳການບິນ

ອີງຕາມການລາຍງານຂ່າວຈາກ CRI: ວັນທີ 17 ພຶດສະພາຜ່ານມາ, ລັດຖະມົນຕີກະຊວງຄົມມະນາຄົມຂອງ 7 ປະເທດ​ ອາຊຽນ ຄື: ສິງກະໂປ, ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ ແລະ ໄທ ໄດ້ອອກຖະແຫຼງການຮ່ວມໃນກອງປະຊຸມສຸດຍອດການບິນ ຊາງອີ ຄັ້ງທຳອິດ ໂດຍໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮ່ວມມືກັນໃນການເພີ່ມຄວາມສາມາດດ້ານການຂົນສົ່ງ, ການພັດທະນາແບບຍືນຍົງ,

ອ່ານເພີ່ມ...

ປະຊາຊົນ​ ລາວ ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ

ອີງຕາມຂໍ້ມູນ ຈາກຫ້ອງການຄະນະຄຸ້ມຄອງລະເບີດແຫ່ງຊາດລາວ ໃຫ້ຮູ້ວ່າ: ໃນຊຸມປີ ຜ່ານມາ ມີປະຊາຊົນຜູ້ຖືກເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງແຕ່ປາງສົງຄາມ ຢູ່ສປປ ລາວ ສະເລ່ຍ 40 ຄົນຕໍ່ປີ ເນື່ອງຈາກໃນລະຫວ່າງຊຸມປີ 1964-1973 ສະໄໝສົງຄາມ ຖ້ຽວບິນຂອງອາເມລິກາ ໄດ້ຂົນລະເບີດມາຖິ້ມໃສ່ແຜ່ນດິນລາວ ຫລາຍກວ່າ 580,​000 ຖ້ຽວ, ບັນຈຸລູກລະເບີດເກືອບ 3 ລ້ານໂຕນ ແລະ

ອ່ານເພີ່ມ...

ທີມຊາດລາວ​ ຄວ້າຫຼຽນຄຳ ທຳອິດ​ ໃນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ

ຫລຽນຄຳ ຫຼຽນທຳອິດຂອງທີມຊາດລາວ ໄດ້ມາແລ້ວ ຈາກກິລາ ວໍວີນາມ ປະເພດ ຄູ່ຍິງມີອຸປະກອນ ນາງ ມາລາ ຈັນທະລັກສາ ແລະ ນາງ ພິກສະໄຫມ ອິນສຸມັງ. ການແຂ່ງຂັນຮອບຊິງຫລຽນຄຳ ໄດ້ມີຂື້ນໃນຕອນບ່າຍທີ່ຜ່ານມາ 19 ພຶດສະພາ 2022 ການແຂ່ງຂັນ ປະເພຄູ່ຍິງ ມີ 5 ຊາດ

ອ່ານເພີ່ມ...

ກິນປາ ພາໃຫ້ສະໝອງດີ

ປົກກະຕິແລ້ວ ຮ່າງກາຍຕ້ອງການສານອາຫານທີ່ຄົບຖ້ວນ ເພື່ອນຳໄປເສີມສ້າງ ແລະ ສ້ອມແຊມສ່ວນຕ່າງໆ. ສະນັ້ນ ອາຫານທຸກຄາບຈຶ່ງມີຄວາມສຳຄັນ ແລະ ຈຳເປັນ ເຊັ່ນ ອາຫານທີ່ມີໂປຣຕິນ ທີ່ມີຫຼາຍຢູ່ໃນຊີ້ນສັດທຸກໆຊະນິດ. ສຳລັບຊີ້ນປາທຸກໆຊະນິດ ແມ່ນມີຄຸນຄ່າທາງອາຫານສູງຫຼາຍກວ່າຊີ້ນສັດຊະນິດອື່ນໆ. ໃນຊີ້ນປາ ມີສ່ວນປະກອບຂອງ ກົດອະມິໂນ ທີ່ຈຳເປັນຕໍ່ຮ່າງກາຍສູງ ໂດຍສະເພາະ ໄລຊີນ ແລະ ທຣີໂອນີນ ຊຶ່ງຈຳເປັນຕໍ່ການຈະເລີນເຕີບໂຕໃນໄວເດັກ. ສານອາຫານດັ່ງກ່າວ

ອ່ານເພີ່ມ...

3 ເດືອນຕົ້ນປີ ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 215 ຕື້ກວ່າກີບ

ໃນໄລຍະ 3 ເດືອນຕົ້ນປີ 2022 ນີ້, ດ່ານພາສີສາກົນ ວັງເຕົ່າ ເມືອງ ໂພນທອງ ແຂວງ ຈໍາປາສັກ ສາມາດເກັບລາຍຮັບໄດ້ 215 ຕື້ກວ່າກີບ ຂອງແຜນການ 581 ຕື້ກີບ; ຂະນະທີ່ແຜນການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກ-ວັງເຕົ່າ ໃນປີ 2022 ມີທັງໝົດ 796

ອ່ານເພີ່ມ...

Sao La ສັດຫາຍາກ ໃນຫວຽດນາມ ທີ່ຖືກເລືອກເປັນສັດນຳໂຊກ ຮ່າໂນ້ຍ ເກມ 2021

Sao La ຊຶ່ງເປັນສັດທີ່ພົບເຫັນຄັ້ງທໍາອິດໃນ ສສ ຫວຽດນາມ ເມື່ອປີ 1992 ຈົນມາຮອດປັດຈຸບັນ ກາຍເປັນສັດທີ່ຫາຍາກທີ່ສຸດໃນປະເທດດັ່ງກ່າວ ຖືກເລືອກໃຫ້ເປັນສັດນຳໂຊກ (mascot) ເປັນທາງການ ໃນງານມະຫະກຳກິລາ ຊີເກມ ຄັ້ງທີ 31 ຫຼື ຮ່າໂນ້ຍ ເກມ 2021 ຈັດຂຶ້ນລະຫວ່າງວັນທີ 12-23 ພຶດສະພາ 2022.

ອ່ານເພີ່ມ...

ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ດຶງດູດການລົງທຶນໄດ້ 260 ບໍລິສັດ

ມາຮອດປັດຈຸບັນ ເຂດພັດທະນາເສດຖະກິດພິເສດ ບໍ່ເຕ່ນ ແດນງາມ, ເມືອງ ຫລວງນ້ຳທາ, ແຂວງ ຫລວງນ້ຳທາ ສາມາດດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນແລ້ວ 260 ບໍລິສັດ, ມີທຶນຈົດທະບຽນ 676.7 ຕື້ກວ່າກີບ, ເທົ່າກັບເງິນຢວນ 15 ຕື້ກວ່າຢວນ. ທ່ານ ຄອນທອງ ເລື່ອງຄຳມາ ຫົວໜ້າຄຸ້ມຄອງເຂດພັດທະນາເສດຖະກິດພິເສດ

ອ່ານເພີ່ມ...

ປີ 2022 ນີ້ ແຂວງ ບໍ່ແກ້ວ ຈະສູ້ຊົນປູກໄມ້ໃຫ້ໄດ້ 181 ເຮັກຕາ

 ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນປີ 2022 ນີ້, ແຂວງ ບໍ່ແກ້ວ ກໍຄື ພະແນກກະສິກຳ ແລະ ປ່າໄມ້ແຂວງ ມີແຜນສູ້ຊົນປູກໄມ້ໃຫ້ໄດ້ໃນເນື້ອທີ່ 181 ເຮັກ ຕາ, ໃນນີ້ ພາກເອກະຊົນຈະປູກໃຫ້ໄດ້ໃນເນື້ອທີ່ 139.5 ເຮັກຕາ ແລະ ພາກລັດ 41.5

ອ່ານເພີ່ມ...

ສົ່ງເສີມ ສິລະປະຫັດຖະກຳ ແລະ ອາຫານລາວ ສູ່ສາກົນ

ໃນວັນທີ 16 ພຶດສະພາ 2022 ທີ່ນະຄອນຫລວງ ວຽງຈັນ, ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບສະມາຄົມຫັດຖະກຳລາວ ໄດ້ຖະແຫລງຂ່າວ ກ່ຽວກັບການກະກຽມຈັດງານວາງສະແດງປຸງແຕ່ງອາຫານນາໆຊາດ ແມ່ນໍ້າຂອງ-ແມ່ນ້ຳລ້ານຊ້າງ ປະຈຳປີ 2022 ພາຍໃຕ້ແນວຄວາມຄິດ: “ສົ່ງເສີມສິລະປະຫັດຖະກຳ ແລະ ອາຫານລາວ ສູ່ສາກົນ” ໂດຍຈະຈັດຂຶ້ນໃນລະຫວ່າງວັນທີ 11-19 ມິຖຸນາ

ອ່ານເພີ່ມ...

ຫາລືກ່ຽວກັບການລ້ຽງປາໃນນາເຂົ້າ ຢູ່ແຂວງ ອັດຕະປື

ເມື່ອບໍ່ດົນມານີ້ ທີ່ແຂວງ ອັດຕະປື, ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຮ່ວມກັບ ກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບກິດຈະກໍາການລ້ຽງປາໃນນາເຂົ້າ (ກະສິກໍາແບບປະສົມປະສານ) ຢູ່ເມືອງ ສະໜາມໄຊ ແຂວງ ອັດຕະປື ເຊິ່ງເປັນສ່ວນໜຶ່ງຂອງໂຄງການ

ອ່ານເພີ່ມ...
error: Content is protected !!