ມາຮູ້ຈັກກັບການຫຼຸດນໍ້າໜັກແບບ IF

ການເບິ່ງແຍງສຸຂະພາບ ແລະ ຮູບຮ່າງ ຖືເປັນເລື່ອງທີ່ນິຍົມກັນຢ່າງແພ່ຫຼາຍ ບໍ່ຈໍາກັດເພດໄວ ເຫັນໄດ້ຈາກມີສູນອອກກໍາລັງກາຍ ຟິດເນັດເພີ່ມຂຶ້ນຢ່າງຫຼວງຫຼາຍ ໃນຂະນະດຽວກັນຫຼາຍທ່ານກໍບໍ່ມີເວລາຫຼາຍພໍທີ່ຈະອອກກໍາລັງກາຍ ຫຼື ບາງທ່ານກໍຂີ້້ຄ້ານອອກກໍາລັງກາຍ ແຕ່ກໍຢາກມີຮູບຮ່າງດີ. ການເຮັດ IF ເປັນທາງເລືອກໜຶ່ງສໍາລັບຜູ້ຢາກມີຮູບຮ່າງດີ ມາເບິ່ງວິທີຫຼຸດນໍ້າໜັກແບບງ່າຍໆດັ່ງຕໍ່ໄປນີ້

IF ຫຼື Intermittent Fasting  ຄືວິທີຫຼຸດນໍ້າໜັກທີ່ຄົ້ນຄິດໂດຍທີມແພດ ເປັນການກິນອາຫານເປັນຊ່ວງເວລາ (Feeding) ແລະ ປ່ອຍໃຫ້ຮ່າງກາຍຢຸດຮັບອາຫານເປັນຊ່ວງເວລາ ເອີ້ນວ່າ Fasting. ແຕ່ທັງນີ້ທັງນັ້ນ, ການຫຼຸດນໍ້າໜັກແບບນີ້ ກໍມີເງື່ອນໄຂສໍາຄັນຢູ່ 3 ຂໍ້ ໄດ້ແກ່

  1. ຕ້ອງງົດອາຫານ 1 ຄາບ ໃນແຕ່ລະວັນ
  2. ຫຼີກລ່ຽງການກິນອາຫານຕອນເດິກ
  3. ກິນອາຫານຕາມປົກກະຕິໃນຊ່ວງເວລາ Feeding 8 ຊົ່ວໂມງ.

ວິທີຫຼຸດນໍ້າໜັກ IF ຫຼື Intermittent Fasting 6 ວິທີ ດັ່ງນີ້:

ແບບທີ 1​: Lean Gains ເໝາະສໍາລັບຜູ້ເລີ່ມຕົ້ນ (ນິຍົມທີ່ສຸດ)

ການຫຼຸດນໍ້າໜັກແບບ Lean Gains ຄືການກິນອາຫານໃນຊ່ວງເວລາ 8 ຊົ່ວໂມງຕອນກາງເວັນ ແລະ ອົດອາຫານເປັນເວລາ 16 ຊົ່ວໂມງ ຫຼື ເອີ້ນອີກຢ່າງໜຶ່ງວ່າສູດ 8/16 ເຊິ່ງເໝາະສໍາລັບຜູ້ເລີ່ມຕົ້ນ.

ແບບທີ 2: FAST 5 ວິທີຫຼຸດນໍ້າໜັກແບບ Intermittent Fasting ແບບ  Fast 5

ການຫຼຸດນໍ້າໜັກແບບ  Fast 5 ເປັນການອົດອາຫານທີ່ຂ້ອນຂ້າງຫັກດິບ ເພາະເປັນການກິນອາຫານພຽງ 5 ຊມ. ແລະ ອົດອາຫານ 19 ຊມ. ຢ່າງຕໍ່ເນື່ອງ.

ແບບທີ 3:  Eat stop eat ເປັນການອົດ 1-2 ຄັ້ງຕໍ່ອາທິດ ຄືຈະຕ້ອງອົດອາຫານ 24 ຊົ່ວໂມງ 1-2 ຄັ້ງຕໍ່ອາທິດ ສ່ວນມື້ີ່ບໍ່ໄດ້ອົດກໍກິນປົກກະຕິ ແຕ່ຕ້ອງກິນຢ່າງເໝາະສົມ ແລະ ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ແຕ່ວິທີນີ້ບໍ່ແນະນໍາສໍາລັບຄົນທີ່ຫາກໍເລີ່ມຫຼຸດນໍ້າໜັກ ເພາະວ່າຈະເຮັດໃຫ້ຮູ້ສຶກຢາກອາຫານຫຼາຍຂຶ້ນໃນວັນຕໍ່ໆໄປ ແລະ ສົ່ງຜົນຕໍ່ອາລົມອີກດ້ວຍ.

ແບບທີ 4: ແບບ Intermittent Fasting ສູດ 5:2 ອົດ 2 ຄັ້ງ/ອາທິດ  ກິນແບບ Fasting 2 ວັນ

ເປັນການກິນອາຫານຕາມປົກກະຕິ 5 ວັນ ແລະ ກິນອາຫານແບບ  Fasting 2 ວັນ ຊຶ່ງຈະເລືອກເຮັດຕິດຕໍ່ກັນ 2 ວັນ ຫຼື ຫ່າງກັນກໍໄດ້. ວິທີນີ້ຈະບໍ່ແມ່ນການອົດອາຫານໝົດມື້ ແຕ່ຈະເປັນການຫຼຸດປະລິມານອາຫານໃຫ້ໜ້ອຍລົງແທນ ເຊັ່ນ ຜູ້ຊາຍສາມາດກິນໄດ້ 600 ແຄລໍຣີ ສ່ວນຜູ້ຍິງກິນໄດ້ 500 ແຄລໍຣີ/ວັນ ຫຼື ປະມານ ¼ ຂອງແຄລໍຣີທີ່ໄດ້ຮັບຕໍ່ວັນ.

 ແບບທີ 5: The Warrior Diet ອົດເຊົ້າກິນຄໍ່າ.  ການເຮັດ IF (Intermittent Fasting) ແບບ  The Warrior Diet ເປັນການອົດອາຫານໃນຊ່ວງກາງເວັນ ດື່ມໄດ້ແຕ່ນໍ້າລ້າໆ ແລະ ມາຮັບປະທານອາຫານໜັກໃນຕອນຄໍ່າພຽງຄາບດຽວເທົ່ານັ້ນ.

ແບບທີ 6: FASRING ADF ກິນແບບວັນເວັ້ນວັນ ວັນທີ່ Fast ກິນອາຫານແຄລໍຣີຕໍ່າໄດ້.

ການຫຼຸດນໍ້າໜັກແບບ Intermittent Fasting ADF (Alternate Day Fasting) ເປັນການອົດອາຫານແບບວັນເວັ້ນວັນ ຊຶ່ງຈັດເປັນວິທີທີ່ຂ້ອນຂ້າງຫັກໂຫມ ເພາະຕ້ອງອົດອາຫານ 1 ວັນ ກິນອາຫານ  1​ວັນ  ແລ້ວກັບມາອົດອີກ 1​ ວັນ ແຕ່ທັ້ງນີ້ກໍຄືກັບ IF ສູດ 5:2 ເພາະໃນວັນທີ່  Fast ສາມາດກິນອາຫານທີ່ມີແຄລໍຣີຕໍ່າໄດ້ ແຕ່ຕ້ອງກິນໃຫ້ໜ້ອຍທີ່ສຸດເທົ່າທີ່ເຮັດໄດ້.

ການຫຼຸດນໍ້າໜັກແບບ IF ເປັນການປັບພຶດຕິກໍາການກິນຢ່າງໃຫ້ສອດຄ່ອງກັບຫຼັກຄວາມຕ້ອງການຂອງຮ່າງກາຍ ຊຶ່ງສິ່ງທີ່ສໍາຄັນທີ່ສຸດ ຄື ສຸຂະພາບຕ້ອງມາກ່ອນສະເໝີ ບໍ່ຄວນຝືນຮ່າງກາຍ ຫາກບໍ່ໄຫວຄວນຢຸດ.

ຂໍ້ຄວນຮູ້ກ່ອນເລີ່ມເຮັດ IF  

  1. ຫຼຸດການກິນອາຫານໄດ້ບໍ?  ເພາະຫາກຫຼຸດປະລິມານການກິນບໍ່ໄດ້ຕັ້ງແຕ່ເລີ່ມຕົ້ນ ກໍຖືວ່າວິທີນີ້ບໍ່ເໝາະກັບທ່ານ. ຄວນຫາວິທີອື່ນແທນ.
  2. ເຮັດ IF ເພື່ອຫຍັງ? ປົກກະຕິແລ້ວ ຈຸດປະສົງຂອງການເຮັດ IF ມີຢູ່ 2 ຢ່າງຄື ຫຼຖດນໍ້າໜັກ ແລະ ເພື່ອໃຫ້ມີສຸຂະພາບທີ່ດີຂຶ້ນ ຫາກເຮັດເພື່ອສຸຂະພາບທີ່ດີບໍ່ຕ້ອງຫຼຸດອາຫານຫຼາຍ ແຕ່ອາດຈະແບ່ງແຄລໍຣີໃຫ້ພໍດີໃນ 1-2 ຄາບທີ່ກິນ.
  3. ຮັບໄດ້ບໍຖ້າຫາກວ່າຜົນການຫຼຸດແບບຄ່ອຍເປັນຄ່ອຍໄປ ບໍ່ແມ່ນການຫຼຸດແບບເຫັນຜົນໄວ ເພາະການຫຼຸດແບບ IF  ຈະເປັນການຫຼຸດແບບຊ້າໆ ຄ່ອຍໆເຫັນຜົນ ສໍາລັບຜູ້ທີ່ບໍ່ໄດ້ມີນໍ້າໜັກຫຼາຍຈົນເກີນໄປ ໂດຍການຫຼຸດນໍ້າ  ໜັກ 1 ກິໂລ ອາດຈະໃຊ້ເວລາເປັນອາທິດ ຫຼື ເປັນເດືອນຈຶ່ງຈະເຫັນຜົນ.

ການຫຼຸດນໍ້າໜັກທີ່ດີຄວນເລີ່ມກິນອາຫານທີ່ເປັນທໍາມະຊາດຫຼາຍຂຶ້ນ ບໍ່ກິນອາຫານສໍາເລັດຮູບຫຼາຍ, ບໍ່ເພິ່ງອາຫານເສີມເປັນຫຼັກ, ມີເວລາກິນທີ່ແນ່ນອນ,  ຈໍາກັດປະລິມານອາຫານ ຫຼື ກໍານົດປະລິມານອາຫານໃຫ້ພໍດີໃນແຕ່ລະວັນເທົ່າກັນ ບໍ່ກິນຫຼາຍ ຫຼື ໜ້ອຍເກີນໄປໃນແຕ່ລະວັນ ແລະ ປະລິມານອາຫານກໍໃຫ້ມີພໍດີກັບລະດັບກິດຈະກໍາທີ່ເຮັດໃຫ້ຊີວິດປະຈໍາວັນ, ປັບພະລັງງານແຄລໍຣີໃຫ້ພໍດີຕົວ ຊຶ່ງພະລັງງານແຄລໍຣີທີ່ເຜົາຜານອອກຄວນຫຼາຍກວ່າພະລັງງານແຄລໍຣີທີ່ຮ່າງກາຍຮັບເຂົ້າໄປ ແລະ ເພີ່ມການເຜົາຜານດ້ວຍການອອກກໍາລັງກາຍ ແລະ ນອນພັກຜ່ອນໃຫ້ພຽງພໍ ແລະ ກິນອາຫານໃຫ້ຄົບ 5 ໝູ່.

ແຫຼ່ງອ້າງອີງ:

https//:youtu.be/10MwCGvEbxU

https//:youtu.be/Z0zDXuR6wEw

ALLWELLHEALTHCARE ເຂົ້າເບິ່ງວັນທີ 22 ມີນາ 2022.

error: Content is protected !!