ສະພາແຫ່ງຊາດ ຍົກລະດັບຄວາມຮູ້ດ້ານວຽກງານກວດກາ ແລະ ຕ້ານການສໍ້ລາດບັງຫລວງ

ສະພາແຫ່ງຊາດ (ສພຊ) ຈັດຝຶກອົບຮົມວຽກງານກວດກາພັກ-ລັດ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ແກ່ຄະນະກວດກາຮາກຖານພັກ ໃນວັນທີ 25 ພຶດສະພາ 2022 ໂດຍມີ ທ່ານ ສຸບັນ ສະວະບຸດ ຮອງປະທານກວດກາພັກ-ລັດ ສະພາແຫ່ງຊາດ, ປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ, ທ່ານ ດາວບົວລະພາ ບາວົງເພັດ ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ

ອ່ານເພີ່ມ...

ຄົນລາວເສຍຊີວິດ ຍ້ອນພະຍາດທີ່ເກີດຈາກການສູບຢາ ປະມານ 7,000 ຄົນຕໍ່ປີ

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ຮູ້ ໃນວັນທີ 23 ພຶດສະພາ 2022 ເນື່ອງໃນໂອກາດວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ວັນທີ 31 ພຶດສະພາ ທີ່ຈະມາເຖິງນີ້ວ່າ: ໃນບົດລາຍງານວຽກງານຄວບຄຸມຢາສູບ ຂອງສະມາພັນຄວບຄຸມຢາສູບ ອາຊຽນ ປີ 2021 ເຫັນວ່າ ຄົນລາວເສຍຊີວິດ ຍ້ອນພະຍາດທີ່ເກີດຈາກການສູບຢາ

ອ່ານເພີ່ມ...

ດ່ານພາສີສາກົນ ບໍ່ເຕ່ນ ເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ

ແຫລ່ງຂ່າວຈາກ ແຂວງ ຫລວງນໍ້າທາ ໃຫ້ຮູ້ວ່າ: ດ່ານພາສີສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ ເປີດນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເຂົ້າສູ່ການຄຸ້ມຄອງນໍາເຂົ້າ-ສົ່ງອອກສິນຄ້າ ຢ່າງເປັນທາງການ ໃນວັນທີ 23 ພຶດສະພາ ຜ່ານມາ. ໂອກາດນີ້, ທ່ານ ແອນໂທນີ ຄໍາພາ ຜູ້ຈັດການບໍລິສັດ ບີແວັກລາວ ໄດ້ຜ່ານບົດແນະນໍາ ວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ເຂົ້າສູ່ການຄຸ້ມຄອງນໍາເຂົ້າ-ສົ່ງອອກ ທີ່ດ່ານພາສີສາກົນບໍ່ເຕ່ນ ແຂວງຫລວງນໍ້າທາ

ອ່ານເພີ່ມ...

ຕ້ອນຮັບຄະນະນັກກິລາທີ່ເຂົ້າຮ່ວມເເຂ່ງຂັນ ງານມະຫາກໍາກິລາຊີເກມຄັ້ງທີ 31 ກັບຄືນມາ ລາວ

ຕອນບ່າຍວັນທີ 24 ພຶດສະພາ 2022 ທ່ານເເສງພອນ ພົນອາມາດ ຫົວຫນ້າກົມກິລາລະດັບສູງ ກະຊວງສຶກສາທິການ ເເລະກິລາ ທັງເປັນຫົວຫນ້າຄະນະນັກກິລາລາວເຂົ້າຮ່ວມ ຊີເກມ ຄັ້ງທີ 31 ໄດ້ນໍາພາຄະນະຄູຝຶກເເລະນັກກິລາ ຈໍານວນ 117 ຈາກທັງຫມົດ10 ປະເພດກິລາຄື: ວໍວີນາມ, ມວຍລາວ, ຍີງປືນ, ມວຍສາກົນ, ລົດຖີບ.​ ດອກປີກໄກ່,

ອ່ານເພີ່ມ...

ຈະເດີນທາງໄປຕ່າງປະເທດຕ້ອງມີໃບຢັ້ງຢືນສັກວັກຊີນ ໂຄວິດ-19

ກ່ຽວກັບການອອກໃບຢັ້ງຢືນການຮັບວັກຊີນ ສັກຢາກັນພະຍາດ ( Certificate of Vaccinations ) ຊົ່ວຄາວໃຫ້ຜູ້ທີ່ມີຈຸດປະສົງ ເດິນທາງໄປຕ່າງປະເທດ; ອີງຕາມ ການເຫັນດີຂອງຄະນະພະແນກສາທາລະນະສຸກ ນະຄອນຫຼວງ ວຽງຈັນ ຄັ້ງວັນທີ 20 ພຶດສະພາ 2022. ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ຂໍແຈ້ງມາຍັງບຸກຄົນ, ນິຕິບຸກຄົນ ແລະ ຊາວຕ່າງດ້າວ ທີ່ຢູ່ໃນ

ອ່ານເພີ່ມ...

ເອ໊ມບັບເປ້ ນັກເຕະທີ່ໄດ້ຮັບຄ່າເມື່ອຍສູງທີ່ສຸດ

ກາຍເປັນຂ່າວໃຫຍ່ໃນວົງການບານເຕະ ທັນທີທີ່ການຕັດສິນໃຈຕໍ່ສັນຍາສະບັບໃໝ່ຂອງ ຄີລີຢັນ ເອ໊ມບັບເປ້ (Kylian Mbappe) ກອງໜ້າຄວາມໄວສູງ ຂອງ ປາຣີສ ແຊງ-ແຊກແມງ (Paris Saint Germain ຫຼື PSG) ສະໂມສອນໃຫຍ່ໃນ ຫຼີກ ອ່ອງ ຝຣັ່ງ (France ligue 1) ອອກໄປຈົນຮອດປີ 2025.

ອ່ານເພີ່ມ...

4 ເດືອນຕົ້ນປີນີ້ ມີສິນຄ້າ ນຳເຂົ້າ-ສົ່ງອອກ ຜ່ານດ່ານ ທ່າບົກ-ທ່ານາແລ້ງ 11 ພັນກວ່າຕູ້

ນັບແຕ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ ນະ ຄອນຫລວງ ວຽງຈັນ ໄດ້ເປີດໃຫ້ບໍລິການ ຢ່າງເປັນທາງ ການ ໃນຕົ້ນເດືອນທັນວາ 2021 ຜ່ານມາ, ເຮັດໃຫ້ການຂົນສົ່ງສິນຄ້າຜ່ານແດນ ມີຄວາມສະດວກສະບາຍຫລາຍຂຶ້ນກວ່າເກົ່າ ເຊິ່ງພາຍໃນ 4 ເດືອນຕົ້ນປີ 2022 ນີ້, ບໍລິສັດ ທ່າບົກ-ທ່ານາແລ້ງ ຈຳກັດ ສາມາດປະຕິບັດ ການນຳເຂົ້າ ແລະ

ອ່ານເພີ່ມ...

ປຶກ​ສາຫາລື ການພັດທະນາທຸລະກິດເພື່ອເລັ່ງ​ຟື້ນ​ຟູ ​ຜົນ​ກະ​ທົບຈາກ ໂຄວິດ-19

ພາກລັດ ແລະ ເອກະຊົນ ຮ່ວມກັບຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງໄດ້ຮ່ວມກັນຈັດ​ກອງ​ປະ​ຊຸມປຶກສາຫາລືແບບເປີດກວ້າງ ກ່ຽວກັບການພັດທະນາທຸລະກິດ ເພື່ອເລັ່ງການຟື້ນຟູຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍໄດ້ປຶກສາຫາລືເຖິງບັນຫາຕ່າງໆທີ່ກະທົບຕໍ່ບັນດາຫົວໜ່ວຍທຸລະກິດ ລວມທັງສະພາບແວດລ້ອມດ້ານການຄຸ້ມຄອງ ແລະ ບັນດາມາດຕະການແກ້ໄຂ. ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ ນີ້ ທີ່ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ມະໂນທອງ ວົງໄຊ

ອ່ານເພີ່ມ...

ກຽມພ້ອມຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ປີ 2022

ວັນທີ 23 ພຶດສະພາ 2022 ນີ້, ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ໄດ້ອອກແຈ້ງການແນະນຳ ມາຍັງບັນດາຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ, ນະຄອນຫລວງ, ບັນດາຮອງປະທານ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ກຽມຄວາມພ້ອມຮັບມືກັບໄພພິບັດ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ປີ 2022 ດັ່ງນີ້: ໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນສູນກາງແຕ່ລະຂັ້ນ (ສູນກາງຮອດທ້ອງຖິ່ນ) ໂດຍສະເພາະເມືອງທີ່ມີຄວາມສ່ຽງທີ່ອາດຈະເກີດໄພພິບັດ ໃຫ້ເອົາໃຈໃສ່ເຝົ້າລະວັງ ແລະ

ອ່ານເພີ່ມ...

ທະນາຄານໂລກ ອະນຸມັດທຶນພັດທະນາຕາມແລວທາງ ເສດຖະກິດໃໝ່

ໃນອາທິດຜ່ານມາ ທີ່ນະຄອນຫລວງ ວຽງຈັນ, ຄະນະຜູ້ບໍລິຫານຂອງ ທະນາຄານໂລກ ໄດ້ອະນຸມັດງົບປະມານ 132 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ແລະ ການເຊື່ອມຈອດ-ເຊື່ອມໂຍງ ເພື່ອແນໃສ່ປັບປຸງການຂົນສົ່ງທີ່ມີຄວາມຄົງທົນ ຕໍ່ກັບສະພາບດິນຟ້າອາກາດ ແລະ ປັບປຸງການຄ້າ ໃນຂົງເຂດພາກພື້ນ ຕາມແລວທາງທິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກເໜືອຂອງ ລາວ. ໂຄງການດັ່ງກ່າວ ຈະປະກອບສ່ວນເຂົ້າໃນການຈັດຕັ້ງແຜນແມ່ບົດ ໃນການເຊື່ອມຈອດ-ເຊື່ອມໂຍງຂອງ

ອ່ານເພີ່ມ...
error: Content is protected !!