ໄຊຍະບູລີ ຄົ້ນຄວ້າໂຄງສ້າງລາຄາ ຍູ້ແຮງການຜະລິດ ຫລຸດຜ່ອນການນໍາເຂົ້າ

ແຫລ່ງຂ່າວຈາກ ແຂວງ​ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງ​ ໄຊຍະບູລີ ໄດ້ຈັດກອງປະຊຸມ ຄົ້ນຄວ້າການກຳນົດໂຄງສ້າງລາຄາ ແລະ ເຮັດການດຸ່ນດ່ຽງສິນຄ້າສະບຽງອາຫານ ເພື່ອສ້າງແຜນການຜະລິດ ແລະ ຫລຸດຜ່ອນການນໍາເຂົ້າ ໃນວັນທີ 27 ກັນຍາ 2022 ພາຍໃຕ້ປະທານຂອງ ທ່ານ ຄຳພຸດ ອິນທະວົງ ຮອງເຈົ້າເມືອງໄຊຍະບູລີ, ທ່ານ ສອນສະຫວັນ ຈັນທະວົງຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຫົວໜ້າແລະ ຮອງຂະແໜງ ຈາກພະແນກກະສິກໍາ ແລະ ປ່າໄມ້, ພ້ອມດ້ວຍຄະນະຄຸ້ມຄອງລາຄາສິນຄ້າຂັ້ນແຂວງ, ຂັ້ນເມືອງ, ນັກທຸລະກິດ ແລະ ຜູ້ປະກອບການພາຍໃນເມືອງ ເຂົ້າຮ່ວມ.
ກອງປະຊຸມໄດ້ ຄົ້ນຄວ້າ ແລະ ກວດກາຄືນບັນດາໂຄງສ້າງລາຄາຂອງສິນຄ້າສະບຽງອາຫານ ແລະ ພືດເປັນສິນຄ້າໃນ 5 ໝວດ 34 ລາຍການສິນຄ້າ ທີ່ລັດພວກເຮົາຕ້ອງໄດ້ສຸມໃສ່ຄຸ້ມຄອງ ແລະ ດັດສົມໃນເງື່ອນໄຂເສດຖະກິດມີຄວາມຫຍຸ້ງຍາກ; ສຸມໃສ່ກວດກາຄືນການດຸ່ນດ່ຽງຄວາມຕ້ອງການ ແລະ ການສະໜອງສິນຄ້າປະເພດສະບຽງອາຫານ ເພື່ອພ້ອມກັນສ້າງແຜນການຜະລິດ ຫລຸດຜ່ອນການນຳເຂົ້າຢູ່ພາຍໃນເມືອງໄຊຍະບູລີ ໃຫ້ມີຄວາມແຂງແຮງກວ່າເກົ່າ; ກວດກາບັນດາຫົວໜ່ວຍທຸລະກິດການນໍາເຂົ້າ ແລະ ສົ່ງອອກ ຢູ່ພາຍໃນເມືອງ ໄປພ້ອມກັບການສຸມໃສ່ປັບປຸງມາດຕະຖານຕະຫລາດຢູ່ພາຍໃນເມືອງ ໃຫ້ມີຄວາມເຂັ້ມແຂງ.
ພ້ອມນີ້, ກອງປະຊຸມຍັງເຜີຍແຜ່ເຊື່ອມຊຶມບັນດານິຕິກໍາ ທີ່ກ່ຽວຂ້ອງກັບການຄຸ້ມຄອງລາຄາສິນຄ້າ, ການດຸ່ນດ່ຽງ ແລະ ການຄຸ້ມຄອງທຸລະກິດນ້ຳມັນ ເພື່ອໃຫ້ຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນເມືອງ, ນັກທຸລະກິດ ແລະ ຜູ້ປະກອບການພາຍໃນເມືອງກຳໄດ້ ແລະ ມີຄວາມເປັນເອກະພາບ, ປະຕິບັດໄປໃນທິດທາງດຽວກັນ.
ຂໍ້ມູນຂ່າວ-ພາບ: ສົມພົງ

error: Content is protected !!