ທະນາຄານໂລກ ອະນຸມັດທຶນພັດທະນາຕາມແລວທາງ ເສດຖະກິດໃໝ່

ໃນອາທິດຜ່ານມາ ທີ່ນະຄອນຫລວງ ວຽງຈັນ, ຄະນະຜູ້ບໍລິຫານຂອງ ທະນາຄານໂລກ ໄດ້ອະນຸມັດງົບປະມານ 132 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ແລະ ການເຊື່ອມຈອດ-ເຊື່ອມໂຍງ ເພື່ອແນໃສ່ປັບປຸງການຂົນສົ່ງທີ່ມີຄວາມຄົງທົນ ຕໍ່ກັບສະພາບດິນຟ້າອາກາດ ແລະ ປັບປຸງການຄ້າ ໃນຂົງເຂດພາກພື້ນ ຕາມແລວທາງທິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກເໜືອຂອງ ລາວ.

ໂຄງການດັ່ງກ່າວ ຈະປະກອບສ່ວນເຂົ້າໃນການຈັດຕັ້ງແຜນແມ່ບົດ ໃນການເຊື່ອມຈອດ-ເຊື່ອມໂຍງຂອງ ອາຊຽນ ດ້ວຍການຍົກລະດັບເສັ້ນທາງເລກ 2 (NR2) ໃຫ້ໄດ້ມາດຕະຖານຂອງເສັ້ນທາງຫລວງອາຊີ ພ້ອມທັງໃຫ້ມີຄວາມປອດໄພ ແລະ ຄົງທົນ ຕໍ່ການປ່ຽນແປງທາງດ້ານສະພາບດິນຟ້າອາກາດ ໂດຍມີຄວາມຍາວປະມານ 300 ກິໂລແມັດ ແລະ ເປັນສ່ວນໜຶ່ງຂອງເສັ້ນທາງຫລວງອາຊີເລກ 13 (Asian highway 13) ເຊິ່ງຈະເຊື່ອມດ່ານ ຫ້ວຍໂກນ-ນ້ຳເງິນ ທີ່ຊາຍແດນປະເທດ ໄທ ຫາດ່ານ ປາງຮົກ-ໄຕຢາງ ທີ່ຊາຍແດນປະເທດ ຫວຽດນາມ. ເສັ້ນທາງດັ່ງກ່າວນີ້ຍັງໄດ້ຕັດຜ່ານ ເສັ້ນທາງລົດໄຟ ລາວ-ຈີນ ຢູ່ທີ່ແຂວງ ອຸດົມໄຊ ເຊິ່ງເປັນການສ້າງໂອກາດ ໃນການເຊື່ອມໂຍງດ້ານການຂົນສົ່ງລະຫວ່າງ ຈີນ, ລາວ, ໄທ ແລະ ຫວຽດນາມ.

ນອກນັ້ນ, ໂຄງການຍັງຈະຊ່ວຍປັບປຸງບັນດາເສັ້ນທາງທ້ອງຖິ່ນ ໃນແຂວງ ຫລວງນ້ຳທາ, ຫລວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ໄຊຍະບູລີ; ປັບປຸງດ່ານຊາຍແດນ ແລະ ສິ່ງອຳນວຍຄວາມສະດວກ ໃນການຂ້າມດ່ານ ເຊິ່ງປະກອບມີ ການນຳໃຊ້ລະບົບດີຈີຕອລ ເຂົ້າໃນການຄຸ້ມຄອງດ່ານຢ່າງມີປະສິດທິພາບ, ເສີມສ້າງຄວາມອາດສາມາດຂອງອົງກອນ ແລະ ລະບຽບການຕ່າງໆຂອງພາກສ່ວນການຄ້າກະສິ ກຳ, ການຂົນສົ່ງຫລາຍຮູບແບບ ແລະ ການວາງແຜນການລົງທຶນໃນຂັ້ນສູນກາງ ແລະ ທ້ອງຖິ່ນ. ເປົ້າໝາຍອີກຢ່າງໜຶ່ງຂອງໂຄງການ ແນໃສ່ສົ່ງເສີມຄວາມສາມາດ ຂອງຜູ້ຜະລິດກະສິກຳຂະໜາດນ້ອຍ ເພື່ອໃຫ້ສາມາດຜະລິດສິນຄ້າໄດ້ຫລາຍຂຶ້ນ ແລະ ສາມາດຊື້-ຂາຍຜ່ານເຄືອຄ່າຍການຂົນສົ່ງແຫ່ງໃໝ່ນີ້ ເຊິ່ງມັນຈະເປັນການນຳໃຊ້ປະໂຫຍດສູງສຸດ ຈາກການເຊື່ອມໂຍງໃນພາກພື້ນໄດ້.

ທ່ານ ອາເລັກສ໌ ເຄຣມເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ມັນມີຄວາມສຳຄັນຫລາຍ ທີ່ປະຊາຊົນຢູ່ທ້ອງຖິ່ນສາມາດເຂົ້າເຖິງ ແລະ ນຳໃຊ້ການບໍລິການຈາກພື້ນຖານໂຄງລ່າງການຂົນສົ່ງຂະໜາດໃຫຍ່ ເພື່ອໃຫ້ໄດ້ຮັບຜົນປະໂຫຍດ ທາງດ້ານເສດຖະກິດຕໍ່ເຂົາເຈົ້າ. ໂຄງການແລວທາງເສດຖະກິດໃໝ່ນີ້ ບໍ່ພຽງແຕ່ຈະຊ່ວຍໃນການຍົກລະດັບເສັ້ນທາງ ໃນຂົງເຂດພາກພື້ນເທົ່ານັ້ນ, ແຕ່ຍັງຈະຊ່ວຍເຫລືອປະຊາຊົນ ໃນການຜະລິດສິນຄ້າ ແລະ ການເຂົ້າເຖິງຕະຫລາດໄດ້ກວ້າງຂຶ້ນ. ພ້ອມກັນນີ້, ໂຄງການດັ່ງກ່າວ ຍັງຈະຊ່ວຍການພັດທະນາສິ່ງອຳນວຍຄວາມສະດວກ ທາງດ້ານໂລຈິດສຕິກ ເຊັ່ນ: ທ່າບົກ, ຕະຫລາດຊື້-ຂາຍສິນຄ້າ, ສາງສິນຄ້າ ແລະ ສູນລວມສິນຄ້າ ຂອງຊາວກະສິກອນ ເພື່ອສົ່ງອອກສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ. ການອອກແບບພື້ນຖານໂຄງລ່າງນີ້ ຈະໄດ້ຄໍານຶງເຖິງຄວາມຄົງທົນ ຕໍ່ຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ເຊັ່ນ: ພາຍຸ, ນ້ຳຖ້ວມ ແລະ ດິນເຈື່ອນນຳອີກ.

ແຫລ່ງຂ່າວ:ທະນາຄານໂລກ

error: Content is protected !!