ຈະລາຈອນ ນະຄອນຫຼວງ ວຽງຈັນ ເພີ່ມທະວີ ເອົາໃຈໃສ່ລະບາຍການສັນຈອນແອອັດຕາມປໍ້ານໍ້າມັນຕ່າງໆ

ຕາມການລາຍງານຂອງ ປ້ອງກັນຄວາມສະຫງົບ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະສະພາບການສັນຈອນອັ່ງອໍ, ແອອັດ ຕາມປໍ້ານໍ້າມັນຕ່າງໆ ໃນນະຄອນຫຼວງວຽງຈັນ ຕໍາຫຼວດ ຈະລາຈອນ ນະຄອນຫຼວງ ວຽງຈັນ ໄດ້ເອົາໃຈໃສ່ໃນລະບາຍການສັນຈອນຕາມຈຸດຕ່າງໆ ໂດຍສະເພາະ ໃນວັນທີ 1 ມິຖຸນາ 2022 ໄດ້ສຸມໃສ່ບັນດາຈຸດປໍ້າ ໃນນະຄອນຫຼວງວຽງຈັນ ເພື່ອອໍານວຍຄວາມສະດວກ ໃຫ້ຜູ້ໃຊ້ລົດໃຊ້ຖະໜົນ. ຕໍ່ກັບສະພາບການດັ່ງກ່າວ,

ອ່ານເພີ່ມ...

ລາວ-ໄທ ຈະສຶກສາຄວາມເປັນໄປໄດ້ນໍາໃຊ້ເງິນຕາຂອງສອງປະເທດ ກີບ-ບາດ ເພື່ອຊໍາລະສະສາງລະຫວ່າງກັນ

ໃນໂອກາດ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ລະຫວ່າງວັນທີ 1-2 ມິຖຸນາ 2022 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ

ອ່ານເພີ່ມ...

ອາການແບບນີ້ ພະຍາດກຳລັງຈະຖາມຫາ

ໃນໄວເຮັດວຽກ ຫຼາຍຄົນມັກເພີນໄປກັບການເຮັດວຽກ ຈົນລືມກິດຈະກຳທາງກາຍ ເພາະຄິດວ່າ ເຮັດມື້ໃດກໍໄດ້ ຊຶ່ງເປັນຄວາມເຂົ້າໃຈຜິດ ເນື່ອງຈາກຮ່າງກາຍຕ້ອງການໃຫ້ມີການເຄື່ອນໄຫວ. ອາການຕໍ່ໄປນີ້ ເປັນສິ່ງບົ່ງບອກວ່າ ພະຍາດກຳລັງຈະຖາມຫາ. ຫິວນອນໃນຂະນະເຮັດວຽກ ແຕ່ເມື່ອເຖິງເວລານອນ ພັດນອນບໍ່ຫຼັບ. ອ່ອນເພຍງ່າຍ. ຫງຸດຫງິດ, ໃຈຮ້າຍ, ວິຕົກກັງວົນ, ອາລົມບໍ່ດີ, ສັບສົນທາງຄວາມຄິດ ແລະ ລຽງລຳດັບວຽກບໍ່ໄດ້. ເບື່ອໜ່າຍສິ່ງແວດລ້ອມອ້ອມໂຕ. ໜ້າທ້ອງຍື່ນ, ແອວໃຫຍ່ຂຶ້ນ.

ອ່ານເພີ່ມ...

ສ້າງຄວາມເຂັ້ມແຂງການຕິດຕາມກວດກາການດຳເນີນຄະດີຄ້າມະນຸດ ແລະ ຟອກເງິນ

ໃນວັນທີ 2 ມິຖຸນາ ນີ້ ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນ ແຂວງ ອຸດົມໄຊ, ກົມຕິດຕາມກວດກາການດຳເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ໄດ້ເປີດກອງປະຊຸມສ້າງຄວາມເຂັ້ມແຂງໃນການຕິດຕາມກວດກາການດຳເນີນຄະດີຄ້າມະນຸດ ແລະ ຄະດີຟອກເງິນ ໃຫ້ແກ່ພະນັກງານອົງການໄອຍະການປະຊາຊົນເຂດ, ພະແນກໄອຍະການທະຫານແຂວງ, ອົງການໄອຍະການປະຊາຊົນແຂວງອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງ ບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ອ່ອນຈັນ ມະນີວັນ ຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີອາຍາ,

ອ່ານເພີ່ມ...

ຄອບຄົວທີ່ຖືກຜົນກະທົບຈາກນໍ້າຖ້ວມ ແລະ ຄອບຄົວອະນາຖາ ໄດ້ຮັບການຊ່ວຍເຫລືອ

ແຫລ່ງຂ່າວຈາກ ເມືອງ ປາກລາຍ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີມອບເງິນຊ່ວຍເຫລືອໃຫ້ ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມເຮືອນ ແລະ ຜົນຜະລິດຂອງພໍ່ແມ່ປະຊາຊົນ ບ້ານ ປາງຄໍາ ແລະ ບ້ານ ນາກາງ ເມືອງ ປາກລາຍ ຈັດຂຶ້ນໃນວັນທີ 2ມິຖຸນາ 2022 ຢູ່ບ້ານ ປາງຄໍາ ເຊິ່ງມອບໂດຍ ທ່ານ

ອ່ານເພີ່ມ...

ລາຍການ Update Laos ຂ່າວປະຈໍາວັນ ວັນທີ 2 ມິຖຸນາ 2022

ລາຍການ Update Laos ຂ່າວປະຈໍາວັນ ວັນທີ 2 ມິຖຸນາ 2022 ລາຍການເກາະຕິດທຸກປະເດັນ ທຸກເຫດການທີ່ໜ້າສົນໃຈ ທັງພາຍໃນ ແລະ ຕ່າງປະເທດ ລາຍການ Update Laos ຂ່າວປະຈໍາວັນ ລາຍການເກາະຕິດທຸກປະເດັນ ທຸກເຫດການທີ່ໜ້າສົນໃຈ ທັງພາຍໃນ ແລະ ຕ່າງປະເທດ ທຸກໆ ວັນຈັນ

ອ່ານເພີ່ມ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຣາຊະອານາຈັກ ໄທ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ພະນະທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍ ພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອານາຈັກໄທ ຢ່າງເປັນທາງການ ໃນວັນທີ

ອ່ານເພີ່ມ...

ຊຽງຂວາງ ເລີ່ມປັບປຸງ ທົ່ງໄຫຫີນ ມໍລະດົກໂລກ ພາຍຫຼັງເປີດປະເທດ

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຊຽງຊວາງ (ຖວທ) ໄດ້ເລີ່ມເລ່ງໃສ່ປັບປຸງພື້ນທີ່ ທົ່ງໄຫຫີນ ໃຫ້ມີຄວາມສວຍງາມ, ສະອາດງາມຕາເພື່ອໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ໃນລະດັບມາດຕະຖານສາກົນ, ໃຫ້ສົມກັບວ່າ ທົ່ງໄຫຫີນ ເປັນມໍລະດົກໂລກ, ພາຍຫຼັງທີ່ລັດຖະບານລາວ ໄດ້ປະກາດເປີດປະເທດສົ່ງເສີມການທ່ອງທ່ຽວຢ່າງເປັນທາງການເປັນຕົ້ນມາ. ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າພະແນກ ຖວທ ແຂວງ ຊຽງຂວາງ

ອ່ານເພີ່ມ...

ຍີ່ປຸ່ນ ປັບເພີ່ມງົບພິເສດປະມານ 2.7 ພັນຕື້​ເຢນ ຮັບມືລາຄາອາຫານ-ນ້ຳມັນເຊື້ອໄຟແພງ

ຕາມ​ຂ່າວ​ຈາກ ​ໂຕ​ກຽວ,ວັນ​ທີ 31 ​ພຶດສະພາ ​ນີ້ີ້ (https://www.infoquest.co.th/2022/204420), ລັດຖະສະພາ​ ຍີ່ປຸ່ນ ປະກາດ ​ໃຊ້​ງົບປະມານລາຍ​ຈ່າຍພິ​ເສດ​ ເພີ່ມຂຶ້ນ​ອີກ 2.7 ພັນຕື້​ເຢນ ​ໃນ​ປີ ​ງົບປະມານ 2022 ​ເພື່ອ​ຮັບ​ມືກັບ​ລາຄາ​ອາຫານ ​ແລະ ນ້ຳມັນ​ເຊື້ອ​ໄພປັບ​ຕົວ ​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ໃນ​ສະພາບ​ການ​ໂລກ​ພວມ​ຮ້ອນ​ແຮງຈາກ​ສົງຄາມ ຫລັງ​ຈາກ ຜ່ານ​ການ​ຕົກລົງ​ເຫັນ​ດີ ງົບປະມານລາຍ​ຈ່າຍ​ເພີ່ມ​ຕື່ມ

ອ່ານເພີ່ມ...

ລະດູຝົນປີນີ້ ແຂວງ ອັດຕະປື ຈະເນັ້ນການຜະລິດສະບຽງອາຫານເປັນຕົ້ນຕໍ

ເພື່ອຮັບປະກັນດ້ານໂພຊະນາການຂອງປະຊາຊົນ ພາຍໃນແຂວງ ອັດຕະປື ໃຫ້ໄດ້ຮັບພະລັງງານ 2,600 ກິໂລກະລໍລີ ຕໍ່ຄົນຕໍ່ວັນ ຫຼື ໃຫ້ປະຊາຊົນໄດ້ບໍລິໂພກໃນອັດຕາສ່ວນຄື: ເຂົ້າສານ 140 ກິໂລ ຕໍ່ຄົນຕໍ່ປີ, ພືດຜັກ 80 ກິໂລ ຕໍ່ຄົນຕໍ່ປີ, ຊີ້ນປາ ແລະ ໄຂ່ 79 ກິໂລ ຕໍ່ຄົນຕໍ່ປີ. ສະນັ້ນ,

ອ່ານເພີ່ມ...
error: Content is protected !!