
ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຊຽງຊວາງ (ຖວທ) ໄດ້ເລີ່ມເລ່ງໃສ່ປັບປຸງພື້ນທີ່ ທົ່ງໄຫຫີນ ໃຫ້ມີຄວາມສວຍງາມ, ສະອາດງາມຕາເພື່ອໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ໃນລະດັບມາດຕະຖານສາກົນ, ໃຫ້ສົມກັບວ່າ ທົ່ງໄຫຫີນ ເປັນມໍລະດົກໂລກ, ພາຍຫຼັງທີ່ລັດຖະບານລາວ ໄດ້ປະກາດເປີດປະເທດສົ່ງເສີມການທ່ອງທ່ຽວຢ່າງເປັນທາງການເປັນຕົ້ນມາ.
ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າພະແນກ ຖວທ ແຂວງ ຊຽງຂວາງ ຜູ້ຮັບຜິດຊອບວຽກງານທ່ອງທ່ຽວໄດ້ໃຫ້ຮູ້ວ່າ:ເພື່ອກຽມຕ້ອນຮັບນັກທ່່ອງທ່ຽວທີ່ຈະມາທ່ຽວມໍລະດົກໂລກທົ່ງໄຫຫີນ, ພະແນກຖວທແຂວງໄດ້ເລີ່ມປັບປຸງອະນາໄມພື້ນທີ່ທົ່ງໄຫຫີນ,ບ່ອນບໍລິການ,ຫ້ອງວາງສະແດງ, ຮ້ານຄ້າແລະສິ່ງອໍານວຍຄວາມສະດວກຕ່າງໆໃຫ້ມີຄວາມສະອາດງາມຕາ. ນອກຈາກ ປັບປຸງທົ່ງໄຫຫີນແລ້ວ, ຍັງໄດ້ມີການປັບປຸງແຫຼ່ງທ່ອງທ່ຽວຕື່ມອີກ 3 ຈຸດໃຫຍ່ຄື:ທ່ອງທ່ຽວດ້ານທໍາມະຊາດ, ທ່ອງທ່ຽວວັດທະນະທໍາ ແລະ ທ່ອງທ່ຽວທາງດ້ານປະຫວັດສາດ.

ໃນດ້ານການທ່ອງທ່ຽວດ້ານທໍາມະຊາດ,ຊຽງຂວາງ ໄດ້ກຳນົດເອົານໍ້າຕົກຕາດຄາ ເມືອງ ໜອງແຮດ ທີ່ມີຄວາມສູງເກືອບ 500 ແມັດ, ນໍ້າຕົກຕາດຂ້າ ເມືອງ ແປກ, ບໍ່ນໍ້າອຸ່ນ ບ້ານ ນໍ້າຮົມ, ເມືອງ ຄໍາ ໂດຍໄດ້ພັດທະນາເປັນສະຖານທີ່ລີສອດເປັນບ່ອນພັກ, ມີຫ້ອງປະຊຸມ, ຫ້ອງອາຫານ, ແລະ ມີບ່ອນອາບນໍ້າກາງແຈ້ງ. ຫ່າງຈາກບໍ່ນໍ້າອຸ່ນເມືອງຄໍາຍັງມີບໍ່ນໍ້າອຸ່ນບ້ານຊາງ, ບໍ່ນໍ້າອຸ່ນພູເມືອງ ທີ່ໄດ້ຮັບການພັດທະນາໂດຍນັກທຸລະກິດເອກະຊົນ ແລະ ບໍ່ນໍ້າອຸ່ນ, ເມືອງ ຄູນ ແລະອື່ນໆ. ສ່ວນທ່ອງທ່ຽວທາງວັດທະນະທໍາ ປະກອບມີປູນີຍະສະຖານ ທົ່ງໄຫຫີນ ເປັນ 80 ກວ່າແຫ່ງ, ໃນນັ້ນ, ທົ່ງໄຫຫີນ ທີ່ ຖືກຮັບຮອງເປັນມໍລະດົກໂລກ 11 ແຫ່ງ, ໂດຍສະເພາະທົ່ງໄຫຫີນແຫ່ງທີ່ 1 ເປັນທົ່ງໄຫຫີນໃຫຍ່ ຫ່າງຈາກຕົວເທສະບານແຂວງ 6 ກິໂລແມັດ ຖືກຮັບຮອງຈາກອົງການ ຢູແນັສໂກ ໃຫ້ເປັນມໍລະດົກໂລກໃນວັນທີ 10 ກໍລະກົດ 2019, ວັດເພຍວັດເມືອງຄູນທີ່ເປັນລະດົກທ້ອງຖິ່ນ ແລະເຄີຍເປັນທີ່ຕັ້ງ ແຂວງ ຊຽງຂວາງໃນເມື່ອກ່ອນ,ຕາມປະຫວັດສາດແມ່ນຖືກສ້າງຂຶ້ນພ້ອມກັບ ພະທາດຫຼວງວຽງຈັນ.

ທ່ານສີວິໄລ ອຸດົມສຸກໃຫ້ຮູ້ຕື່ມອີກວ່າ: ສ່ວນທາງດ້ານປະຫວັດສາດ, ແຂວງຊຽງຂວາງເປັນສະໝໍລະພູມສະໄໝສົງຄາມ ໃນປີ 1964-1973 ຊຽງຂວາງ ໄດ້ກາຍເປັນພື້ນທີ່ສູ້ຮົບທີ່ດຸເດືອດທີ່ສຸດ ເຊິ່ງສາມາດຮູ້ໄດ້ປະຫວັດຄວາມເປັນມາສົງຄາມ ເປັນຕົ້ນບັນດາຖໍ້າປິວເມືອງຄໍາ, ພູກູດເຫຼັກກ້າ ທີ່ເປັນແຫຼ່ງທ່ອງທ່ຽວປະຫວັດສາດລະດັບຊາດ, ນອກຈາກນີ້, ຍັງມີຮ່ອງຮອຍຫຼຸມລົບໄພຫຼົງເຫຼືອຈາກສະໄໝສົງຄາມ ທີ່ມີຄວາມຍາວປະມານ 100 ກວ່າແມັດ ພູຜາປ່າດົງ ແລະອື່ນໆ.
ອີງຕາມຂໍ້ມູນໃຫ້ຮູ້ວ່າ: ແຂວງ ຊຽງຂວາງ ມີແຫຼ່ງທ່ອງທ່ຽວທັງໝົດ 146 ແຫ່ງ, ໄດ້ເປີດໃຫ້ບໍລິການໃຫ້ແກ່ນັກທ່ອງທ່ຽວແລ້ວ 42 ແຫ່ງ, ໃນນັ້ນ, ທ່ອງທ່ຽວດ້ານທໍາມະຊາດມີ 11 ແຫ່ງ, ດ້ານປະຫວັດສາດ 12 ແຫ່ງ, ແລະວັດທະນະທໍາ 19 ແຫ່ງ.
ແຫຼ່ງຂໍ້ມູນຂ່າວຈາກ: CRI
A: On the issues…the ones that I would think would be important would be flooding, streets — congestion, traffic problems — and the general performance of government. I purchased this through Amazon after seeing it on Satellite Oasis' website simply because I trust Amazon. Because the Qantas RTW reward allows you to have up to 15 connections, you do not necessarily have to fly the most direct route, as above. In the summer of, as the club's president Giannis Goumenos was desperate to cash in, he was openly chased by Olympiacos, AEK and Panathinaikos. Induction of apoptosis in HL cells by pungent vanilloids, 6-gingerol and 6-paradol. The divine person got down there along with the idol and found that a temple of Dharma Sastha was without any idol and hence he consecrated the idol in that temple. I have always been fascinated by truly good design, whatever the item. You get to play one of these vikings, kicking ass now and taking names later. Caloric compensation in rats with continuous or intermittent access to food. An aqueous solution of the iron III carbohydrate complex of claim. G Suite formerly Google Apps for Work and Google Apps for Your Domain is a brand of cloud computing, productivity and collaboration tools, software and products developed by Google. The primary problem I see is people buy the lower end bikes and then want to pretend and treat them like they're the more expensive models. Will post more comments in due course as I start using it. Also, most staff working here are very professional and speak English willing to help you out with everything you will need. Their lead spacing and compact size are conducive for low inductance. They will be soft when removed from oven but firm up in a couple minutes. When you see the following screen, login with username "root" and your root password. Calibration In order to have a quantitative measurement of G 2, it is necessary to calibrate the ac excitation voltage reaching the sample and the overall gain of the detection. This is a factory original equipment part, not aftermarket. Remarkably, it was the first time the Canucks ranked first in the NHL in penalty kill percentage entering tonight allowed more than one power-play goal since November 30 vs.