ຍີ່ປຸ່ນ ປັບເພີ່ມງົບພິເສດປະມານ 2.7 ພັນຕື້​ເຢນ ຮັບມືລາຄາອາຫານ-ນ້ຳມັນເຊື້ອໄຟແພງ

ຕາມ​ຂ່າວ​ຈາກ ​ໂຕ​ກຽວ,ວັນ​ທີ 31 ​ພຶດສະພາ ​ນີ້ີ້ (https://www.infoquest.co.th/2022/204420), ລັດຖະສະພາ​ ຍີ່ປຸ່ນ ປະກາດ ​ໃຊ້​ງົບປະມານລາຍ​ຈ່າຍພິ​ເສດ​ ເພີ່ມຂຶ້ນ​ອີກ 2.7 ພັນຕື້​ເຢນ ​ໃນ​ປີ ​ງົບປະມານ 2022 ​ເພື່ອ​ຮັບ​ມືກັບ​ລາຄາ​ອາຫານ ​ແລະ ນ້ຳມັນ​ເຊື້ອ​ໄພປັບ​ຕົວ ​ເພີ່ມ​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ໃນ​ສະພາບ​ການ​ໂລກ​ພວມ​ຮ້ອນ​ແຮງຈາກ​ສົງຄາມ ຫລັງ​ຈາກ ຜ່ານ​ການ​ຕົກລົງ​ເຫັນ​ດີ ງົບປະມານລາຍ​ຈ່າຍ​ເພີ່ມ​ຕື່ມ ດ້ວຍ​ສຽງ​ສ່ວນ​ໃຫຍ່ ​ໃນ​ວັນ​ທີ 31​ ພຶດສະພາ​ນີ້ີ້ ​ໂດຍ​ລັດຖະບານຍີ່ປຸ່ນ ຈະ​ນຳ​ ງົບປະມານ​ປີ​ນີ້​ ທີ່​ເລີ່​ມຕັ້ງ​ແຕ່​ ວັນ​ທີ 1 ​ເມສາ ມາ​ໃຊ້ສະໜັບສະ​ໜູນມາດ​ຕະການກະ​ຕຸ້ນ​ເສດຖະກິດສຸກ​ເສີນມູນ​ຄ່າ 6.2 ພັນ​ຕື້​ເຢນ ທີ່​ຮ່າງ​ຂຶ້ນ​ ​ເມື່ອ​ທ້າຍ​ ເດືອນ​ເມສາ ​ເພີ່ມ​ຕື່ມ​ອີກ 1.2 ພັນ​ຕື້​ເຢນ ​ໄປ​ຕໍ່​ອາຍຸ​ໂຄງການອຸດ​ໜູນ ລາຄາ​ນ້ຳມັນທີ່​ຈະ​ສິ້ນ​ສຸດ ​ໃນ​ເດືອນ ​ກັນຍາ ​ແລະ ອີກ​ປະມານ 1.5 ພັນ​ຕື້​ເຢນ ​ໄປ​ຊົດ​ເຊີຍ ​ງົບປະມານສຳຮອງທີ່​ນຳ​ມາ​ໃຊ້​ດຳ​ເນີນມາດ​ຕະການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ​ເຊັ່ນ: ການ​ແຈກຢາຍ​ເງິນ ​​ໃຫ້ຄອບຄົວ​ ລາຍ​ໄດ້​ໜ້ອຍທີ່​ມີ​ລູກ​ນ້ອຍງົບປະມານ​ທັງ​ໝົດ ຈະ​ໄດ້​ມາ​ຈາກ​ການ​ອອກພັນທະບັດ ​ລັດຖະບານ.

ກ່ອນ​ໜ້າ​ນີ້ີ້ ລັດຖະບານ ​ຍີ່ປຸ່ນ​ ຕັ້ງງົບ​ປະມານ​ ປີ​ນີ້​ ໄວ້​ສູງ ​ເປັນ​ປະຫວັດສາດ 107,60 ພັນ​ຕື້​ເຢນ ​ໃນ​ນີ້​ ເປັນ​ງົບປະມານ​ ສໍາຮອງ 5.5 ພັນ​ຕື້​ເຢນ ສຳລັບ​ຮັບ​ມື​ ໂຄ​ວິດ​-19 ​ແລະ ມາດ​ຕະການ​ສຸກ​ເສີນ​ອື່ນໆ.

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

error: Content is protected !!