ອາການແບບນີ້ ພະຍາດກຳລັງຈະຖາມຫາ

ໃນໄວເຮັດວຽກ ຫຼາຍຄົນມັກເພີນໄປກັບການເຮັດວຽກ ຈົນລືມກິດຈະກຳທາງກາຍ ເພາະຄິດວ່າ ເຮັດມື້ໃດກໍໄດ້ ຊຶ່ງເປັນຄວາມເຂົ້າໃຈຜິດ ເນື່ອງຈາກຮ່າງກາຍຕ້ອງການໃຫ້ມີການເຄື່ອນໄຫວ. ອາການຕໍ່ໄປນີ້ ເປັນສິ່ງບົ່ງບອກວ່າ ພະຍາດກຳລັງຈະຖາມຫາ.

  1. ຫິວນອນໃນຂະນະເຮັດວຽກ ແຕ່ເມື່ອເຖິງເວລານອນ ພັດນອນບໍ່ຫຼັບ.
  2. ອ່ອນເພຍງ່າຍ.
  3. ຫງຸດຫງິດ, ໃຈຮ້າຍ, ວິຕົກກັງວົນ, ອາລົມບໍ່ດີ, ສັບສົນທາງຄວາມຄິດ ແລະ ລຽງລຳດັບວຽກບໍ່ໄດ້.
  4. ເບື່ອໜ່າຍສິ່ງແວດລ້ອມອ້ອມໂຕ.
  5. ໜ້າທ້ອງຍື່ນ, ແອວໃຫຍ່ຂຶ້ນ.
  6. ບໍ່ສາມາດຢືນຊື່ ແລະ ກົ້ມຫົວລົງໃຫ້ປາຍນິ້ວແຕະພື້ນໄດ້ ຫຼື ເມື່ອນອນຫງາຍ ບໍ່ສາມາດລຸກຂຶ້ນນັ່ງໄດ້.
  7. ເມື່ອນັ່ງໂຕຊື່ ຢຽດຂາຕຶງໄປທາງໜ້າ ບໍ່ສາມາດເນີ້ງໂຕໄປໃຫ້ປາຍນິ້ວມືແຕະເຖິງປາຍຕີນໄດ້.
  8. ຄວາມດັນເລືອດ, ໄຂມັນ ຫຼື ລະດັບນໍ້າຕານໃນເລືອດສູງ.
  9. ໄດ້ຍິນສຽງດັງ ແລະ ຮູ້ສຶກໄດ້ວ່າ ຂໍ້ຕໍ່ສ່ວນຕ່າງໆຢຶດຕິດຂັດ.
  10. ເຈັບປ່ວຍງ່າຍ
  11. ນໍ້າໜັກໂຕເກີນປົກກະຕິຕັ້ງແຕ່ 10 ກິໂລ

ສະນັ້ນ ທາງທີ່ດີ ທ່ານຕ້ອງໝັ່ນລຸກຂຶ້ນ, ເຄື່ອນໄຫວຮ່າງກາຍ, ເພີ່ມການເຮັດກິດຈະກຳທາງກາຍໃຫ້ຫຼາຍຂຶ້ນ. ການມີກິດຈະກຳທາງກາຍບໍ່ວ່າຈະເບົາ ຫຼື ໜັກ ລ້ວນແຕ່ມີປະໂຫຍດ. ນອກຈາກຈະເຮັດໃຫ້ຮ່າງກາຍແຂງແຮງ, ຕ້ານທານໂຣກໄພໄຂ້ເຈັບທີ່ຈະແຊກຊ້ອນແລ້ວ ຍັງຊ່ວຍໃຫ້ການຫຼຸດພຸງໄປໃນໂຕ.

error: Content is protected !!