ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຫັນດີອະນຸຍາດ ແລະ ຢຸດຕິມາດຕະການຕ່າງໆຜ່ານມາໃນ ການເຂົ້າ-ອອກ ສປປ ລາວ ແລະ ການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ ໃນທຸກຮູບແບບເພື່ອໃຫ້ສາມາດດໍາເນີນໄປດ້ວຍຄວາມສະດວກ, ປອດໄພ ແລະ ໂລ່ງລ່ຽນ ໂດຍຕິດພັນກັບ ການຂົນສົ່ງໂດຍສານ ແລະ ສິນຄ້າ ທາງລົດໄຟ, ການຂົນສົ່ງໂດຍສານ
Author: admin
ຜັກບຳລຸງນໍ້ານົມແມ່ລູກອ່ອນ
ເດັກເກີດໃໝ່ ຫາ 6 ເດືອນ ຫຼື 1 ປີ ການດື່ມນົມແມ່ ເປັນສິ່ງດີທີ່ສຸດ ເພາະຈະເຮັດໃຫ້ເດັກຈະເລີນເຕີບໃຫຍ່ໄວ, ແຂງແຮງສົມບູນ ແລະມີພູມຄຸ້ມກັນສູງນຳອີກ. ດັ່ງນັ້ນ ໃນຊ່ວງກ່ອນເກີດ ແລະ ຫຼັງເກີດ ແມ່ຈຶ່ງຕ້ອງກຽມໂຕເພື່ອໃຫ້ມີນໍ້ານົມພຽງພໍສຳລັບໃຫ້ລູກດື່ມ. ແຕ່ແມ່ບາງຄົນທີ່ເກີດລູກມາແລ້ວ ບໍ່ມີນໍ້ານົມອອກມາ ແລະຖ້າພົບບັນຫານີ້ ຈົ່ງຫາພືດຜັກຕໍ່ໄປນີ້ມີກິນເລື້ອຍໆເດີ. ປີກ້ວຍ: ອຸດົມໄປດ້ວຍແຄວຊຽວສູງ, ໃຍອາຫານ,
ຫວຽດນາມ ເປັນອັນດັບ 3 ຂອງການລົງທຶນຕ່າງປະເທດຢູ່ໃນ ລາວ
ມູນຄ່າການຄ້າ ລາວ-ຫວຽດນາມ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2021 ມູນຄ່າການຄ້າລາວ-ຫວຽດນາມ ສາມາດບັນລຸໄດ້ຫຼາຍກວ່າ 1.37 ຕື້ໂດລາ ເພີ່ມຂຶ້ນ 33.32% ທຽບໃສ່ປີ 2020 ຊຶ່ງເປັນມູນຄ່າສູງ ທີ່ສຸດໃນຮອບ 10 ປີ. ຂະນະດຽວກັນຫວຽດນາມເປັນອັນດັບທີ 3 ຂອງການລົງທຶນຂອງຕ່າງປະເທດໃນ ສປປ ລາວ ຊຶ່ງມີ 1,272
ອັດຕາເງິນເຟີ້ໃນເດືອນ ພຶດສະພາ ເພີ່ມຂຶ້ນເປັນ 12,8% ສູງສຸດໃນຮອບ 15 ປີ
ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນ ພຶດສະພາ ປີ 2022 ຂອງສູນສະຖິຕິແຫ່ງຊາດ (ສຖຕ) ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດເຜີຍວ່າ: ສະພາບອັດຕາເງິນເຟີ້ ໃນເດືອນ ພຶດສະພາ 2022 ເພີ່ມຂຶ້ນເປັນ 12.8% ເມື່ອທຽບປີຕໍ່ປີ ຫຼື ທຽບໃສ່ເດືອນດຽວກັນຂອງປີຜ່ານມາ (ເດືອນ 5 ປີ 2021
ທາງລົດໄຟ ລາວ-ຈີນ ເປີດດຳເນີນການຄົບຮອບເຄິ່ງປີແລ້ວ
ທາງລົດໄຟ ລາວ-ຈີນ ໄດ້ເປີດດຳເນີນການມາເປັນເວລາຄົບຮອບເຄິ່ງປີແລ້ວ. ຕາມລາຍງານໄດ້ໃຫ້ຮູ້ວ່າ, ມາຮອດວັນທີ 2 ມິຖຸນາ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟ ລາວ-ຈີນ ໄດ້ມີທ່າອ່ຽງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ບໍ່ວ່າຈະເປັນທາງດ້ານປະລິມານ ຫຼື ຄຸນນະພາບ, ພ້ອມດຽວກັນນິ້ນ, ບົດບາດທາງດ້ານການຂົນສົ່ງສິນຄ້າສາກົນຂອງລົດໄຟລາວ-ຈີນ ກໍນັບມື້ນັບພົ້ນເດັ່ນຂຶ້ນ. ມາຮອດປະຈູບັນ, ໄດ້ມີການຂົນສົ່ງຜູ້ໂດຍສານທັງໝົດມີ 410,000 ຄົນ ແລະ ການຂົນສົ່ງສິນຄ້າຂ້າມແດນປະມານ
ລາຄາຜະລິດຕະພັນ ລາສຕິກ ໃນທົ່ວໂລກຈະປັບຕົວສູງຂຶ້ນ
ຂ່າວສານ ຊີອາໄອ ລາຍງານ ເມື່ອທ້າຍອາທິດທີ່ຜ່ານມານີ້, ອົງການເພື່ອການຮ່ວມມື ແລະ ການພັດທະນາທາງດ້ານເສດຖະກິດ (OECD) ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ເມື່ອຮອດປີ 2060, ຜົນຜະລິດ ພລາສຕິກໃນທົ່ວໂລກຈະບັນລຸເຖິງ 1.2 ຕື້ໂຕນ ເກືອບເປັນ 3 ເທົ່າຂອງປັດຈຸບັນ; ຖ້າຫາກວ່າບໍ່ຍົກສູງປະສິດທິພາບການນຳໃຊ້ແບບໝູນວຽນອີກ ເມື່ອຮອດເວລານັ້ນ, ຈຳນວນຂີ້ເຫຍື້ອພລາສຕິກກໍຈະເພີ່ມຂຶ້ນເກືອບ 2 ເທົ່າ. ອີງຕາມຂໍ້ມູນຂອງ
ກູເກິລ ກຽມເປີດໂຕ ແວ່ນຕາອັດສະລິຍະແບບໃໝ່ ແປພາສາໄດ້ທັນທີ
ຫຼັງຈາກທີ່ເປີດຕົວ “Google Glass” ໄດ້ 10 ປີ, ບໍລິສັດ ອັລຟາເບດ ຊຶ່ງເປັນບໍລິສັດແມ່ຂອງ ກູເກິລ (Google) ໄດ້ຜະລິດແວ່ນຕາອັດສະລິຍະຮູບແບບໃໝ່ ຊຶ່ງທາງບໍລິສັດ ກ່າວວ່າ ອຸປະກອນຄອມພິວເຕີ ທີ່ສວມໃສ່ໄດ້ນີ້ ສາມາດແປພາສາຕ່າງໆໄດ້ແບບທັນທີ. ຕົ້ນແບບຂອງອຸປະກອນ ທີ່ຍັງບໍ່ມີຊື່ຮຽກຢ່າງເປັນທາງການດັງກ່າວ ຖືກນໍາສະເໜີຕໍ່ສາທາລະນະ ໃນງານປະຊຸມນັກພັດທະນາ Google I/O ປະຈໍາປີ
ອາທິດນີ້ ອຸຕຸເຕືອນ! ເຝົ້າລະວັງຝົນຕົກໜັກ, ຟ້າຮ້ອງ-ຟ້າເຫຼື້ອມ, ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດປະຈຳອາທິດ 6 ຫາ 12 ມິຖຸນາ 2022 ເຊິ່ງຄໍາເຕືອນໃຫ້ເຝົ້າລະວັງສະພາບຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນ ໃນໄລຍະວັນທີ 6 ຫາ 12 ມິຖຸນານີ້ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງ ຂອງປະເທດ ລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ
ຜູ້ຕິດເຊື້ອພະຍາດໝາກສຸກລີງ ມີທ່າອ່ຽງເພີ່ມສູງຂຶ້ນ
ວັນທີ6ມິຖຸນານີ້,ອົງການ ອະນາໄມໂລກ ເປີດເຜີຍວ່າ: ກວດພົບ ຜູ້ຕິດເຊື້ອ ພະຍາດ ໝາກສຸກລີງ ໃນປະເທດນອກ ອາຟຣິກາ ທັງໝົດ 780ຄົນ ເພີ່ມຂຶ້ນ 3ເທົ່າ ແລະ ມີທ່າອ່ຽງ ເພີ່ມສູງຂຶ້ນ ຈາກການ ແພ່ລະບາດ ໃນ27ປະເທດ ທີ່ພົບ ການລະບາດ ໄດ້ຍາກ ເປັນເວລາ 3ອາທິດ
ປກສ ແຂວງ ບໍ່ແກ້ວ ຢຶດຢາເສບຕິດປະເພດຢາບ້າໄດ້ ຈໍານວນ 12,000,000 ເມັດ
ໃນວັນທີ 4 ມີຖຸນາ 2022 ນີ້, ປກສ ແຂວງ ບໍ່ແກ້ວ ຢຶດຢາເສບຕິດປະເພດຢາບ້າໄດ້ 60 ເປົາ ມີ 6000 ມັດ ມີຈໍານວນ 12,000,000 ເມັດ, ຈັບຕົວຜູ້ຖືກຫາໄດ້ 2 ຄົນ, ຢຶດລົດໃຫຍ່ 2 ຄັນ, ສວນລາຍລະອຽດເຈົ້າໜ້າທີ່ຈະຖະແຫຼງຕາມທີ່ຫຼັງ










