ອີຢູ ຈະໃຫ້ຜູ້ຜະລິດສະມາດໂຟນ ໃຊ້ຫົວສາກແບບດຽວກັນ ພາຍໃນປີ 2024

ສຳນັກ​ຂ່າວ ​ຊິນ​ຮວາ, ວັນ​ທີ 8​ ມິຖຸນາ ​ນີ້, ສະຫະພາບ ​ຢູໂຣບ (ອີ​ຢູ) ຕົກລົງ ​ເຫັນ​ດີ ​ໃຫ້​ຜູ້​ຜະລິດ​ໂທລະສັບ ສະມາດ​ໂຟນ, ​ແທັບ​ເລັດ ​ແລະ ກ້ອງຖ່າຍຮູບ ​​ໃຊ້​ຫົວ​ສາກ​ໄຟຟ້າ​ແບບ​ດຽວ​ກັນ​ໝົດ​ ທຸກ​ອຸປະກອນເປັນ​ຄັ້ງທຳ​ອິດ​ ຂອງ​ໂລກໃນ​ທ້າຍ​ປີ2024 ​ໂດຍ​ອຸປະກອນ​ ສື່ສານ​ ທັງ​ໝົດ ຕ້ອງ​ໃຊ້​ຫົວ​ສາກ ​ແບບ

ອ່ານເພີ່ມ...

ຈັບແກ້ງຄ້າຂາຍຢາເສບຕິດ ຢຶດຢາບ້າໄດ້ຈໍານວນ 21,446 ເມັດ

ໃນວັນທີ 8 ມີຖຸນາ 2022 ນີ້, ເຈົ້າ ໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ໄດ້ລາຍງານຕໍ່ຜູ້ສື່ຂ່າວຂອງພວກເຮົາວ່າ: ໃນວັນທີ 1 ມິຖຸນາ 2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ- ຕ້ານຢາເສບຕິດ ປກສ ນະຄອນໄກສອນ ໄດ້ອອກເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ໃນຂອບເຂດ ນະຄອນ ໄກສອນພົມວິຫານ

ອ່ານເພີ່ມ...

ຈຳນວນຜູ້ໂດຍສານ ລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ແຫລ່ງຂ່າວຈາກກຸ່ມບໍລິສັດ ທາງລົດໄຟຄຸນໝິງ ຈຳກັດ ໃຫ້ຮູ້ວ່າ: ນັບແຕ່ເປີດບໍລິການທາງລົດໄຟ ລາວ-ຈີນ ມາຮອດທ້າຍພຶດສະພາ 2022 ລົດໄຟ ລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 309 ລ້ານເທື່ອຄົນ, ໃນນັ້ນຜູ້ໂດຍໃນປະເທດ ຈີນ ແມ່ນ 271 ລ້ານເທື່ອຄົນ ແລະ ຜູ້ໂດຍສານໃນ ລາວ ແມ່ນ 38 ລ້ານເທື່ອຄົນ

ອ່ານເພີ່ມ...

ຈັບຜູ້ກະທຳຜິດໄດ້ 13 ຄົນ ທີ່ຄາດຕະກໍາ 2 ສົບຝັງດິນ ໃນປ່າເຂດ ບ້ານ ໃໝ່ 

ເຫດການຄະດີຄາດຕະກໍາ 2 ສົບ ແລ້ວຝັງດິນຢູ່ປ່າແຄມທາງ ເຂດ ບ້ານໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ທີ່ປະຊາຊົນໄປຫາໜໍ່ໄມ້ແລ້ວພົບເຫັນ ແມ່ນເຫດການລັກພາຕົວຮຽກຄ່າໄຖ່. ປັດຈຸບັນ, ເຈົ້າໜ້າທີ່ສາມາດຕິດຕາມຈັບໄດ້ 13 ຄົນ ຍິງ 1 ຄົນ ທີ່ຮ່ວມກັນກໍ່ເຫດ. ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ

ອ່ານເພີ່ມ...

ຖ້າຫາກພົບເຫັນປໍ້າໃດທີ່ໄດ້ຂາຍນໍ້າມັນເຊື້ອໄຟເກີນລາຄາ ໂທແຈ້ງເບີສາຍດ່ວນ 1510

ຫ້າມຜູ້ປະກອບການປໍ້ານໍ້າມັນເຊື້ອໄຟທົ່ວປະເທດ ສວຍໃຊ້ໂອກາດຂາຍນໍ້າມັນເກີນລາຄາທີ່ລັດກຳນົດ ຖ້າຫາກພົບເຫັນປໍ້າໃດທີ່ໄດ້ຂາຍນໍ້າມັນເຊື້ອໄຟເກີນລາຄາ ໂທແຈ້ງເບີສາຍດ່ວນ 1510

ອ່ານເພີ່ມ...

ອົງການໂກຟີ ມອບອາຄານວິເຄາະກວດ ໂຄວິດ-19 ຫລັງໃໝ່ໃຫ້ໂຮງໝໍ ແຂວງ ຄໍາມ່ວນ

ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີມອບ-ຮັບຕຶກວິເຄາະກວດ ໂຄວິດ-19 ລະຫວ່າງ ອົງການໂກຟີ (KOFIH) ຫລື ມູນນິທິເກົາຫຫລີ ເພື່ອຮັກສາສຸຂະພາບສາກົນກັບແຂວງ ຄໍາມ່ວນ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານ

ອ່ານເພີ່ມ...

ນ້ຳມັນແອັດຊັງຄຸນະພາບ ທີ່ຜະລິດຢູ່ ລາວ ຄາດວ່າຈະໄດ້ນໍາໃຊ້ໃນປີ 2023

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືກັນໃນການສຶກສາ ແລະ ພັດທະນາໂຄງການພະລັງງານຊີວະພາບ (ນ້ໍາມັນໄບໂອ ອອຍ) ລະຫວ່າງ ບໍລິສັດ ລັດວິສາຫະກິດ ນ້ໍາມັນເຊື້ອໄຟ ລາວ ແລະ ບໍລິສັດ ກ່າຍອາ ເປໂຕຣ ຈຳກັດ (ສ ເກົາຫຼີ) ໄດ້ຈັດຂຶ້ນວັນທີ 6 ມິຖຸນາ 2022 ທີ່ບໍລິສັດ ລັດວິສາຫະກິດ

ອ່ານເພີ່ມ...

ເມືອງ ຕົ້ນເຜິ້ງ ທຳລາຍສິນຄ້າໝົດອາຍຸ – ເສຍຄຸນ

ທ້າຍອາທິດຜ່ານມານີ້, ເມືອງ ຕົ້ນເຜິ້ງ ໄດ້ຈັດພິທີທຳລາຍອາຫານແຫ້ງ – ເຄື່ອງດື່ມໝົດອາຍຸ – ເສຍຄຸນ ແລະ ເຄື່ອງສໍາອາງຕ້ອງຫ້າມ ທີ່ຫ້ອງການສາທາລະນະສຸກເມືອງ. ໃຫ້ກຽດເຂົ້າຮ່ວມ ເປັນປະທານໂດຍ ທ່ານນາງ ສາຍຊົນ ອຸ່ນອົກ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆ ຕົ້ນເຜິ້ງ, ມີ ທ່ານ ທອງຄຸນ ໄຍສະຫວັນ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ,

ອ່ານເພີ່ມ...

ໄຟໄໝ້ເຮືອນເສຍຫາຍໜັກ ເຂດບ້ານ ໂພນທັນ

ເວລາປະມານ 01:40 ວັນທີ 8 ມິຖຸນາ 2022 ໄດ້ເກີດເຫດ ໄຟໄໝ້ ເຮືອນປະຊາຊົນ ເຂດບ້ານ ໂພນທັນ ,ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ. ຄົນໃນຄອບຄົວຜູ້ເຄາະຮ້າຍໃນຄັ້ງນີ້ແມ່ນປອດໄພ, ແຕ່ສະພາບເຮືອນແມ່ນຖືກໄຟໄໝ້ເສຍຫາຍ. (ເບິ່ງຄລິບ https://fb.watch/dvU6ANDfGN/). ສ່ວນສາເຫດ ແລະ ມູນຄ່າການເສຍຫາຍ ຍັງບໍ່ທັນຮູ້, ເຈົ້າໜ້າທີ່ຈະສືບສວນຕໍ່ໄປ.

ອ່ານເພີ່ມ...

ກຳປູເຈຍ ປະກາດເປັນປະເທດ ປອດເຊື້ອພະຍາດ ໂຄວິດ-19

ອີງຕາມການລາຍງານຂ່າວຈາກ https://mgronline.com/uptodate/detail/9650000054214 ວັນ​ທີ 7 ​ມິຖຸນາ ​ນີ້, ກຳປູ​ເຈຍ ກາຍເປັນ​ປະ​ເທດປອດ​ເຊື້ອ​ພະຍາດ ​ໂຄ​ວິດ-19​ ແລ້ວ ຫລັງ​ຈາກຜູ້​ຕິດ​ເຊື້ອຄົນ​ສຸດ​ທ້າຍ ​ໄດ້​ຮັບ​ການປິ່ນປົວ​ດີ​ແລ້ວ ​ແລະ ບໍ່​ມີ​ລາຍ​ງານພົບ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ລາຍ​ໃໝ່ຕິດ​ຕໍ່​ກັນ 31ວັນ ​ໂດຍ​ມີ​ຜູ້​ຕິດ​ເຊື້ອສະ​ສົມ 136,262 ຄົນ, ປິ່ນປົວ​ຫາຍດີ​ແລ້ວ 133,206 ຄົນ ​ແລະ

ອ່ານເພີ່ມ...
error: Content is protected !!