ຜູ້ຕິດເຊື້ອພະຍາດໝາກສຸກລີງ ມີທ່າອ່ຽງເພີ່ມສູງຂຶ້ນ

ວັນ​ທີ6​ມິຖຸນາ​ນີ້,ອົງການ ​ອະນາ​ໄມ​ໂລກ ​ເປີດ​ເຜີຍ​ວ່າ: ກວດ​ພົບ ​ຜູ້​ຕິດ​ເຊື້ອ​ ພະຍາດ ໝາກສຸກ​ລີງ ​ໃນ​ປະ​ເທດນອກ ​ອາ​ຟຣິກາ ທັງ​ໝົດ 780ຄົນ ​ເພີ່ມ​ຂຶ້ນ 3​ເທົ່າ ​ແລະ ມີ​ທ່າ​ອ່ຽງ​ ເພີ່ມ​ສູງ​ຂຶ້ນ​ ​ຈາກ​ການ ແພ່​ລະບາດ ​ໃນ27​ປະ​ເທດ ທີ່​ພົບ​ ການລະບາດ ​ໄດ້​ຍາກ​ ເປັນ​ເວ​ລາ 3ອາທິດ ​ຜ່ານ​ມາ ​ແຕ່​ຍັງ​ຄົງ ​ປະ​ເມີນ ​ໃຫ້​ພະຍາດ​ນີ້ີ້ ມີ​ຄວາມ​ສ່ຽງ ​ລະດັບ ​ປານ​ກາງ​ ທົ່ວ​ໂລກ.ຂະນະ​ນີ້ ກວດ​ພົບ​ ຜູ້​ຕິດ​ເຊື້ອ​ ດັ່ງກ່າວ ລາຍ​ໃໝ່ ສ່ວນ​ໃຫຍ່​ ໃນ​ທະວີບ​ ເອີຣົບ ​ແລະ ອາ​ເມ​ລິ​ກາ​ເໜືອ ລວມທັງ ຜູ້​ຕິດ​ເຊື້ອ​ ລາຍ​ໃໝ່ ຈຳນວນ​ບໍ່​ຫລາຍ​ ໃນ​ເມັກ​ຊິກ,ອາກຊັງ​ຕິນ,​ມາຣົກ ​ແລະ ສະຫະ​ນະຄອນ ​ເອ​ເມ​ເຣັດ ອາຣັບ.ຂະນະ​ທີ່ ອັງກິດ ມີ​ຜູ້​ຕິດ​ເຊື້ອ​ ໝາກ​ສຸກ​ລີງ ຫລາຍ​ທີ່​ສຸດ 207ຄົນ,​ແອັດ​ສະ​ປາຍ 156ຄົນ​,​ປອກ ຕຸຍ​ການ 138ຄົນ ​ແຕ່​ຍັງ​ບໍ່​ທັນ​ມີ ​ລາຍ​ງານ​ ພົບຜຸູ້​ເສຍ​ຊີວິດ​ ຈາກ​ພະຍາດ​ນີ້.ສຳລັບ​ ຜູ້​ຕິດ​ເຊື້ອ ຈະ​ມີ​ອາການ​ໄຂ້,​ເຈັບຫົວ,ປວດ​ກ້າມ​ຊີ້ນ ​ເປັນຕຸ່ມ​ ມີ​ໜອງ​ເປື້ອຍ ​ຕາມ​ຮ່າງກາຍ​.ປັດຈຸບັນ ຍັງ​ບໍ່​ທັນ​ມີ ​ວັກ​ຊິນ​ ປ້ອງ​ກັນ​ ໄດ້100%

error: Content is protected !!