ກູເກິລ ກຽມເປີດໂຕ ແວ່ນຕາອັດສະລິຍະແບບໃໝ່ ແປພາສາໄດ້ທັນທີ

ຫຼັງຈາກທີ່ເປີດຕົວ “Google Glass” ໄດ້ 10 ປີ, ບໍລິສັດ ອັລຟາເບດ ຊຶ່ງເປັນບໍລິສັດແມ່ຂອງ ກູເກິລ (Google) ໄດ້ຜະລິດແວ່ນຕາອັດສະລິຍະຮູບແບບໃໝ່ ຊຶ່ງທາງບໍລິສັດ ກ່າວວ່າ ອຸປະກອນຄອມພິວເຕີ ທີ່ສວມໃສ່ໄດ້ນີ້ ສາມາດແປພາສາຕ່າງໆໄດ້ແບບທັນທີ.

ຕົ້ນແບບຂອງອຸປະກອນ ທີ່ຍັງບໍ່ມີຊື່ຮຽກຢ່າງເປັນທາງການດັງກ່າວ ຖືກນໍາສະເໜີຕໍ່ສາທາລະນະ ໃນງານປະຊຸມນັກພັດທະນາ Google I/O ປະຈໍາປີ ແຕ່ຍັງບໍ່ໄດ້ລະບຸວ່າ ຈະອອກວາງຈໍາໜ່າຍມື້ໃດ.

ແວ່ນຕາອັດສະລິຍະ Google Glass ລຸ້ນທໍາອິດ ມີກ້ອງຊຶ່ງສາມາດບັນທຶກສິ່ງທີ່ຜູ້ໃສ່ເບິ່ງເຫັນໄດ້ ເຮັດໃຫ້ເກີດຄວາມກັງວົນໃນເລື່ອງຂອງຄວາມເປັນສ່ວນຕົວຢ່າງກວ້າງຂວາງ. ນອກຈາກນີ້ ອົງປະກອບຂອງກ້ອງ ຍັງເຮັດໃຫ້ Google Glass ມີຮູບລັກສະນະຄືນັກວິທະຍາສາດ ໃນ ນະວະນິຍາຍອີກດ້ວຍ. ແຕ່ວ່າ ແວ່ນອັດສະລິຍະລຸ້ນຫຼ້າສຸດນີ້ ເບິ່ງຄ້າຍກັບແວ່ນຕາທົ່ວໄປຫຼາຍຂຶ້ນ.

ໃນງານ Google I/O 2022 ນີ້ ໄດ້ມີການສາທິດຄວາມສາມາດໃນການແປພາສາຂອງ Google Glass ລຸ້ນໃໝ່ ແຕ່ບໍ່ໄດ້ໃຫ້ລາຍລະອຽດເພີ່ມເຕີມວ່າ ຈະມີການຕິດຕັ້ງກ້ອງ ຫຼືບໍ່.

ນອກຈາກນີ້ ຍັງມີການອະທິບາຍວ່າ ຖ້າຫາກຜູ້ທີ່ສວມໃສ່ແວ່ນ ລົມກັບຄົນທີ່ເວົ້າພາສາອື່ນ ກໍຈະສາມາດເບິ່ງເຫັນຄໍາເວົ້າຂອງຄູ່ສົນທະນາໃນພາສາຂອງຕົນເອງໄດ້ທັນທີ ແລະ ຍັງສາມາດແປພາສາມື ໃຫ້ເປັນພາສາ ອັງກິດ, ຈີນກາງ, ສະເປນ ແລະ ອາເມຣິກັນ ໄດ້ອີກດ້ວຍ.

ແວ່ນຕາອັດສະລິຍະລຸ້ນໃໝ່ນີ້ ເປັນໜຶ່ງໃນຫຼາຍຜະລິດຕະພັນ ທີ່ກໍາລັງຢູ່ໃນລະຫວ່າງການພັດທະນາ ແລະ ຖືກນໍາມາສະແດງໃນງານນີ້ ໂດຍທາງບໍລິສັດ ກ່າວວ່າ: ຜະລິດຕະພັນທັງຫຼາຍນີ້ ມີຈຸດມຸ່ງໝາຍເພື່ອທີ່ຈະເຊື່ອມຕໍ່ການບໍລິການຂອງ ກູເກິລ ກັບກິດຈະກໍາທີ່ຕ່າງໆ ເກີດຂຶ້ນໃນໂລກຄວາມເປັນຈິງ ໄດ້ດີຍິ່ງຂຶ້ນ ຊຶ່ງລວມໄປເຖິງ ການໃຫ້ບໍລິການ ໃນການຄົ້ນຫາ ແລະ ເບິ່ງແຜນທີ່ ແລະ ບໍລິການອື່ນໆ ທີ່ໃຊ້ເທກໂນໂລຢີ ປັນຍາປະດິດ (AI) ທີ່ໄດ້ຮັບການພັດທະນາຫຼ້າສຸດ.

ເອ໊ດດີ້ ຊຸງ (Eddie Chung) ຜູ້ນວຍການຝ່າຍການຈັດການຜະລິດຕະພັນທີ່ ກູເກິລ ໄດ້ໂອ້ລົມກັບນັກພັດທະນາ ກ່ຽວກັບ ແວ່ນຕາລຸ້ນໃໝ່ວ່າ: “ທາງບໍລິສັດ ພະຍາຍາມພັດທະນາ ເທກໂນໂລຢີ ທີ່ຊ່ວຍໃຫ້ສາມາດທໍາລາຍກໍາແພງດ້ານພາສາໄດ້ ແລະ ຕ້ອງໃຊ້ເວລາຫຼາຍປີ ໃນການສຶກສາວິໄຈຂໍ້ມູນໃນ ກູເກິລ ແປພາສາ ເພື່ອນໍາມາໃສ່ໄວ້ໃນແວ່ນຕາ”. ຊຸງ ຄິດວ່າ ຜະລິດຕະພັນຊິ້ນນີ້ ຈະຊ່ວຍໃຫ້ມີຄໍາບັນຍາຍພາສາ ໃຫ້ແກ່ຊາວໂລກໄດ້.

ຂໍ້ມູນຈາກ: https://www.voathai.com/a/6579521.html

error: Content is protected !!