ນ້ຳມັນແອັດຊັງຄຸນະພາບ ທີ່ຜະລິດຢູ່ ລາວ ຄາດວ່າຈະໄດ້ນໍາໃຊ້ໃນປີ 2023

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືກັນໃນການສຶກສາ ແລະ ພັດທະນາໂຄງການພະລັງງານຊີວະພາບ (ນ້ໍາມັນໄບໂອ ອອຍ) ລະຫວ່າງ ບໍລິສັດ ລັດວິສາຫະກິດ ນ້ໍາມັນເຊື້ອໄຟ ລາວ ແລະ ບໍລິສັດ ກ່າຍອາ ເປໂຕຣ ຈຳກັດ (ສ ເກົາຫຼີ) ໄດ້ຈັດຂຶ້ນວັນທີ 6 ມິຖຸນາ 2022 ທີ່ບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ນະຄອນຫຼວງ ວຽງຈັນ, ຮ່ວມລົງນາມໃນເອກະສານ ມີຂຶ້ນລະຫວ່າງທ່ານ ສີສັງຄົມ ໂຄດໂຍທາ ຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ແລະ ທ່ານ ຊຳ ແມງ (Sam Maeng) ປະທານສະມາຄົມອຸດສາຫະກຳ ແລະ ແລກປ່ຽນວັດທະນະທຳ ສ ເກົາຫຼີ-ລາວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ສິດທິ ສີລາເພັດ ປະທານບໍລິສັດ ສັກສິດ ທີ່ປຶກສາ ແລະ ການຄ້າ ຈຳກັດຜູ້ດຽວ ກ່າວວ່າ: ໂຄງການດັ່ງກ່າວນີ້ ເປັນໂຄງການໜຶ່ງທີ່ສຳຄັນ ທີ່ຈະຊ່ວຍພັດທະນາພື້ນຖານໂຄງລ່າງ ຂອງ ສປປ ລາວ ໃນການຫຼຸດຜ່ອນ ແລະ ບໍ່ນຳເຂົ້າລະບົບເພິ່ງພາພະລັງງານນ້ຳມັນຈາກຕ່າງປະເທດ ຫຼັກໆກໍຄືພະລັງງານນ້ຳມັນເຊື້ອໄຟທີ່ໃນປັດຈຸບັນມີການຂາດແຄນໜັກຫຼາຍສົມຄວນ ເຊິ່ງການນຳເຂົ້ານ້ຳມັນເຊື້ອໄຟທັງໝົດແມ່ນນຳເຂົ້າມາຈາກຕ່າງປະເທດ 100% ໂຄງການພະລັງງານຊີວະພາບຂອງພວກເຮົາ ແມ່ນໄດ້ພະລັງງານມາຈາກທຳມະຊາດ 2 ແຫຼ່ງຄື: ພະລັງງານຈາກການເຜົາໄໝ້ ແລະ ພະລັງງານຈາກການໝັກດອງ (ທາດເຫຼົ້າ) ໂດຍການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າຊ່ວຍໃນການຜະລິດ ເຊິ່ງນໍ້າມັນທີ່ຜະລິດໄດ້ນັ້ນ ຈະມີຄຸນະພາບສູງກວ່ານ້ຳມັນແອັດຊັງທຳມະດາທົ່ວໄປ.

ພາຍຫຼັງທີ່ເຊັນບົດບັນທຶກນີ້ແລ້ວ ພວກເຮົາຈະໃຊ້ເວລາປະມານ 3 ເດືອນ ໃນການສຶກສາໂຄງການ ເຊິ່ງຂໍ້ມູນ ແລະ ລາຍລະອຽດຕ່າງໆນັ້ນແມ່ນກໍມີຄົບແລ້ວ ເພື່ອໃຫ້ມັນສອດຄ່ອງກັບນະໂຍບາຍຂອງການລົງທຶນ ພວກເຮົາກໍຈະໃຊ້ເວລາໃນສຶກສາໂຄງການນີ້ກ່ອນ ໃນກຳນົດເວລາ 3 ເດືອນ ເຊິ່ງພວກເຮົາມີຄູ່ຮ່ວມງານທີ່ດີຄື: ບໍລິດສັດລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ທີ່ມີກຳລັງແຮງດ້ານການຕະຫຼາດ ມີສາງເກັບນ້ຳມັນຢູ່ແລ້ວ ພຽງເພີ່ມເຕັກໂນໂລຊີ ເຄື່ອງຈັກ ແລະ ວັດຖຸມາປະກອບເຂົ້າກັນ ກໍຈະເຮັດໃຫ້ການຜະລິດນ້ຳມັນໄວຂຶ້ນກວ່າເກົ່າ ສຳລັບມູນຄ່າການລົງທຶນໃນເບື້ອງຕົ້ນ ປະມານ 15 ລ້ານໂດລາສະຫະລັດ ສ່ວນກຳລັງການຜະລິດແມ່ນ 1 ລ້ານລິດຕໍ່ມື້ ແລະ ໃນໜຶ່ງເດືອນ ຈະສາມາດຜະລິດນ້ຳມັນພຽງແຕ່ 25 ວັນ ສະເລ່ຍແມ່ນຜະລິດໄດ້ 25 ລ້ານລິດຕໍ່ເດືອນ. ໂຮງງານຜະລິດນ້ຳມັນໃນເບື້ອງຕົ້ນ ແມ່ນຈະເອົາສາງເກັບນ້ຳມັນທີ່ບໍ່ໄດ້ໃຊ້ຢູ່ເຂດ ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ເປັນບ່ອນຜະລິດກ່ອນ ໂດຍຈະຜະລິດໄວທີ່ສຸດແມ່ນນ້ຳມັນແອັດຊັງ ເຊິ່ງວັດຖຸດິບແມ່ນຈະນຳເຂົ້າມາຈາກຕ່າງປະເທດທັງໝົດ ໂດຍສະເພາະແມ່ນເຫຼົ້າແອັດຕໍນໍ ທີ່ຜະລິດມາຈາກມັນຕົ້ນ ແລະ ອ້ອຍ ຄາດວ່າໃນປີ 2023 ທົ່ວປະເທດຈະໄດ້ນຳໃຊ້ນ້ຳມັນແອັດຊັງຄຸນະພາບສູງ ທີ່ຜະລິດຈາກພະລັງງານຊີວະພາບ ຢູ່ໃນ ລາວ.

ທີ່ມາ: ວຽງຈັນໃໝ່

Travel to Central America, South America, Africa and China can mean a one year deferral due to high concentrations of certain diseases, including malaria. The straight-line distance between Perryville and San Antonio was about nm 1, km. Description About ford fiesta fuse location diagram Not Available Download ford fiesta fuse location diagram. I'd introduced John to backwards music on 'Rain' when I took his voice and turned it 'round when he was out on a coffee break. One thing to be aware of is that this laptop is a fairly hefty beast, with the basic inch model weighing 3. These frames are either displayed using the Interlaced Scan method or the Progressive Scan method. Tree identification was conducted in the field and in herbaria. Our students come from all over the metro to be a part of the RCHS family. So, the imagination of the alentejanos had to create incredible flavours with the ingredients the soil provided them at every season of the year. The outpouring of support, understanding, and action from this community is incredible. Richard bludgeons Maxine to death with the crowbar, taking steps to ensure the crime scene looks like that of a failed burglary. This solution gives easier access to the wardrobe contents. Gulfstream stated that the G has the lowest cabin altitude in any jet, likely because of its pressurization. A six-week long summer apprenticeship that culminates in the performance of a classic Shakespearean play with a modern hip-hop twist. Overflow occurs when a field value exceeds its range and, as a result, the next larger field is incremented or decremented and the field value is adjusted back into its range. Think about additional features you might want in a case. Here we have spent our summers childhood and want to say that it is the perfect place for those who want to get away from town and out in the archipelago, yet close to very close. If you then call the target mobile, you will be added to the live call.
error: Content is protected !!