ປີ 2022 ນີ້ ການເກັບລາຍຮັບງວດ 1 ຂອງສ່ວຍສາອາກອນ ແຂວງຫຼວງພະບາງ ບໍ່ບັນລຸຕາມແຜນວາງໄວ້ ສ່ວຍສາອາກອນປະຈໍາແຂວງຫຼວງພະບາງ ແມ່ນຂະແໜງສາຍຕັ້ງທີ່ຂຶ້ນກັບກົມສ່ວຍສາອາກອນໂດຍກົງ ເຮັດໜ້າທີ່ໃນການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ, ລາຍຮັບທີ່ດິນ, ຄ່າທໍານຽມຕ່າງໆ ແລະ ຄ່າບໍລິການຈາກບັນດາຂະແໜງການລັດບໍລິຫານເຂົ້າງົບປະມານແຫ່ງລັດຕາມກົດໝາຍ ແລະ ລະບຽບການກໍານົດ. ອີງໃສ່ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນງວດ 1 ແລະ ທິດທາງແຜນການງວດ 2 ປີ 2022
ບ້ານເມືອງ
ຮ່ວມສົ່ງເສີມ ການເຂົ້າເຖິງການສຶກສາກ່ອນໄວຮຽນ ໃນໄລຍະພັກແລ້ງ ຢູ່ເມືອງ ຜາອຸດົມ
ວັນທີ 4 ພຶດສະພາ 2022 ຢູ່ນະຄອນຫລວງ ວຽງຈັນ, ອົງການແພລນສາກົນ ປະຈຳ ສປປ ລາວ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ, ກົມຮ່ວມມືກັບຕ່າງປະເທດ, ພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ “ໂຄງການສົ່ງເສີມການເຂົ້າເຖິງ ການສຶກສາ ກ່ອນໄວຮຽນ ໂດຍຜ່ານຫລັກສູດກຽມຄວາມພ້ອມ
ທ່ານຮອງນາຍົກລັດຖະມົນຕີ ຊຸກຍູ້ວຽກງານຢູ່ ແຂວງ ວຽງຈັນ
ໃນວັນທີ 3-4 ພຶດສະພາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ແຂວງ ວຽງຈັນ, ໂດຍມີ ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍ ຄະນະນຳຂອງແຂວງ, ເມືອງ, ພະແນກການ
ອັບເດດ ຕົວເລກ ຜູ້ຕິດເຊື້ອໃໝ່ ປະຈຳວັນທີ 5 ພຶດສະພາ 2022
5 ພຶດສະພາ 2022 ກວດພົບຜູ້ຕິດເຊື້ອໃໝ່ທັງໝົດ 230 ຄົນ, ໃນນັ້ນຕິດເຊື້ອ ພາຍໃນ 210 ຄົນ ແລະ ຕິດເຊື້ອ ນຳເຂົ້າ 20 ຄົນ ເຊິ່ງລາຍລະອຽດມີດັ່ງນີ້: ແຂວງທີ່ຕິດເຊື້ອ ພາຍໃນ ນຳເຂົ້າ ນະຄອນຫຼວງວຽງຈັນ 128 1 ສະຫວັນນະເຂດ 5
ລະວັງ! ຝົນຕົກ ຟ້າຮ້ອງ-ຟ້າເຫຼື້ອມ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ລະຫວ່າງວັນທີ 6-8 ພຶດສະພາ ນີ້
ກົມອຸຕຸນິຍົມແລະອຸທົກກະສາດ ຄາດຄະເນສະພາບອາກາດໃນອາທິດນີ້ ໂດຍມີຄໍາເຕືອນເຝົ້າລະວັງໃຫ້ສະພາບຝົນຕົກຟ້າຮ້ອງ -ຟ້າເຫຼື້ອມ ໃນໄລຍະ ວັນທີ 06 ຫາ 08 ພຶດສະພາ 2022 ເນື່ອງຈາກສອງກະແສລົມ ລົມຕາເວັນຕົກ ແລະ ລົມເວັນຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ມອບຫລຽນລາງວັນ ອັນດັບທີ 3 ໃຫ້ນັກກິລາບານເຕະຊາຍ ຢູ 23 ທີມຊາດລາວ
ວັນທີ 3 ພຶດສະພາ 2022 ທີ່ສະຫະພັນບານເຕະແຫ່ງຊາດລາວ, ນະຄອນຫລວງ ວຽງຈັນ ໄດ້ຈັດພິທີມອບຫລຽນລາງວັນ ອັນດັບທີ 3 ໃຫ້ນັກກິລາບານເຕະຊາຍ ລຸ້ນອາຍຸ 23 ປີ ຫລື ຢູ 23 ທີມຊາດລາວ ທີ່ໄດ້ອັນດັບ 3 ຮ່ວມໃນການແຂ່ງ ຂັນບານເຕະຊີງແຊ້ມ ອາຊຽນ ລຸ້ນອາຍຸ
ສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແຕ່ເທດສະບານເມືອງ ຫົວເມືອງ, ແຂວງ ຫົວພັນ ຫາຊາຍແດນລາວ-ຫວຽດນາມ
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແລວທາງຕັດໃໝ່ ແຕ່ເທສະບານ ເມືອງ ຫົວເມືອງ, ແຂວງ ຫົວພັນ ຫາຊາຍແດນ ລາວ-ຫວຽດນາມ (ດ່ານສາກົນນ້ຳໂສ້ຍ) ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດ ດາວຈະເລີນ ກໍ່ສ້າງສ້ອມແປງຂົວ-ທາງ ແລະ
ບັນຫານໍ້າມັນຂາດປໍ້າຢູ່ ສະຫວັນນະເຂດ ມາຈາກຫລາຍສາເຫດ
ເມື່ອບໍ່ດົນມານີ້, ທ່ານ ໂພສີສ້ອຍ ກຸທິລາດ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງສະຫວັນນະເຂດ ໃຫ້ສຳພາດຕໍ່ຜູ້ສື່ຂ່າວ ກ່ຽວກັບບັນຫາລາຄາສູງຂຶ້ນ ແລະ ບາງປໍ້າ ແມ່ນຂາດນໍ້າມັນ ເຊິ່ງບັນຫາດັ່ງກ່າວແມ່ນເກີດຈາກຫລາຍສາເຫດ ເນື່ອງຈາກ ບັນຫາຄວາມຂັດແຍ່ງ ຂອງປະເທດທີ່ຜະລິດນໍ້າມັນລາຍໃຫຍ່ ທີ່ສົ່ງອອກທົ່ວໂລກຜະລິດໜ້ອຍລົງ ເຮັດໃຫ້ລາຄານໍ້າມັນດິບ ໃນຕະຫລາດໂລກມີລາຄາສູງຂຶ້ນຢ່າງຕໍ່ເນື່ອງ ເຊິ່ງເຮັດໃຫ້ປະເທດທີ່ນໍາເຂົ້ານໍ້າມັນ ໄດ້ຮັບຜົນກະທົບ. ພ້ອມນີ້, ອັດຕາຄ່າແລກປ່ຽນເງິນຕາເໜັງຕີງ
ບັນດາປະເທດ ອາຊຽນ ຜ່ອນຜັນມາດຕະການເຂົ້າປະເທດໂດຍບໍ່ຕ້ອງກັກຕົວ ແລະ ບໍ່ກວດເຊື້ອ ໂຄວິດ
ຕາມການຖະແຫລງຂ່າວປະຈຳ ວັນທີ 4 ພຶດສະພາ 2022 ນີ້, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນນີ້, ບັນດາປະເທດ ອາຊຽນ ກໍເລີມມີການຜ່ອນຜັນບາງມາດຕະການ ເປັນ ຕົ້ນ ອະນຸຍາດບໍ່ໃສ່ຜ້າອັດປາກ-ດັງ ໃນສະຖານທີ່ສາທາລະນະ/ກາງແຈ້ງ ແຕ່ຍັງຮຽກຮ້ອງໃຫ້ທຸກຄົນໃສ່ຜ້າອັດປາກ-ດັງ ເວລາໄປໃນເຂດ ຫລື
ປະທານສະພາແຫ່ງຊາດ ເນັ້ນໃຫ້ເຊກອງເອົາໃຈໃສ່ໃນການປະຕິບັດວຽກງານບາງບັນຫາທີ່ສຳຄັນ
ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ເຊກອງ ໃນວັນທີ 4 ພຶດສະພາ 2022 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ຄະນະພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ອົງການປົກຄອງ ແຂວງ ເຊກອງ ເອົາໃຈໃສ່ການປະຕິບັດວຽກງານບາງບັນຫາທີ່ສຳຄັນ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ










