ບຸນປີໃໝ່ລາວ ນະຄອນຫຼວງ ວຽງຈັນ ມີຜູ້ເສຍຊີວິດຈາກອຸບັດຕິເຫດ 7 ຄົນ

ອີງຕາມການລາຍງານຂອງເຈົ້າໜ້າທີ່ ພະແນກຕຳຫລວດຈະລາຈອນ ນະຄອນຫລວງ ວຽງຈັນ ໃນວັນທີ 17 ເມສາ 2022 ວ່າ: ໃນລະຫວ່າງວັນທີ 14-16 ເມສາ 2022 ຂອງບຸນປີໃໝ່ລາວ ພ.ສ 2565 ທົ່ວນະຄອນຫລວງ ວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 23 ກໍລະນີ ໃນນີ້ ມີຄົນເສຍຊີວິດຈຳນວນ 7 ຄົນ ຍິງ 2 ຄົນ ທຽບໃສ່ປີທີ່ຜ່ານມາ ການເກີດອຸບັດເຫດແມ່ນເພີ່ມຂຶ້ນ 5 ກໍລະນີ ແຕ່ຄົນເສຍຊີວິດແມ່ນຫລຸດລົງ 1 ຄົນ.

ຜົນເສຍຫາຍມີພາຫະນະເປ່ເພເລັກໜ້ອຍ 16 ຄັນ, ສົມ ຄວນ 24 ຄັນ ໃຊ້ການບໍ່ໄດ້ 2 ຄັນ ມີຄົນໄດ້ ຮັບບາດເຈັບເລັກໜ້ອຍ 8 ຄົນ ສົມຄວນ 15 ຄົນ ສາຫັດ 6 ຄົນ. ສຳລັບເມືອງທີ່ເກີດອຸບັດເຫດ ມີເມືອງ ຈັນທະບູລີ, ໄຊທານີ, ເມືອງລະ 5 ລາຍ, ສີໂຄດຕະບອງ ໄຊເສດຖາ ເມືອງລະ 4 ລາຍ, ສີສັດຕະນາກ, ປາກງື່ມ ເມືອງລະ 2 ລາຍ ແລະ ຫາດຊາຍຟອງ 1 ລາຍ.

ສາເຫດຫລັກທີ່ພາໃຫ້ເກີດອຸບັດເຫດໃນແຕ່ລະຄັ້ງທີ່ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດນັ້ນ ຍ້ອນຜູ້ຂັບຂີ່ລົດລະເມີດກົດລະບຽບການສັນຈອນ ຂັບຂີ່ໃນຂະນະທີ່ມຶນເມົາ,​ ຂັບຂີ່ບໍ່ໃສ່ໝວກກັນກະທົບ, ຂັບຂີ່ໄວເກີນກຳນົດ,​ ປ່ຽນທິດທາງເດີນ, ແຊງບໍ່ຮັບປະກັນ, ບໍ່ປ່ອຍສິດເວລາອອກສູ່ທາງໃຫຍ່, ລ່ວງໄຟແດງ, ລ່ວງປ້າຍຫ້າມ, ຈອດລົດຊະຊາຍ, ຂັບຂີ່ລົດເປັນພຶ່ງເປັນແພ ແລະ ອື່ນໆ.

error: Content is protected !!