ລະວັງ! ຝົນຕົກ ຟ້າຮ້ອງ-ຟ້າເຫຼື້ອມ​ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ລະຫວ່າງວັນທີ​ 6-8 ພຶດສະພາ​ ນີ້​

ກົມອຸຕຸ​ນິຍົມ​ແລະ​ອຸທົກກະສາດ​ ຄາດຄະເນສະພາບອາກາດໃນອາທິດນີ້ ໂດຍມີຄໍາເຕືອນເຝົ້າລະວັງໃຫ້ສະພາບຝົນຕົກຟ້າຮ້ອງ -ຟ້າເຫຼື້ອມ ໃນໄລຍະ ວັນທີ 06 ຫາ 08 ພຶດສະພາ 2022 ເນື່ອງຈາກສອງກະແສລົມ ລົມຕາເວັນຕົກ ແລະ ລົມເວັນຕາເວັນອອກສ່ຽງໃຕ້ພັດປົກຄຸມ, ຊື່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ຟ້າຮ້ອງ – ຟ້າເຫຼື້ອມ ແລະ ຟ້າຜ່າ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ປ້າຍໂຄສະນາ ຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ.

error: Content is protected !!