ຟໍຈູນເນີ ຕໍາທ້າຍລົດພ່ວງ ທີ່ທ່າແຂກ ເສຍຊີວິດຄາທີ່ 2 ຄົນ

ກູ້ໄພແຂວງ ຄໍາມ່ວນ ແຈ້ງໃຫ້ຮູ້ວ່າ “ໃນວັນທີ 9 ມິຖຸນາ 2022 ເວລາ 00:40 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ ເຫດລົດໃຫຍ່ຕຳທ້າຍລົດພ່ວງ ຢູ່ບ້ານ ເສັ້ນທາງບ້ານ ນາຫຍ້າຫວາຍ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ທີມງານໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ ເສຍຊີວິດ ຕິດພາຍໃນ 2 ຄົນ ເພດຊາຍ  ( ຜູ້ໂດຍສານ )”. ຜູ້ທີ 1 ກະທົບຫົວ ໜ້າມຸ່ນ ບາດແຜຈີກໃຫຍ່ ແລະ ຜູ້ທີ 2 ກະທົບໜ້າ ບາດແຜຈີກໃຫຍ່. ທາງກູ້ໄພຈຶ່ງໄດ້ນຳສົ່ງຜູ້ກ່ຽວໄປຍັງໂຮງເຢັນແຂວງ ຄຳມ່ວນ.

ອ່ານເພີ່ມ...

ຈັບແກ້ງຄ້າຂາຍຢາເສບຕິດ ຢຶດຢາບ້າໄດ້ຈໍານວນ 21,446 ເມັດ

ໃນວັນທີ 8 ມີຖຸນາ 2022 ນີ້, ເຈົ້າ ໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ໄດ້ລາຍງານຕໍ່ຜູ້ສື່ຂ່າວຂອງພວກເຮົາວ່າ: ໃນວັນທີ 1 ມິຖຸນາ 2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ- ຕ້ານຢາເສບຕິດ ປກສ ນະຄອນໄກສອນ ໄດ້ອອກເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ໃນຂອບເຂດ ນະຄອນ ໄກສອນພົມວິຫານ

ອ່ານເພີ່ມ...

ຈັບຜູ້ກະທຳຜິດໄດ້ 13 ຄົນ ທີ່ຄາດຕະກໍາ 2 ສົບຝັງດິນ ໃນປ່າເຂດ ບ້ານ ໃໝ່ 

ເຫດການຄະດີຄາດຕະກໍາ 2 ສົບ ແລ້ວຝັງດິນຢູ່ປ່າແຄມທາງ ເຂດ ບ້ານໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ທີ່ປະຊາຊົນໄປຫາໜໍ່ໄມ້ແລ້ວພົບເຫັນ ແມ່ນເຫດການລັກພາຕົວຮຽກຄ່າໄຖ່. ປັດຈຸບັນ, ເຈົ້າໜ້າທີ່ສາມາດຕິດຕາມຈັບໄດ້ 13 ຄົນ ຍິງ 1 ຄົນ ທີ່ຮ່ວມກັນກໍ່ເຫດ. ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ

ອ່ານເພີ່ມ...

ຖ້າຫາກພົບເຫັນປໍ້າໃດທີ່ໄດ້ຂາຍນໍ້າມັນເຊື້ອໄຟເກີນລາຄາ ໂທແຈ້ງເບີສາຍດ່ວນ 1510

ຫ້າມຜູ້ປະກອບການປໍ້ານໍ້າມັນເຊື້ອໄຟທົ່ວປະເທດ ສວຍໃຊ້ໂອກາດຂາຍນໍ້າມັນເກີນລາຄາທີ່ລັດກຳນົດ ຖ້າຫາກພົບເຫັນປໍ້າໃດທີ່ໄດ້ຂາຍນໍ້າມັນເຊື້ອໄຟເກີນລາຄາ ໂທແຈ້ງເບີສາຍດ່ວນ 1510

ອ່ານເພີ່ມ...

ອົງການໂກຟີ ມອບອາຄານວິເຄາະກວດ ໂຄວິດ-19 ຫລັງໃໝ່ໃຫ້ໂຮງໝໍ ແຂວງ ຄໍາມ່ວນ

ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີມອບ-ຮັບຕຶກວິເຄາະກວດ ໂຄວິດ-19 ລະຫວ່າງ ອົງການໂກຟີ (KOFIH) ຫລື ມູນນິທິເກົາຫຫລີ ເພື່ອຮັກສາສຸຂະພາບສາກົນກັບແຂວງ ຄໍາມ່ວນ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານ

ອ່ານເພີ່ມ...

ໄຟໄໝ້ເຮືອນເສຍຫາຍໜັກ ເຂດບ້ານ ໂພນທັນ

ເວລາປະມານ 01:40 ວັນທີ 8 ມິຖຸນາ 2022 ໄດ້ເກີດເຫດ ໄຟໄໝ້ ເຮືອນປະຊາຊົນ ເຂດບ້ານ ໂພນທັນ ,ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ. ຄົນໃນຄອບຄົວຜູ້ເຄາະຮ້າຍໃນຄັ້ງນີ້ແມ່ນປອດໄພ, ແຕ່ສະພາບເຮືອນແມ່ນຖືກໄຟໄໝ້ເສຍຫາຍ. (ເບິ່ງຄລິບ https://fb.watch/dvU6ANDfGN/). ສ່ວນສາເຫດ ແລະ ມູນຄ່າການເສຍຫາຍ ຍັງບໍ່ທັນຮູ້, ເຈົ້າໜ້າທີ່ຈະສືບສວນຕໍ່ໄປ.

ອ່ານເພີ່ມ...

ກຳປູເຈຍ ປະກາດເປັນປະເທດ ປອດເຊື້ອພະຍາດ ໂຄວິດ-19

ອີງຕາມການລາຍງານຂ່າວຈາກ https://mgronline.com/uptodate/detail/9650000054214 ວັນ​ທີ 7 ​ມິຖຸນາ ​ນີ້, ກຳປູ​ເຈຍ ກາຍເປັນ​ປະ​ເທດປອດ​ເຊື້ອ​ພະຍາດ ​ໂຄ​ວິດ-19​ ແລ້ວ ຫລັງ​ຈາກຜູ້​ຕິດ​ເຊື້ອຄົນ​ສຸດ​ທ້າຍ ​ໄດ້​ຮັບ​ການປິ່ນປົວ​ດີ​ແລ້ວ ​ແລະ ບໍ່​ມີ​ລາຍ​ງານພົບ​ຜູ້​ຕິດ​ເຊື້ອ ​ໂຄ​ວິດ-19 ລາຍ​ໃໝ່ຕິດ​ຕໍ່​ກັນ 31ວັນ ​ໂດຍ​ມີ​ຜູ້​ຕິດ​ເຊື້ອສະ​ສົມ 136,262 ຄົນ, ປິ່ນປົວ​ຫາຍດີ​ແລ້ວ 133,206 ຄົນ ​ແລະ

ອ່ານເພີ່ມ...

ທາງລົດໄຟ ລາວ-ຈີນ ເປີດດຳເນີນການຄົບຮອບເຄິ່ງປີແລ້ວ

ທາງລົດໄຟ ລາວ-ຈີນ ໄດ້ເປີດດຳເນີນການມາເປັນເວລາຄົບຮອບເຄິ່ງປີແລ້ວ. ຕາມລາຍງານໄດ້ໃຫ້ຮູ້ວ່າ, ມາຮອດວັນທີ 2 ມິຖຸນາ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟ ລາວ-ຈີນ ໄດ້ມີທ່າອ່ຽງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ບໍ່ວ່າຈະເປັນທາງດ້ານປະລິມານ ຫຼື ຄຸນນະພາບ, ພ້ອມດຽວກັນນິ້ນ, ບົດບາດທາງດ້ານການຂົນສົ່ງສິນຄ້າສາກົນຂອງລົດໄຟລາວ-ຈີນ ກໍນັບມື້ນັບພົ້ນເດັ່ນຂຶ້ນ. ມາຮອດປະຈູບັນ, ໄດ້ມີການຂົນສົ່ງຜູ້ໂດຍສານທັງໝົດມີ 410,000 ຄົນ ແລະ ການຂົນສົ່ງສິນຄ້າຂ້າມແດນປະມານ

ອ່ານເພີ່ມ...

ອາທິດນີ້ ອຸຕຸເຕືອນ! ເຝົ້າລະວັງຝົນຕົກໜັກ, ຟ້າຮ້ອງ-ຟ້າເຫຼື້ອມ, ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດປະຈຳອາທິດ 6 ຫາ 12 ມິຖຸນາ 2022 ເຊິ່ງຄໍາເຕືອນໃຫ້ເຝົ້າລະວັງສະພາບຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນ ໃນໄລຍະວັນທີ 6 ຫາ 12 ມິຖຸນານີ້ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງ ຂອງປະເທດ ລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ

ອ່ານເພີ່ມ...

ຜູ້ຕິດເຊື້ອພະຍາດໝາກສຸກລີງ ມີທ່າອ່ຽງເພີ່ມສູງຂຶ້ນ

ວັນ​ທີ6​ມິຖຸນາ​ນີ້,ອົງການ ​ອະນາ​ໄມ​ໂລກ ​ເປີດ​ເຜີຍ​ວ່າ: ກວດ​ພົບ ​ຜູ້​ຕິດ​ເຊື້ອ​ ພະຍາດ ໝາກສຸກ​ລີງ ​ໃນ​ປະ​ເທດນອກ ​ອາ​ຟຣິກາ ທັງ​ໝົດ 780ຄົນ ​ເພີ່ມ​ຂຶ້ນ 3​ເທົ່າ ​ແລະ ມີ​ທ່າ​ອ່ຽງ​ ເພີ່ມ​ສູງ​ຂຶ້ນ​ ​ຈາກ​ການ ແພ່​ລະບາດ ​ໃນ27​ປະ​ເທດ ທີ່​ພົບ​ ການລະບາດ ​ໄດ້​ຍາກ​ ເປັນ​ເວ​ລາ 3ອາທິດ

ອ່ານເພີ່ມ...
error: Content is protected !!