ອົງການພັດທະນາສາກົນ ອາເມຣິກາ ຊຸກຍູ້ການສຶກສາ ແລະ ສົ່ງເສີມທຸລະກິດຂະໜາດນ້ອຍ-ກາງ ຢູ່ ລາວ

ໄລຍະຜ່ານມາ ອົງການພັດທະນາສາກົນ ສະຫະລັດອາເມຣິກາ ຫລື USAID ໄດ້ຮ່ວມມື ແລະ ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ໃນຫລາຍດ້ານເປັນຕົ້ນ ດ້ານການສຶກສາ, ສາທາລະນະສຸກ ແລະ ຂົງເຂດອື່ນໆ ພ້ອມທັງ ມອບການຊ່ວຍເຫລືອ ມູນຄ່າ 3 ລ້ານ ໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນການຟື້ນຟູ ແລະ ສົ່ງເສີມທຸລະກິດ ຂະໜາດນ້ອຍ-ຂະໜາດກາງ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ໃຫ້ມີຄວາມເຂັ້ມແຂງ, ພ້ອມນັ້ນ, ຍັງໄດ້ມອບປື້ມແບບຮຽນ ຫລາຍກ່ວາ 1 ແສນຫົວ ແລະ ທຶນຊ່ວຍເຫລືອການສຶກສາ 2.6 ລ້ານໂດລາສະຫະລັດ ໃນໂຄງການຮ່ວມມື ສະກັດກັ້ນຜົນກະທົບຈາກການລະບາດ ຂອງ ພະຍາດ ໂຄວິດ-19 ຕໍ່ກັບການສຶກສາໃນ ລາວ ໂດຍ ຜ່ານການສົ່ງເສີມ ການຮຽນຮ່ວມຢ່າງມີປະສິດທິຜົນ.

ທ່ານ ໄມເຄີນ ຣອນນິງ ຜູ້ຕາງໜ້າ ອົງການພັດທະນາສາກົນ ສະຫະລັດອາເມຣິກາ ປະຈໍາລາວ ລາຍງານໃຫ້ຮູ້ໃນພິທີຖະແຫລງຂ່າວ ກ່ຽວກັບການຊ່ວຍເຫລືອຂອງ ອົງການ USAID ໃນວັນທີ 13 ພຶດສະພາ ຜ່ານມາວ່າ: ການລະບາດຂອງພະຍາດໂຄວິດ-19 ໄດ້ຈໍາກັດການເຂົ້າເຖິງການຮຽນຮ່ວມ ທີ່ມີປະສິດທິຜົນ ສະນັ້ນ ອົງການ USAID ຈຶ່ງມີແຜນຈະພັດທະນາປ່ຽນຮູບແບບປຶ້ມແບບຮຽນ ຈາກຮູບແບບເຈ້ຍ ເປັນຮູບແບບ ເອເລັກໂຕຣນິກ ເພື່ອເປີດໂອກາດໃຫ້ເດັກນ້ອຍ ແລະ ຜູ້ປົກຄອງ ໄດ້ເຂົ້າເຖິງປື້ມແບບຮຽນໃຫ້ສະດວກຂຶ້ນ, ທັງນີ້ ກໍເພື່ອຫລຸດຊ່ອງຫວ່າງໃນການເຂົ້າເຖິງການສຶກສາ.

ທ່ານນາງ ໄອໂຊເບວ ໂຄລແມນ ຮອງຜູ້ບໍລິຫານ ດ້ານນະໂຍບາຍ ແລະ ແຜນໂຄງການ ອົງການພັດທະນາສາກົນ ສະຫະລັດອາເມຣິກາ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງ ລັດຖະບານ ສປປ ລາວ ໃນການຈັດລະບົບປ້ອງກັນ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ທີ່ມີປະສິດທິຜົນ, ລວມເຖິງ ອັດຕາປົກຄຸມການສັກວັກຊິນກວມຈໍານວນຫລາຍ ຈົນສາມາດສະກັດກັ້ນການລະບາດຂອງ ພະຍາດດັ່ງກ່າວ ແລະ ກ້າວສູ່ ຄວາມພ້ອມຂອງການເປີດປະເທດເຕັມຮູບແບບ ເຊິ່ງເປັນໂອ ກາດທີ່ຈະຊ່ວຍກະຕຸ້ນເສດຖະກິດ ໂດຍສະເພາະ ຂະແໜງການທ່ອງທ່ຽວ ແລະ ການບໍລິການ ແລະ ຂົງເຂດອື່ນໆ ພາຍໃຕ້ກອບການຮ່ວມມືພັດທະນາແບບກວມລວມ ລະ ຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາ.
ຂໍ້ມູນຂ່າວ: ທະນູທອງ

error: Content is protected !!