ປກສ ແຂວງ ບໍ່ແກ້ວ ຢຶດຢາເສບຕິດປະເພດຢາບ້າໄດ້ ຈໍານວນ 12,000,000 ເມັດ

ໃນວັນທີ 4 ມີຖຸນາ 2022 ນີ້, ປກສ ແຂວງ ບໍ່ແກ້ວ ຢຶດຢາເສບຕິດປະເພດຢາບ້າໄດ້ 60 ເປົາ ມີ 6000 ມັດ ມີຈໍານວນ 12,000,000 ເມັດ, ຈັບຕົວຜູ້ຖືກຫາໄດ້ 2 ຄົນ, ຢຶດລົດໃຫຍ່ 2 ຄັນ, ສວນລາຍລະອຽດເຈົ້າໜ້າທີ່ຈະຖະແຫຼງຕາມທີ່ຫຼັງ

ອ່ານເພີ່ມ...

ລັດຖະບານ ຍີ່ປຸ່ນ ມອບລົດຮັບ-ສົ່ງຄົນເຈັບ 74 ຄັນໃຫ້  ລາວ

ຕອນ ຕອນເຊົ້າວັນທີ 6 ມິຖຸນາ 2022 ນີ້ ທີ່ກະຊວງສາທາລະນະສຸກ ລັດຖະບານ ຍີ່ປຸ່ນ ມອບລົດອຳບູລັງ ຫລື ລົດຮັບສົ່ງຄົນເຈັບຈຳນວນ 74 ຄັນ ພ້ອມດ້ວຍອຸປະກອນການແພດຊ່ວຍເຫລືອສຸກເສີນ ໃຫ້ລັດຖະບານ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ແລະຕອບໂຕ້ພະຍາດ ໂຄວິດ 19 ຕາງຫນ້າກ່າວຮັບໂດຍ ດຣ

ອ່ານເພີ່ມ...

ເຈົ້າໜ້າທີ່ພາສີປະຈຳ ແຂວງ ບໍລິຄຳໄຊ ຢຶດໄມ້ເຖື່ອນໄດ້ 2.37 ແມັດກ້ອນ

ເຈົ້າໜ້າທີ່ພາສີ ປະຈໍາ ແຂວງບໍລິຄໍາໄຊ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ທີ່ຖືກມອບໝາຍຢ່າງເຂັ້ມງວດ ແລະ ສາມາດຢຶດໄດ້ໄມ້ເຖື່ອນຫລາຍປະເພດ (ໄມ້ໜູນ, ໄມ້ຄຳພີ, ໄມ້ດູ່, ໄມ້ແຕ້ຂ່າ) ລວມທັງໝົດ 68 ໂຕ ເທົ່າກັບ 2.37 ແມັດກ້ອນ. ຕາມການໃຫ້ສຳພາດຂອງ ທ່ານ ບຸນຈັນ ຈອມມະນີ ຮອງຫົວໜ້າພາສີປະຈຳແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ໃນທ້າຍເດືອນພຶດສະພາ

ອ່ານເພີ່ມ...

ທາງດ່ວນ ນະຄອນຫຼວງ ວຽງຈັນ-ວັງວຽງ ຍັງເປີດໃຫ້ບໍລິການປົກກະຕິ

ຊີ້ແຈງ ! ຕອນສວາຍຂອງ ວັນທີ 5 ມິຖຸນາ 2022 ທາງອອກປາກອຸໂມງມິດຕະພາບ ລາວ-ຈີນ ທິດທາງນະຄອນຫຼວງ ວຽງຈັນ ຫາ ວັງວຽງ, ມີເຫດການຍິງປືນເກີດຂຶ້ນໂດຍທີ່ບໍ່ຊາບສາເຫດ, ສາເຫດ, ຈຸດປະສົງ ແລະ ແຮງຈູງໃຈ ຂອງເຫດການຄັ້ງນີ້ທາງເຈົ້າໜ້າທີ່ຕຳຫຼວດກຳລັງສຶບສວນ. ພາຍຫລັງໄດ້ຮັບແຈ້ງເຫດທີມຊ່ວຍເຫຼືອ ກໍ່ເລີ່ມປະຕິບັດແຜນການກ່ຽວກັບການຮັບມືກັບເຫດສຸກເສີນທັນທີ, ພ້ອມທັງດຳເນີນການແຈ້ງເຫດຫາ ປກສ ໂພນໂຮງ

ອ່ານເພີ່ມ...

ເກີດເຫດລັດຍິງ ລົດແລ່ນຜ່ານປາກອຸໂມງ ພູພະ ທາງດ່ວນວຽງຈັນ-ວັງວຽງ 5 ມິຖຸນາ 2022

ຈາກການບອກເລົ່າຂອງພີ່ນ້ອງຄົນເຈັບແມ່ນເວລາປະມານ 12:30 ມີຄົນຮ້າຍປະມານ 2 ຄົນລັດຍິງລົດຢູ່ປາກອຸໂມງເບື້ອງຫີນເຫີບ ຍິງລົດກະບະຟອດ ຜູ້ໂດຍສານຖືກບາດເຈັບສາຫັດ ຕໍ່ມາຍິງລົດຂອງພີ່ນ້ອງເຜົ່າມົ້ງ ເຮັດວຽກຢູ່ສືກສາເມືອງໝື່ນ ເຮັດໃຫ້ສອງພໍ່ລູກໄດ້ຮັບບາດເຈັບເລັກນ້ອຍ.

ອ່ານເພີ່ມ...

ສາວໄປປາຕີ້ ເກີດອາການຊອ໋ກຢາ ແລະ ໝົດສະຕິ

ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ລາຍງານ: ໃນວັນທີ 03 ມິຖຸນາ 2022 ເວລາ:02:43 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີເຫດຄົນຊ໋ອກຢາ ເຂດບ້ານ ດົງຄຳຊ້າງ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ. ເມື່ອລົງໄປກວດສອບເຫດພົບຜູ້ບາດເຈັບ 01 ຄົນເປັນເພດຍິງ ເຊິ່ງມີອາການໝົດສະຕິ ແລະ ຊ໋ອກ.

ອ່ານເພີ່ມ...

ຈະລາຈອນ ນະຄອນຫຼວງ ວຽງຈັນ ເພີ່ມທະວີ ເອົາໃຈໃສ່ລະບາຍການສັນຈອນແອອັດຕາມປໍ້ານໍ້າມັນຕ່າງໆ

ຕາມການລາຍງານຂອງ ປ້ອງກັນຄວາມສະຫງົບ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະສະພາບການສັນຈອນອັ່ງອໍ, ແອອັດ ຕາມປໍ້ານໍ້າມັນຕ່າງໆ ໃນນະຄອນຫຼວງວຽງຈັນ ຕໍາຫຼວດ ຈະລາຈອນ ນະຄອນຫຼວງ ວຽງຈັນ ໄດ້ເອົາໃຈໃສ່ໃນລະບາຍການສັນຈອນຕາມຈຸດຕ່າງໆ ໂດຍສະເພາະ ໃນວັນທີ 1 ມິຖຸນາ 2022 ໄດ້ສຸມໃສ່ບັນດາຈຸດປໍ້າ ໃນນະຄອນຫຼວງວຽງຈັນ ເພື່ອອໍານວຍຄວາມສະດວກ ໃຫ້ຜູ້ໃຊ້ລົດໃຊ້ຖະໜົນ. ຕໍ່ກັບສະພາບການດັ່ງກ່າວ,

ອ່ານເພີ່ມ...

ສ້າງຄວາມເຂັ້ມແຂງການຕິດຕາມກວດກາການດຳເນີນຄະດີຄ້າມະນຸດ ແລະ ຟອກເງິນ

ໃນວັນທີ 2 ມິຖຸນາ ນີ້ ທີ່ຫ້ອງປະຊຸມອົງການໄອຍະການປະຊາຊົນ ແຂວງ ອຸດົມໄຊ, ກົມຕິດຕາມກວດກາການດຳເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ໄດ້ເປີດກອງປະຊຸມສ້າງຄວາມເຂັ້ມແຂງໃນການຕິດຕາມກວດກາການດຳເນີນຄະດີຄ້າມະນຸດ ແລະ ຄະດີຟອກເງິນ ໃຫ້ແກ່ພະນັກງານອົງການໄອຍະການປະຊາຊົນເຂດ, ພະແນກໄອຍະການທະຫານແຂວງ, ອົງການໄອຍະການປະຊາຊົນແຂວງອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງ ບໍ່ແກ້ວ ໂດຍການເປັນປະທານຂອງ ທ່ານ ອ່ອນຈັນ ມະນີວັນ ຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີອາຍາ,

ອ່ານເພີ່ມ...

ຄອບຄົວທີ່ຖືກຜົນກະທົບຈາກນໍ້າຖ້ວມ ແລະ ຄອບຄົວອະນາຖາ ໄດ້ຮັບການຊ່ວຍເຫລືອ

ແຫລ່ງຂ່າວຈາກ ເມືອງ ປາກລາຍ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີມອບເງິນຊ່ວຍເຫລືອໃຫ້ ຄອບຄົວທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມເຮືອນ ແລະ ຜົນຜະລິດຂອງພໍ່ແມ່ປະຊາຊົນ ບ້ານ ປາງຄໍາ ແລະ ບ້ານ ນາກາງ ເມືອງ ປາກລາຍ ຈັດຂຶ້ນໃນວັນທີ 2ມິຖຸນາ 2022 ຢູ່ບ້ານ ປາງຄໍາ ເຊິ່ງມອບໂດຍ ທ່ານ

ອ່ານເພີ່ມ...
error: Content is protected !!