ກູ້ໄພແຂວງ ຄໍາມ່ວນ ແຈ້ງໃຫ້ຮູ້ວ່າ “ໃນວັນທີ 9 ມິຖຸນາ 2022 ເວລາ 00:40 ນາທີ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 020 23451624- 020 55330065 ວ່າມີ ເຫດລົດໃຫຍ່ຕຳທ້າຍລົດພ່ວງ ຢູ່ບ້ານ ເສັ້ນທາງບ້ານ ນາຫຍ້າຫວາຍ, ເມືອງ ທ່າແຂກ, ແຂວງ ຄຳມ່ວນ ທີມງານໄປເຖິງຈຸດເກີດເຫດໄດ້ພົບເຫັນຜູ້ ເສຍຊີວິດ ຕິດພາຍໃນ 2 ຄົນ ເພດຊາຍ ( ຜູ້ໂດຍສານ )”. ຜູ້ທີ 1 ກະທົບຫົວ ໜ້າມຸ່ນ ບາດແຜຈີກໃຫຍ່ ແລະ ຜູ້ທີ 2 ກະທົບໜ້າ ບາດແຜຈີກໃຫຍ່. ທາງກູ້ໄພຈຶ່ງໄດ້ນຳສົ່ງຜູ້ກ່ຽວໄປຍັງໂຮງເຢັນແຂວງ ຄຳມ່ວນ.
ບ້ານເມືອງ
ຈັບແກ້ງຄ້າຂາຍຢາເສບຕິດ ຢຶດຢາບ້າໄດ້ຈໍານວນ 21,446 ເມັດ
ໃນວັນທີ 8 ມີຖຸນາ 2022 ນີ້, ເຈົ້າ ໜ້າທີ່ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ ໄດ້ລາຍງານຕໍ່ຜູ້ສື່ຂ່າວຂອງພວກເຮົາວ່າ: ໃນວັນທີ 1 ມິຖຸນາ 2022 ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ- ຕ້ານຢາເສບຕິດ ປກສ ນະຄອນໄກສອນ ໄດ້ອອກເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຕິດຕາມເປົ້າໝາຍຄ້າ-ຂາຍຢາເສບຕິດ ໃນຂອບເຂດ ນະຄອນ ໄກສອນພົມວິຫານ
ຈັບຜູ້ກະທຳຜິດໄດ້ 13 ຄົນ ທີ່ຄາດຕະກໍາ 2 ສົບຝັງດິນ ໃນປ່າເຂດ ບ້ານ ໃໝ່ 
ເຫດການຄະດີຄາດຕະກໍາ 2 ສົບ ແລ້ວຝັງດິນຢູ່ປ່າແຄມທາງ ເຂດ ບ້ານໃໝ່ ເມືອງ ສີໂຄດຕະບອງ ນະຄອນຫຼວງ ວຽງຈັນ ທີ່ປະຊາຊົນໄປຫາໜໍ່ໄມ້ແລ້ວພົບເຫັນ ແມ່ນເຫດການລັກພາຕົວຮຽກຄ່າໄຖ່. ປັດຈຸບັນ, ເຈົ້າໜ້າທີ່ສາມາດຕິດຕາມຈັບໄດ້ 13 ຄົນ ຍິງ 1 ຄົນ ທີ່ຮ່ວມກັນກໍ່ເຫດ. ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ
ຖ້າຫາກພົບເຫັນປໍ້າໃດທີ່ໄດ້ຂາຍນໍ້າມັນເຊື້ອໄຟເກີນລາຄາ ໂທແຈ້ງເບີສາຍດ່ວນ 1510
ຫ້າມຜູ້ປະກອບການປໍ້ານໍ້າມັນເຊື້ອໄຟທົ່ວປະເທດ ສວຍໃຊ້ໂອກາດຂາຍນໍ້າມັນເກີນລາຄາທີ່ລັດກຳນົດ ຖ້າຫາກພົບເຫັນປໍ້າໃດທີ່ໄດ້ຂາຍນໍ້າມັນເຊື້ອໄຟເກີນລາຄາ ໂທແຈ້ງເບີສາຍດ່ວນ 1510
ອົງການໂກຟີ ມອບອາຄານວິເຄາະກວດ ໂຄວິດ-19 ຫລັງໃໝ່ໃຫ້ໂຮງໝໍ ແຂວງ ຄໍາມ່ວນ
ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີມອບ-ຮັບຕຶກວິເຄາະກວດ ໂຄວິດ-19 ລະຫວ່າງ ອົງການໂກຟີ (KOFIH) ຫລື ມູນນິທິເກົາຫຫລີ ເພື່ອຮັກສາສຸຂະພາບສາກົນກັບແຂວງ ຄໍາມ່ວນ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ, ຜູ້ຊີ້ນໍາວຽກງານ
ໄຟໄໝ້ເຮືອນເສຍຫາຍໜັກ ເຂດບ້ານ ໂພນທັນ
ເວລາປະມານ 01:40 ວັນທີ 8 ມິຖຸນາ 2022 ໄດ້ເກີດເຫດ ໄຟໄໝ້ ເຮືອນປະຊາຊົນ ເຂດບ້ານ ໂພນທັນ ,ເມືອງ ໄຊເສດຖາ, ນະຄອນຫຼວງ ວຽງຈັນ. ຄົນໃນຄອບຄົວຜູ້ເຄາະຮ້າຍໃນຄັ້ງນີ້ແມ່ນປອດໄພ, ແຕ່ສະພາບເຮືອນແມ່ນຖືກໄຟໄໝ້ເສຍຫາຍ. (ເບິ່ງຄລິບ https://fb.watch/dvU6ANDfGN/). ສ່ວນສາເຫດ ແລະ ມູນຄ່າການເສຍຫາຍ ຍັງບໍ່ທັນຮູ້, ເຈົ້າໜ້າທີ່ຈະສືບສວນຕໍ່ໄປ.
ກຳປູເຈຍ ປະກາດເປັນປະເທດ ປອດເຊື້ອພະຍາດ ໂຄວິດ-19
ອີງຕາມການລາຍງານຂ່າວຈາກ https://mgronline.com/uptodate/detail/9650000054214 ວັນທີ 7 ມິຖຸນາ ນີ້, ກຳປູເຈຍ ກາຍເປັນປະເທດປອດເຊື້ອພະຍາດ ໂຄວິດ-19 ແລ້ວ ຫລັງຈາກຜູ້ຕິດເຊື້ອຄົນສຸດທ້າຍ ໄດ້ຮັບການປິ່ນປົວດີແລ້ວ ແລະ ບໍ່ມີລາຍງານພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃໝ່ຕິດຕໍ່ກັນ 31ວັນ ໂດຍມີຜູ້ຕິດເຊື້ອສະສົມ 136,262 ຄົນ, ປິ່ນປົວຫາຍດີແລ້ວ 133,206 ຄົນ ແລະ
ທາງລົດໄຟ ລາວ-ຈີນ ເປີດດຳເນີນການຄົບຮອບເຄິ່ງປີແລ້ວ
ທາງລົດໄຟ ລາວ-ຈີນ ໄດ້ເປີດດຳເນີນການມາເປັນເວລາຄົບຮອບເຄິ່ງປີແລ້ວ. ຕາມລາຍງານໄດ້ໃຫ້ຮູ້ວ່າ, ມາຮອດວັນທີ 2 ມິຖຸນາ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຂອງທາງລົດໄຟ ລາວ-ຈີນ ໄດ້ມີທ່າອ່ຽງເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ບໍ່ວ່າຈະເປັນທາງດ້ານປະລິມານ ຫຼື ຄຸນນະພາບ, ພ້ອມດຽວກັນນິ້ນ, ບົດບາດທາງດ້ານການຂົນສົ່ງສິນຄ້າສາກົນຂອງລົດໄຟລາວ-ຈີນ ກໍນັບມື້ນັບພົ້ນເດັ່ນຂຶ້ນ. ມາຮອດປະຈູບັນ, ໄດ້ມີການຂົນສົ່ງຜູ້ໂດຍສານທັງໝົດມີ 410,000 ຄົນ ແລະ ການຂົນສົ່ງສິນຄ້າຂ້າມແດນປະມານ
ອາທິດນີ້ ອຸຕຸເຕືອນ! ເຝົ້າລະວັງຝົນຕົກໜັກ, ຟ້າຮ້ອງ-ຟ້າເຫຼື້ອມ, ດິນເຈື່ອນ ຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ
ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດປະຈຳອາທິດ 6 ຫາ 12 ມິຖຸນາ 2022 ເຊິ່ງຄໍາເຕືອນໃຫ້ເຝົ້າລະວັງສະພາບຝົນຕົກຟ້າຮ້ອງ-ຟ້າເຫຼື້ອມ ແລະ ດິນເຈື່ອນ ໃນໄລຍະວັນທີ 6 ຫາ 12 ມິຖຸນານີ້ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານຢູ່ແຂວງພາກເໜືອ ແລະ ພາກກາງ ຂອງປະເທດ ລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍຢູ່ໃນແຕ່ລະພາກ
ຜູ້ຕິດເຊື້ອພະຍາດໝາກສຸກລີງ ມີທ່າອ່ຽງເພີ່ມສູງຂຶ້ນ
ວັນທີ6ມິຖຸນານີ້,ອົງການ ອະນາໄມໂລກ ເປີດເຜີຍວ່າ: ກວດພົບ ຜູ້ຕິດເຊື້ອ ພະຍາດ ໝາກສຸກລີງ ໃນປະເທດນອກ ອາຟຣິກາ ທັງໝົດ 780ຄົນ ເພີ່ມຂຶ້ນ 3ເທົ່າ ແລະ ມີທ່າອ່ຽງ ເພີ່ມສູງຂຶ້ນ ຈາກການ ແພ່ລະບາດ ໃນ27ປະເທດ ທີ່ພົບ ການລະບາດ ໄດ້ຍາກ ເປັນເວລາ 3ອາທິດ










