ລາຄາຄໍາພຸ່ງຂຶ້ນສູງຢ່າງຕໍ່ເນື່ອງ ຫຼ້າສຸດ 18.,189.,000​ ກີບຕໍ່ບາດ

​ຫຼ້າສຸດ ວັນທີ​ 11 ມິຖຸນາ 2022 ລາຄາ ຄໍາ ພຸ່ງຂຶ້ນຮອດ 18,​189,000​ ກີບຕໍ່ບາດຄໍາ ຖືເປັນການປັບຄັ້ງທີ​ 1​ ລາຄາ​ມື້ນີ້​ເວລາ​ 9:50 ໂມງ. ຂໍ້ມູນ: ຮ້ານ​ຄຳ​ພູວົງ

ອ່ານເພີ່ມ...

ຈີນ-ຣັດເຊຍ ເປີດຂົວຂ້າມຊາຍແດນແຫ່ງໃໝ່ຮ່ວມກັນ ເພື່ອເພີ່ມການຄ້າລະຫວ່າງສອງຊາດ

ອີງຕາມ​ການລາຍງານຂ່າວຈາກ ​ຈີນ ໃນວັນ​ທີ 11​ ມິຖຸນາ ​ນີ້, ຈີນ ​ແລະ ຣັດ​ເຊຍ ຮ່ວມ​ຈັດ ​ພິທີ​ເປີດ​ຂົວຂ້າມ​ຊາຍ​ແດນ​ແຫ່ງ​ໃໝ່ຂ້າມ​ແມ່​ນ້ຳ​ ອາ​ມູຣ (Amur) ​ເຊື່ອມ​ຕໍ່ລະຫວ່າງ ​ເມືອງ​ບລາ​ໂກ ​ເວສ​ເຊ​ນ (Blagoveshchensk)​ ໃນ​ພາກ​ຕາ​ເວັນ​ອອກ​ ຂອງ ຣັດ​ເຊຍ ກັບ​ເມືອງ ​ເຮ່ຍ​ເຫີ (Heihe)​ ແຂວງ

ອ່ານເພີ່ມ...

ການຈໍາໜ່າຍພັນທະບັດ ທຫລ ງວດທີ 1 ເລີ່ມອອກຈໍາໜ່າຍແຕ່ກາງເດືອນ ມິຖຸນາ ປີ 2022 ນີ້ເປັນຕົ້ນໄປ

ກົມບໍລິຫານທະນາຄານ, ທະນາຄານແຫ່ງ ສປປ ລາວ ໄດ້ແຈ້ງກ່ຽວກັບ ການອອກຈໍາໜ່າຍພັນທະບັດທະນາຄານແຫ່ງ ສປປ ລາວ ງວດທີ 1 ມູນຄ່າ 5,000,000,000,000,00 ກີບ (ຫ້າພັນຕື້ກີບ), ອາຍຸພັນທະບັດ 6 ເດືອນ ແລະ ເປັນພັນທະບັດທີ່ບໍ່ສາມາດປ່ຽນມືໄດ້, ອັດຕາດອກເບ້ຍ 20% ຕໍ່ປີ (ຊໍາລະດອກເບ້ຍຄັ້ງດຽວ ເມື່ອຄົບກຳນົດໄຖ່ຖອນພັນທະບັດ)

ອ່ານເພີ່ມ...

ຫວຽດນາມ ຕິດອັນດັບ 68 ຄວາມໂປ່ງໃສດ້ານງົບປະມານ

ສຳນັກ​ຂ່າວ​ ຫວຽດນາມ ລາຍງານ ໃນວັນ​ທີ 10​ ມິຖຸນາ ວ່າ, ຫວຽດນາມ ຕິດ​ອັນ​ດັບ 68 ຈາກ 120 ​ປະ​ເທດ ​ໃນ​ການ​ສຳ​ຫລວດ ງົບປະມານ ​ແບບ​ເປີດ​ເຜີຍ (OBS) ​ໃນ​ປີ2021 ​ເພີ່ມ​ຂຶ້ນ 9 ອັນ​ດັບ ຈາກ​ປີ 2019 ຫລັງ​ຈາກ

ອ່ານເພີ່ມ...

ສໍາມະນາກ່ຽວກັບຢາພື້ນເມືອງລາວ ໃນຮູບແບບການຜະລິດສະຫະກອນ ເພື່ອຊຸກຍູ້ເສດຖະກິດ

ໃນວັນທີ 9 ມິຖຸນານີ້ ທີ່ມະຫາວິທະຍາໄລ ສຸພານຸວົງ ນະຄອນ-ຫຼວງພະບາງ, ສະຖາບັນການແພດ ແລະ ການຢາພື້ນເມືອງຮ່ວມກັບສູນຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບຢາພື້ນເມືອງລາວໃນຮູບແບບການຜະລິດສະຫະກອນເພື່ອຊຸກຍູ້ເສດຖະກິດ ໂດຍການເປັນປະທານຂອງ ທ່ານ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ບັນດາແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້,

ອ່ານເພີ່ມ...

ວັນທີ 10 ມີຖຸນາ 2022 ​ ຢູ່ນະຄອນຫຼວງ ວຽງຈັນ ເປີດ ບໍລິການຂາຍນໍ້າມັນເຊື້ອໄຟ 70 ປໍ້າ

ຕາມແຈ້ງການ​ພະແນກ​ອຸດສາຫະກຳ​ ແລະ​ ການຄ້າ​ ນວ ໃຫ້ຮູ້ວ່າ, ວັນທີ 10 ມີຖຸນາ 2022 ​ ຢູ່ນະຄອນຫຼວງ ວຽງຈັນ ເປີດ ບໍລິການຂາຍນໍ້າມັນເຊື້ອໄຟ 70 ປໍ້າ.

ອ່ານເພີ່ມ...

ອັດຕາເງິນເຟີ້ຢູ່ ລາວ ຕິດອັນດັບ 6 ຂອງໂລກ ແມ່ນຂ່າວບິດເບືອນ ແລະ ບໍ່ມີມູນຄວາມຈິງ !

ອີງຕາມການລາຍງານຈາກເວບໄຊ https://worldpopulationreview.com/…/inflation-rate-by… ລາຍງານວ່າ ອັດຕາເງິນເຟີ້ຖືກແບ່ງອອກເປັນສາມປະເພດຄື: ອັດຕາເງິນເຟີ້ທີ່ດຶງເອົາຄວາມຕ້ອງການ, ອັດຕາເງິນເຟີ້ລາຄາຊຸກຍູ້ ແລະ ອັດຕາເງິນເຟີ້ທີ່ສ້າງຂຶ້ນ. ທັງສາມຢ່າງນີ້ ແມ່ນກ່ຽວຂ້ອງກັບຄວາມສົມດຸນລະຫວ່າງການສະຫນອງເງິນ ແລະ ການສະຫນອງສິນຄ້າໃນເສດຖະກິດຂອງປະເທດ. ອັດຕາເງິນເຟີ້ – ດຶງຄວາມຕ້ອງການ – ເກີດຂື້ນໃນເວລາທີ່ຄວາມຕ້ອງການສິນຄ້າແລະການບໍລິການ – ເວົ້າອີກຢ່າງຫນຶ່ງ, ຈໍານວນເງິນແລະ / ຫຼືສິນເຊື່ອທີ່ປະຊາຊົນຕ້ອງໃຊ້ – ເພີ່ມຂຶ້ນໄວກວ່າກໍາລັງການຜະລິດຂອງເສດຖະກິດ.

ອ່ານເພີ່ມ...

ລັດຖະບານຕັ້ງເປົ້າ ສູ້ຊົນເຮັດໃຫ້ມູນຄ່າການຄ້າ ລາວ-ຫວຽດນາມ ເພີ່ມຂຶ້ນ 8-10% ຕໍ່ປີ

ກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດນາມ ໄດ້ວາງຄາດໝາຍກໍຄືທິດທາງການຮ່ວມມື ສອງຝ່າຍໃນໄລຍະປີ 2022-2025 ແມ່ນຈະສູ້ຊົນຊຸກຍູ້ພາກເອກະຊົນ ໃຫ້ສາມາດຮັກສາອັດຕາການເພີ່ມຂຶ້ນຂອງມູນຄ່າການຄ້າສອງຝ່າຍໃຫ້ໄດ້ຕາມເປົ້າໝາຍທີ່ລັດຖະບານວາງອອກ ຄືເພີ່ມຂຶ້ນ 8-10% ຕໍ່ປີ. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022

ອ່ານເພີ່ມ...

ອົງການການເງິນສາກົນ ສະໜອງທຶນພັດທະນາ ທ່າບົກ-ທ່ານາແລ້ງ

ບໍລິສັດ ທ່າບົກທ່ານາແລ້ງ ຈຳກັດຜູ້ດຽວ ໄດ້ເຊັນສັນຍາຮັບການສະໜອງເງິນກູ້ ຈຳນວນ 67 ລ້ານໂດລາສະຫະລັດ ກັບອົງການການເງິນສາກົນ (IFC) ໃນວັນທີ 7 ມິຖຸນາ 2022 ທີ່ນະຄອນຫລວງ ວຽງຈັນ, ເພື່ອນຳໃຊ້ເຂົ້າໃນການພັດທະນາ, ການກໍ່ສ້າງ ແລະ ຈັດຊື້ອຸປະກອນທີ່ຈຳເປັນ ສຳລັບໂຄງການທ່າບົກທີ່ໄດ້ລະດັບມາດຕະຖານສາກົນ ແຫ່ງທຳອິດຂອງ ລາວ ຫລື ເອີ້ນວ່າໂຄງການທ່າບົກ-ທ່ານາແລ້ງ

ອ່ານເພີ່ມ...

ຈຳນວນຜູ້ໂດຍສານ ລົດໄຟ ລາວ-ຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ແຫລ່ງຂ່າວຈາກກຸ່ມບໍລິສັດ ທາງລົດໄຟຄຸນໝິງ ຈຳກັດ ໃຫ້ຮູ້ວ່າ: ນັບແຕ່ເປີດບໍລິການທາງລົດໄຟ ລາວ-ຈີນ ມາຮອດທ້າຍພຶດສະພາ 2022 ລົດໄຟ ລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 309 ລ້ານເທື່ອຄົນ, ໃນນັ້ນຜູ້ໂດຍໃນປະເທດ ຈີນ ແມ່ນ 271 ລ້ານເທື່ອຄົນ ແລະ ຜູ້ໂດຍສານໃນ ລາວ ແມ່ນ 38 ລ້ານເທື່ອຄົນ

ອ່ານເພີ່ມ...
error: Content is protected !!